logo

ແນະ​ນຳ​ການ​ຕອບ​ຄຳ​ຖາມ​ຂໍ້​ທີ 1 ແລະ ​ຂໍ້ທີ 2

2025/5/22 | 12:15:00
(VOVWORLD) -    ດັ່ງທີ່ໄດ້ແຈ້ງໃຫ້ທ່ານຮັບຊາບ, ຄະນະຈັດຕັ້ງການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025 ໄດ້ສະໜອງບັນດາບົດຂຽນ ເພື່ອແນໃສ່ຊ່ວຍໃຫ້ທ່ານຜູ້ຟັງ, ຜູ້ອ່ານຕອບບັນດາຄຳຖາມໃນການເສັງໃນເວັບໄຊ vovworld.vn. ໃນລາຍການມື້ນີ້, ພວກຂ້າພະເຈົ້າຈະແນະນຳບາງເນື້ອໃນທີ່ກ່ຽວຂ້ອງເຖິງຄຳຖາມທີ 1 ແລະ ທີ 2.

ສຳລັບຄຳຖາມຂໍ້ທີ 1: ຫວຽດນາມ ໄດ້ ແລະ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່ - ສັງກາດບຸກບືນຂອງຊາດ. ເພື່ອນ ຈົ່ງໃຫ້ຮູ້ກ່ຽວກັບການກຳນົດທິດຂອງພັກກອມມູນິດ ຫວຽດນາມ ແລະ ຄວາມຄາດຫວັງຂອງທົ່ວພັກ, ທົ່ວປວງຊົນ ຫວຽດນາມ ກ່ຽວກັບສັງກາດບຸກບືນຂອງຊາດ?  ທ່ານສາມາດຄົ້ນຄວ້າໃນ 2 ບົດຂຽນ ທີ່ມີຫົວຂໍ້ວ່າ “ກຳນົດທີ່ຕັ້ງ ຫວຽດນາມ ໃນກະແສຍຸກສະໄໝ” (ລົງວັນທີ 03 ກຸມພາ 2025). ຜ່ານແຕ່ລະບົດຂຽນ, ຜູ້ຟັງ, ຜູ້ອ່ານຈະມີຄວາມເຂົ້າໃຈຕື່ມກ່ຽວກັບບັນດາການກຳນົດທິດພື້ນຖານ ເຊິ່ງພັກຄອມມູນິດ ຫວຽດນາມ, ພາຍໃຕ້ການນຳພາຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ວາງອອກກ່ຽວກັບຂັ້ນຕອນພັດທະນາປະເທດໃນໄລຍະຈະມາເຖິງ.

          ຄຳຖາມຂໍ້ທີ 2, ລວມມີ 3 ເນື້ອໃນ. ເນື້ອໃນທີ 1: ຕາມທ່ານແລ້ວ, ການປະຕິວັດປັບປຸງກົງຈັກໃຫ້ກະທັດລັດຕາມມະຕິສະບັບເລກທີ 18 ແມ່ນມີບົດບາດແນວໃດໃນການສ້າງຖັນແຖວພະນັກງານຂອງ ຫວຽດນາມ ໃນໄລຍະພັດທະນາໃໝ່ຂອງປະເທດຊາດ? ພວກຂ້າພະເຈົ້າຂໍແນະນຳບັນດາບົດຂຽນ, ເຊັ່ນ: “ຈຸດເວເລາທີ່ເໝາະສົມເພື່ອປະຕິບັດການປະຕິວັດກ່ຽວກັບການປັບປຸງກົງຈັການຈັດຕັ້ງ” (ວັນທີ 28 ພະຈິກ 2024); “ພື້ນຖານສຳຄັນໃຫ້ແກ່ໄລຍະການພັດທະນາໃໝ່ຂອງປະເທດ” (ວັນທີ 19 ກຸມພາ 2025); “ບາດກ້າວຫັນປ່ຽນໃນການປັບປຸງກົງຈັກລັດໃຫ້ກະທັດລັດ (20 ກຸມພາ 2025); ປັບປຸງກົງຈັການຈັດຕັ້ງ: ຄວາມຂ້ຽວຂາດ ແລະ ຄົບຊຸດ” (ວັນທີ 06 ມີນາ 2025); “ໂຮມຫົວໜ່ວຍບໍລິຫານເຂົ້າກັນ: ບາດກ້າວບຸກທະລຸເພື່ອພັດທະນາ” (ວັນທີ 13 ມີນາ 2025); “ບຸກທະລຸ, ເດັດຂາດ, ສາມັກຄີ, ເປັນເອກະພາບເພື່ອພັດທະນາປະເທດຊາດ” (ວັນທີ 10 ເມສາ 2025).  ບັນດາບົດຂຽນໄດ້ເຕື້ອງເຖິງບັນດານະໂຍບາຍຊີ້ຂາດຂອງພັກຄອມມູນິດ ຫວຽດນາມ ທີ່ກ່ຽວຂ້ອງເຖິງການປະຕິວັດປັບປຸງກົງຈັກລັດໃຫ້ກະທັດລັດ; ຄວາມສຳຄັນຂອງການຜັນຂະຫຍາຍມະຕິໃນຕົວຈິງຢູ່ທ້ອງຖິ່ນ, ກົມກອງຕ່າງໆ. ບັນດາບົດຂຽນກໍສະແດງຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຕໍ່ການເຂົ້າຮ່ວມຢ່າງຂ້ຽວຂາດຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສຳລັບຂໍ້ຕົກລົງທີ່ມີລັກສະນະບຸກທະລຸຂອງຍຸກສະໄໝ.

          ເນື້ອໃນທີ 2: ເພື່ອນຈົ່ງໃຫ້ຮູ້ 5 ບຸກທະລຸເພື່ອພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນຂອງມະຕິສະບັບເລກທີ 57 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ ແມ່ນຫຍັງ? ທ່ານຜູ້ຟັງຜູ້ອ່ານສາມາດຊອກຮູ້ຂໍ້ມູນໃນບັນດາບົດຂຽນ: “ບັນດາມາດຕະການບຸກທະລຸພັດທະນາວິທະຍາສາດເຕັກໂນໂລຢີ” (ວັນທີ 13 ມີນາ 2025); “ມະຕິສະບັບເລກທີ 57: ກະຕຸກຊຸກຍູ້ໃຫ້ແກ່ວິສາຫະກິດເຕັກໂນໂລຢີບືນຕົວຂຶ້ນ” (ວັນທີ 17 ກຸມພາ 2025).

          ເນື້ອໃນທີ 3: ມະຕິສະບັບທີ 57 ເຕື້ອງເຖິງຫຍັງກ່ຽວກັບທັດສະນະປຶກສາຫາລືທີ່ວ່າ: ແນະນຳສີສັນວັດທະນະທຳຂອງ ຫວຽດນາມ ໄປສູ່ໂລກ, ນຳເອົາສິ່ງຍອດຍິ່ງໃນວັດທະນະທຳໂລກ ເຂົ້າມາ ຫວຽດນາມ?  ເຊີນທ່ານຜູ້ຟັງ, ຜູ້ອ່ານຊອກຮູ້ໃນບົດຂຽນທີ່ກ່ຽວຂ້ອງເຖິງ ເຊິ່ງພວກຂ້າພະເຈົ້າຈະແນະນຳໃນລາຍການຕໍ່ໄປ.

          ດັ່ງທີ່ກ່າວມາຂ້າງເງິນ ແມ່ນບັນດາການແນະນຳໂດຍພື້ນຖານສຳລັບການຕອບຄຳຖາມທີ 1 ແລະ ທີ 2. ພວກຂ້າພະເຈົ້າຫວັງວ່າ ແຫຼ່ງຂໍ້ມູນນີ້ ຈະເປັນປະໂຫຍດສຳລັບທ່ານ ໃນການເຂົ້າຮ່ວມການເສັງຄັ້ງນີ້.

          ຂໍອວຍພອນໃຫ້ທ່ານຈົ່ງຂຽນບົດເສັງໄດ້ເປັນຢ່າງດີ ແລະ ຍາດໄດ້ລາງວັນສູງໃນການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025.

          ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດຄົ້ນຫາຄວາມງາມຂອງປະເທດ ຫວຽດນາມ!


TAG
VOV/VOVworld/ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ/ມະ​ຕິ​ສະ​ບັບ​ເລກ​ທີ 57

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ