ທ່ານນາງ ຫງວຽນທິບິ່ງ ຂຽນວ່າ “ຫາງສຽງສາກົນມີຄວາມວິຕົກກັງວົນຕໍ່ການກະທຳຂອງຈີນ ເຊິ່ງໄດ້ສົ່ງຜົນສະທ້ອນເຖິງຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລສາກົນ, ນາບຂູ່ເຖິງສັນຕິພາບ, ຄວາມສະຫງົບປອດໄພຂອງທັງພາກພື້ນ. ຝ່າຍຈີນ ຍັງຖິ້ມໂທດວ່າ, ເຫດການທີ່ພວມເກີດຂຶ້ນແມ່ນຍ້ອນຝ່າຍຫວຽດນາມ ເກາະຜິດ. ຜູ້ໃດຈະເຊື່ອໄດ້ວ່າ ປະເທດຫວຽດນາມ ດ້ວຍຈຳນວນພົນລະເມືອງພຽງເທົ່າກັບ 1/15 ຈຳນວນພົນລະເມືອງຂອງຈີນ, ລະດັບ GDP ຕຳ່ກວ່າຈີນ ແຕ່ 50 – 60 ເທົ່າ, ພວມມານະພະຍາຍາມບືນຕົວຂຶ້ນຫຼຸດພົ້ນອອກຈາກປະເທດທຸກຍາກ, ດ້ອຍພັດທະນານັ້ນ ສາມາດເກາະຜິດກັບຈີນໄດ້? ”. ສຳລັບເລື່ອງບັນດາການນຳຂອງຈີນ ເວົ້າວ່າ ນະໂຍບາຍຂອງຈີນ ແມ່ນ “ປຸກລຸກສັນຕິພາບ”, ແລະໃນສາຍເລືອດຂອງຈີນ ບໍ່ມີ “ gen ຮຸກຮານ ແລະ ແຜ່ອຳນາດ” ນັ້ນ, ທ່ານນາງ ຫງວຽນທິບິ່ງ ໄດ້ຕັ້ງຄຳຖາມວ່າ “ຈີນ ຈະຕ້ອງອະທິບາຍຄືແນວໃດກ່ຽວກັບຖະແຫຼງອະທິປະໄຕ “ເສັ້ນລີ້ນງົວ 9 ຕອນ” ເພື່ອແນໃສ່ຢືດເອົາທະເລຕາເວັນອອກໃຫ້ແກ່ຕົນ, ໂດຍບໍ່ຫົວຊາຕໍ່ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາກົດໝາຍວ່າດ້ວຍທະເລ 1982 ຂອງສະຫະປະຊາຊາດ, ແລະ ບໍ່ຫົວຊາຕໍ່ການຄັດຄ້ານຂອງທົ່ວໂລກ?”
ໃນຈົດໝາຍຂອງຕົນ, ທ່ານນາງ ຫງວຽນທິບິ່ງ ເນັ້ນໜັກວ່າ “ເອກະລາດ, ເສລີພາບ, ອະທິປະໄຕ ແມ່ນສິ່ງສັກກະລະບູຊາສຳລັບແຕ່ລະປະເທດ. ປະຊາຊົນຫວຽດນາມ ຈະເດັດດ່ຽວຕໍ່ສູ້ເພື່ອປົກປັກຮັກສາຄາດໝາຍເຫຼົ່ານັ້ນ. ພ້ອມກັນນັ້ນ, ປະຊາຊົນພວກຂ້າພະເຈົ້າຢາກມີສັນຕິພາບ ແລະ ມິດຕະພາບເພື່ອພັດທະນາ, ເພື່ອໃຫ້ຊາວຫວຽດນາມ, ແມ່ຍິງ ແລະ ເດັກນ້ອຍມີຊີວິດດີກວ່າ”
ສຳລັບບັນດາເພື່ອນມິດສາກົນ, ທ່ານນາງ ຫງວຽນທິບິ່ງ ສະແດງໃຫ້ເຫັນວ່າ: “ພວກຂ້າພະເຈົ້າຢາກມີສັນຕິພາບແຫ່ງຄວາມຍຸຕິທຳ, ສັດຈະທຳ, ຍາວນານໃຫ້ແກ່ຫວຽດນາມ ແລະ ບັນດາປະເທດອື່ນໆໃນພາກພື້ນ ແລະ ໃນໂລກ. ພວກຂ້າພະເຈົ້າກໍ່ປາຖະໜາຢາກມີຄວາມມິດຕະພາບກັບຈີນ ແລະ ປະເທດອື່ນໆ, ແຕ່ຕ້ອງແມ່ນຄວາມມິດຕະພາບທີ່ຈິງໃຈ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຖານະຕຳແໜ່ງຂອງພວກເພື່ອນ, ພວກເພື່ອນກໍ່ຄິດຄືແນວນັ້ນ. ສະນັ້ນ, ພວກຂ້າພະເຈົ້າປາດຖະໜາວ່າ ພວກເພື່ອນຈະສະໜັບສະໜູນພວກຂ້າພະເຈົ້າຄືໃນເມື່ອກ່ອນ. ໃນຕໍ່ໜ້າ, ຮຽກຮ້ອງໃຫ້ຈີນ ຖອນຮ້ານເຈາະນ້ຳມັນອອກຈາກເຂດໄຫຼ່ທະວີບຂອງຫວຽດນາມ, ເຄົາລົບອະທິປະໄຕຂອງຫວຽດນາມ ຕາມກົດໝາຍສາກົນ”.
ສຸດທ້າຍ, ທ່ານນາງ ຫງວຽນທິບິ່ງ ຢືນຢັນວ່າ “ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຖ້າຫາກພວກເຮົາສາມັກຄີກັນ, ມີການກະທຳຢ່າງແຮງ, ຄວາມຍຸຕິທຳ ແລະ ກົດໝາຍຈະໄດ້ຮັບການປະຕິບັດ”.




