logo

ເຮັດໃຫ້ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ ແລະ ລາວ ເລິກເຊິ່ງຂຶ້ນຕື່ມ

2026/2/5 | 12:10:20
(VOVWORLD) - ທີ່ການພົບປະ, ນາຍົກລັດຖະມົນຕີ 2 ທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດໃນໄລຍະຜ່ານມາ.
ທີ່ການພົບປະ
(ພາບ: TTXVN)

        ຕອນບ່າຍວັນທີ 05 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດ ສປປ.ລາວ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ.

        ທີ່ການພົບປະ, ນາຍົກລັດຖະມົນຕີ 2 ທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດໃນໄລຍະຜ່ານມາ. ກ່ຽວຂ້ອງເຖິງທິດທາງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ການນຳ 2 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມ, ສຸມໃສ່ການຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ເປັນລະອຽດ. 2 ຝ່າຍເຫັນດີເປັນເອກະພາບໃນການຊີ້ນຳບັນດາກະຊວງ, ຂະແໜງການ ສືບຕໍ່ຫັນບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ປະເທດເປັນລະອຽດ; ຊຸກຍູ້ການຜັນຂະຫຍາຍໂຄງການຮ່ວມມືຍຸດທະສາດຈຸດສຸມໃໝ່ກ່ຽວກັບການເຊື່ອມຕໍ່ດ້ານພະລັງງານ, ຄົມມະນາຄົມ, ແຮ່ທາດ, ການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຫັນເປັນດີຈີຕອນໂດຍໄວ, ຜ່ານນັ້ນ ກໍ່ເຮັດໃຫ້ສາຍພົວພັນສາມັກຄີແບບພິເສດລະຫວ່າງ 2 ປະເທດໃນໄລຍະພັດທະນາໃໝ່ເລິກເຊິ່ງຂຶ້ນກວ່າອີກ.

TAG
VOV/VOVworld/​ພະ​ລັງ​ງານ/ຄົມ​ມະ​ນາ​ຄົມ/ແຮ່​ທາດ/ການ​ສຶ​ກ​ສາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ