ຂັບກວນລ່າງ ແມ່ນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ຂອງຊາວເຜົາໄຕ່ |
ຂັບກວນລ່າງ ແມ່ນປະເພນີອັນດີງາມໃນງານດອງຂອງຊາວເຜົ່າໄຕ່ ດ້ວຍລະບົບບັນດາບົດກະວີ ບົດເພງຖືກແບ່ງເປັນວັກເປັນຕອນຢ່າງລະອຽດ. ນັກສິລະປະການ ຮວ່າງວັນບຽນ ຢູ່ບ້ານອຽນຈຸງ ຕາແສງ ຕຽນອຽນ ເມືອງ ກວາງບິ່ງ ແຂວງ ຮ່າຢາງ ໃຫ້ຮູ້ວ່າ:
“ຂ້າພະເຈົ້າແມ່ນຄົນລຸ້ນທີສາມໃນຄອບຄົວ ເຊິ່ງໄດ້ຮັບການຖ່າຍທອດຈາກປູ່ຍ່າຕາຍາຍກ່ຽວກັບສິລະປະຂັບກວນລ່າງ. ບັນຈຸດວັດທະນະທຳອັນເປັນປະເພນີ ເຊິ່ງປູ່ຍ່າຕາຍາຍປະໄວ້ໃຫ້ນັ້ນກໍ່ແມ່ນສີສັນວັດທະນະທຳຂອງພໍ່ແມ່ພີ່ນ້ອງເຜົ່າໄຕ່ ທັງແມ່ນກຳລັງໜູນເພື່ອໃຫ້ຂ້າພະເຈົ້າຮຽນຂັບຮ້ອງນັບແຕ່ຄາວອາຍຸ 15 ປີ”.
ບັນດານັກຮ້ອງຂັບກວນລ່າງ ກໍ່ແມ່ນບັນດາຜູ້ປະຕິບັດໜ້າທີ່ຕາງໜ້າໃຫ້ຝ່າຍເຈົ້າບ່າວນຳເອົາໝາກ ແລະ ໃບພູໄປຍັງເຮືອນເຈົ້າສາວ ເພື່ອປະຕິບັດພິທີສູ່ຂໍ, ກະກຽມເຄື່ອງຂອງຕະຫຼອດຮອດເວລາຕ້ອນຮັບລູກໄພ້ມາເຮືອນ. ຕາມປະເພນີຂອງຊາວເຜົ່າໄຕ່ແລ້ວ ຄະນະຝ່າຍເຈົ້າບ່າວໄປຕ້ອນຮັບລູກໄພ້ ກໍ່ຄືກັນກັບຄະນະຝ່າຍເຈົ້າສາວ ເຊິ່ງລ້ວນແຕ່ມີຜູ້ຂັບກວນລ່າງ 4 ຄົນ ໃນນັ້ນຊາຍສອງຄົນ ແລະ ຍິງສອງຄົນ ພ້ອມກັບເຈົ້າບ່າວ ແລະ ຜູ້ຊ່ວຍເຈົ້າບ່າວກັບໝູ່ເພື່ອນ້ອງຊາຍຂອງເຈົ້າບ່າວ ກໍ່ແມ່ນບັນດາຜູ້ຫາບເຄື່ອງຂອງຜູ້ຂັບກວນລ່າງ ໄດ້ຮັບບບຖືວ່າ ເປັນຜູ້ຕາງໜ້າສູງສຸດຂອງຄອບຄົວຝ່າຍເຈົ້າບ່າວກໍ່ຄືຝ່າຍເຈົ້າສາວ ເຊິ່ງຕາງໜ້າໃຫ້ພໍ່ແມ່ ແລະ ຍາດພີ່ນ້ອງປະຕິບັດວຽກງານທຸກຢ່າງ. ນັກສິລະປະການ ຮວ່າງວັນບຽນ ໃຫ້ຮູ້ຕື່ມອີກວ່າ:
“ກ່ອນທີ່ຈະດຳເນີນງານດອງ, ຄອບຄົວຝ່າຍເຈົ້າບ່າວກໍ່ຕ້ອງຊອກຜູ້ໄປຕ້ອນຮັບລູກໄພ້, ຜູ້ນຳເອົາເຄື່ອງຂອງໄປຍັງເຮືອນເຈົ້ສາວ ເຊິ່ງແມ່ນຜູ້ມີອິດທິພົນ, ຄອບຄົວປະສົບຜົນສຳເລັດໃນການດຳລົງຊີວິດ. ຄອບຄົວຝ່າຍເຈົ້າສາວກໍ່ຕ້ອງກະກຽມຜູ້ສົ່ງລູກໄພ້ ເພື່ອໂຕ້ຕອບແຕ່ລະລາຍການຂອງຄອບຄົວຝ່າຍເຈົ້າບ່າວ”..
ບັນດາບົດເພງຂັບກວນລ່າງກໍ່ມີເນື້ອໃນບົ່ງບອກເຖິງການປະພຶດຕໍ່ກັນໃນການດຳລົງຊີວິດມີລັກສະນະສຶກສາອົບຮົມ ບອກສອນວິທີການປະພຶດລະຫວ່າງລູກໄພ້ກັບຜົວ ແລະ ຄອບຄົວທາງຜົວ ແລະ ວິທີການປະພຶດຂອງລູກເຂີຍຕໍ່ກັບເມຍ ແລະ ຄອບຄົວທາງເມຍ. ນັກສິະປະການ ຮວ່າງວັນບຽນ ໃຫ້ຮູ້ວ່າ ໃນບົດເພງຂັບກວນລ່າງ ກໍ່ບໍ່ມີເຄື່ອງດົນຕີ ເຊິ່ງຕົ້ນຕໍແມ່ນການຂັບກ້ຽວຕໍ່ກັບທີ່ລຽບງ່າຍ ແຕ່ເຕັມໄປດ້ວຍຄວາມໝາຍຂອງຜູ້ຂັບກວນລ່າງຂອງທັງສອງກ້ຳສອງຝ່າຍ. ທ່ານ ກ່າວວ່າ:
“ໄປເຮືອນເຈົ້າສາວແລ້ວຈຶ່ງທຳພິທີຖວາຍບູຊາຕໍ່ບັນພະບູລຸດ ແລະ ຂັບຮ້ອງບົດເພງພາສາເຜົ່າໄຕ່, ແລ້ວ ຄອບຄົວຝ່າຍເຈົ້າສາວກໍ່ຂັບຮ້ອງໂຕ້ຕອບ ເຊື້ອເຊີນຮັບປະທານອາຫານທ່ຽງ ແລ້ວຈຶ່ງເຮັດລະບຽບການຂໍລູກໄພ້ ແລະ ຕ້ອງຜ່ານການຂໍສາມເທື່ອຈຶ່ງສຳເລັດ
ພິທີສູ່ຂໍງານດອງຂອງຊາວເຜົ່າໄຕ່ຢູ່ເມືອງ ກວາງບິ່ງ ກໍ່ມີປະເພນີຫຼາຍຢ່າງ, ໃນນັ້ນຂັບກວນລ່າງ ກໍ່ຖືກສະແດງອອກຜ່ານວິທີແຕກຕ່າງກັນ. ນາງ ຫຼີທິກ້ອຍ ຊາວເຜົ່າໄຕ່ຢູ່ຕາແສງ ຫວີເທື້ອງ ເມືອງ ກວາງບິ່ງ ໃຫ້ຮູ້ວ່າ:
“ໃນງານດອງຂອງຂ້າພະເຈົ້າກ່ອນນີ້ກວ່າ 10 ປີ, ທຳນອງຂັບຂອງນັກຮ້ອງຂັບກວນລ່າງ ເມື່ອຕ້ອນຮັບລູກໄພ້ກໍ່ມີຄວາມໝາຍທີ່ສຸດ. ບົດເພງໄດ້ຍ້ອງຍໍສັນລະເສີນພໍ່ແມ່ໄດ້ເບິ່ງແຍງລ້ຽງດູລູກເຕົ້ານັບແຕ່ຄາວຍັງນ້ອຍຈົນກວ່າເວລາແຕ່ງງານ. ຄອບຄົວຝ່າຍເຈົ້າບ່າວເມື່ອໄປເຮືອນເຈົ້າສາວກໍ່ຈະມີເຄື່ອງຂອງເພື່ອຕອບບຸນແທນຄຸນຂອງພໍ່ແມ່ເຈົ້າສາວ ເພື່ອສະແດງຄວາມຂອບໃຈ”
ຂັບກວນລ່າງ ແມ່ນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ຂອງຊາວເຜົາໄຕ່ ທີ່ເຂັ້ມຂົ້ນໄປດ້ວຍຄຸນຄ່າວັດທະນະທຳພື້ນເມືອງ. ເພື່ອເສີມຂະຫຍາຍບັນດາຄຸນຄ່າອັນໃຫຍ່ຫຼວງທີ່ມີຕໍ່ການດຳລົງຊີວິດຂອງຊາວເຜົ່າໄຕ່ ເວົ້າສະເພາະ ແລະ ສຳລັບສາງວັດທະນະທຳພື້ນເມືອງ ຫວຽດນາມ ເວົ້າລວມ, ແຂວງ ຮ່າຢາງ ໄດ້ຍູ້ແຮງການພັດທະນາຮັກສາປະເພນີຂັບກວານລ່າງ ພ້ອມທັງຈັດຕັ້ງເກັບກຳຮວບຮວມບັນດາເອກະສານ ແລະປຶ້ມບູຮານກ່ຽວກັບສິລະປະຂັບກວນລ່າງໃນໝູ່ປະຊາຊົນ ເພື່ອໃຫ້ສິລະປະຂັບກວນລ່າງຖືກເຜີຍແຜ່ຢ່າງທົ່ວເຖິງ.



