logo

ແຂວງດັກລັກ ກຽມພ້ອມວຽກງານປ່ອນບັດເລືອກຕັ້ງ ຢູ່ 11 ຫົວໜ່ວຍກອງກຳລັງປະກອບອາວຸດໄວກ່ອນກຳນົດ

2026/3/5 | 08:55:09
(VOVWORLD) - ເປົ້າໝາຍເຂົ້າຮ່ວມແມ່ນພະນັກງານ,ນັກຮົບສັງກັດກອງບັນຊາການທະຫານແຂວງ, ທະຫານຊາຍແດນ ແລະ ຕຳຫຼວດແຂວງ.
ຜູ້ຕາງໜ້າຄະນະກຳມະການເລືອກຕັ້ງຕາແສງ ເມີດັກ, ແຂວງ ດັກລັກ ກວດກາວຽກງານກະກຽມການເລືອກຕັ້ງ (ພາບ: VOV)

ບັນດາຫ້ອງການ, ຫົວໜ່ວຍທີ່ມີໜ້າທີ່ຂອງແຂວງດັກລັກພວມຕັ້ງໜ້າ, ເປັນເຈົ້າການ ແລະ ກຽມພ້ອມໃຫ້ແກ່ວຽກງານການເລືອກຕັ້ງ ຢູ່ 11 ຂົງເຂດສະເພາະກອງກໍາລັງປະກອບອາວຸດ ໄວກ່ອນກຳນົດເວລາ ວັນທີ 14 ມີນາ ເຊິ່ງໄວກ່ອນວັນເລືອກຕັ້ງທົ່ວປະເທດ 1 ວັນ (15 ມີນາ).

ບັນດາຈຸດປ່ອນບັດໄດ້ຖືກຈັດ ຢູ່ບັນດາຕາແສງ: ຮົ່ວຟູ່, ບ່ວນໂດນ, ເອຍອາເວ, ເອຍໂລບ, ບ່ວນມາຖວດ, ບິ້ງກຽນ. ເປົ້າໝາຍເຂົ້າຮ່ວມແມ່ນພະນັກງານ,ນັກຮົບສັງກັດກອງບັນຊາການທະຫານແຂວງ, ທະຫານຊາຍແດນ ແລະ ຕຳຫຼວດແຂວງ. ເວລາໃນການປ່ອນບັດເລີ່ມຂຶ້ນແຕ່ 7 ໂມງເຊົ້າ ຫາ 19 ໂມງແລງ ຂອງວັນທີ 14 ມີນາ.

ທົ່ວແຂວງປະຈຸບັນມີ 2.118 ໜ່ວຍເລືອກຕັ້ງ ຢູ່ 2.119 ຂົງເຂດປ່ອນບັດ, ນອນຢູ່ໃນ 102 ຕາແສງ. ວຽກຈັດຕັ້ງການປ່ອນບັດໄວກ່ອນກຳນົດ ໃຫ້ ແກ່ກອງກຳລັງປະກອບອາວຸດໄດ້ສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການ,ມີ ໄຫວພິບຂອງແຂວງດັກລັກ,ທັງເປັນການຮັບປະກັນສິດທິພົນລະເມືອງໃຫ້ແກ່ພະນັກງານ,ນັກຮົບ,ທັງຮັກສາຄວາມປອດໄພ,ຄວາມເປັນລະບຽບຮຽບຮ້ອຍ,ປະກອນສ່ວນເຂົ້າໃນຜົນສຳເລັດຂອງວຽກງານການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ຊຸດທີ 16  ແລະ ສະພາປະຊາຊົນທຸກຂັ້ນ ສະໄໝ 2026-2031.

TAG
VOV/VOVworld/ການ​ເລືອກ​ຕັ້ງ/ສະ​ພາ​ແຫ່ງ​ຊາດ/ສະພາ​ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ