logo

ແນະ​ນຳ​ກ່ຽວ​ກັບຂໍ້​ມູນການ​ທ່ອງ​ທ່​ຽວ​ຢູ່​ບັນ​ດາ​ເຂດ​ພາກ ຫວຽດ​ນາມ

2025/5/29 | 10:32:34
(VOVWORLD) - ຖ້າຫາກເພື່ອນເປັນຄົນມັກການທ່ອງທ່ຽວແບບຄົ້ນຫາຄວາມສວຍງາມຂອງພູຜາປ່າໄມ້ ເພື່ອນອາດຈະໄປທ່ອງທ່ຽວຢູ່ພາກເໜືອ ຫວຽດນາມ ຄື: ບາວີ່ (ຮ່າໂນ້ຍ), ຕາມດາວ (ຫວີງຟຸກ), ຊາປາ (ລາວກາຍ). ຖ້າຫາກເພື່ອນມັກການທ່ອງທ່ຽວແບບພັກຜ່ອນບຳລຸງສຸຂະພາບ, ເພື່ອນອາດຈະໄປພາກກາງ ຫວຽດນາມ ດ້ວຍບັນດາຫາດຊາຍທະເລຂາວຍາວຢຽດ ທີ່ມີຊື່ສຽງຄື: ທ້ວນອານ (ນະຄອນ ເຫວ້), ທຽນເກີ່ມ (ຮ່າຕິງ), ໝີເຄ (ດ່າໜັງ)…
ພາບປະກອບ: VOV

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 468 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 35 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ຊອກຮູ້ກ່ຽວກັບບັນດາ Tour ທ່ອງທ່ຽວ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ໃນອີເມວສົ່ງມາຍັງລາຍການຂອງເພື່ອນ ວົງໄຊ ທິບພະວົງ ຢູ່ແຂວງ ບໍ່ແກ້ວ ໄດ້ຂຽນວ່າ: “ຫວ່າງແລ້ວນີ້ ຂ້າພະເຈົ້າໄດ້ຊົມບັນດາພາບສາລະຄະດີໃນເວັບໄຊ vovworld.vn ທີ່ແນະນຳກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ. ຂ້າພະເຈົ້າເຫັນວ່າ ບັນດາພາບສາລະຄະດີນີ້ ມີປະໂຫຍດທີ່ສຸດໃຫ້ແກ່ຜູ້ທີ່ມີຄວາມນິຍົມໄປທ່ອງທ່ຽວ ແລະ ຄົ້ນຫາຄືຂ້າພະເຈົ້າ. ບັນດາພາບສາລະຄະດີໄດ້ພັນລະນາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຕ່າງໆຂອງ ຫວຽດນາມ ຢ່າງຈະແຈ້ງ. ເມື່ອໄດ້ຊົມບັນດາພາບສາລະຄະດີເຫຼົ່ານັ້ນແລ້ວ ຂ້າພະເຈົ້າຮູ້ສຶກວ່າ ຕົນເອງຄືພວມໄດ້ເຫັນປະຈັກຕາບັນດາສະຖານທີ່ນັ້ນ ຂໍຂອບໃຈທາງລາຍການ ທີ່ໄດ້ແນະນຳບັນດາພາບສາລະຄະດີມ່ວນໆງາມໆ ເຖິງຜູ້ຟັງຜູ້ຊົມ”.

ຂອບໃຈເພື່ອນ ວົງໄຊ ທິບພະວົງ ທີ່ໄດ້ມີຄວາມສົນໃຈຕໍ່ລາຍການ. ໃນໄລຍະຈະມາເຖິງ ທາງລາຍການຈະແນະນຳພາບສາລະຄະດີກ່ຽວກັບບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ຫວຽດນາມ ໃຫ້ພວກເພື່ອນຕື່ມອີກ. ຫວັງວ່າເພື່ອນຈະສະຫຼະເວລາຕິດຕາມຮັບຊົມ ແລະ ປະກອບຄຳຄິດເຫັນ ເພື່ອໃຫ້ລາຍການຂອງພວກເຮົານັບມື້ນັບດີກ່ວາເກົ່າ.

ໃນຈົດໝາຍຂອງເພື່ອນ ອາມິນຕາ ຢູ່ແຂວງ ສາລະວັນ ຂຽນວ່າ: ຄາດວ່າຂ້າພະເຈົ້າຈະພາຄອບຄົວໄປທ່ຽວ ແລະ ພັກຜ່ອນບຳລຸງສຸຂະພາບຢູ່ ຫວຽດນາມ, ແຕ່ຂ້າພະເຈົ້າຍັງບໍ່ທັນຮູ້ວ່າຈະເລືອກໄປຢ້ຽມຢາມຢູ່ເຂດພາກໃດ? ຫວັງວ່າທາງລາຍການພາກພາສາລາວ ຈະແນະນຳກ່ຽວກັບຂໍ້ມູນການທ່ອງທ່ຽວຢູ່ບັນດາເຂດພາກ ຫວຽດນາມ ໃຫ້ຂ້າພະເຈົ້າແດ່.

ເພື່ອນ ອາມິນຕາ ທີ່ຮັກແພງ! ຖ້າຫາກເພື່ອນເປັນຄົນມັກການທ່ອງທ່ຽວແບບຄົ້ນຫາຄວາມສວຍງາມຂອງພູຜາປ່າໄມ້ ເພື່ອນອາດຈະໄປທ່ອງທ່ຽວຢູ່ພາກເໜືອ ຫວຽດນາມ ຄື: ບາວີ່ (ຮ່າໂນ້ຍ), ຕາມດາວ (ຫວີງຟຸກ), ຊາປາ (ລາວກາຍ). ຖ້າຫາກເພື່ອນມັກການທ່ອງທ່ຽວແບບພັກຜ່ອນບຳລຸງສຸຂະພາບ, ເພື່ອນອາດຈະໄປພາກກາງ ຫວຽດນາມ ດ້ວຍບັນດາຫາດຊາຍທະເລຂາວຍາວຢຽດ ທີ່ມີຊື່ສຽງຄື: ທ້ວນອານ (ນະຄອນ ເຫວ້), ທຽນເກີ່ມ (ຮ່າຕິງ), ໝີເຄ (ດ່າໜັງ)… ໄລຍະເວລາເໝາະສົມກັບການພັກຜ່ອນບຳລຸງສຸຂະພາບແມ່ນແຕ່ເດືອນ ພຶດສະພາ ຫາເດືອນ ກັນຍາ. ຖ້າຫາກເພື່ອນຢາກໄປທ່ອງທ່ຽວວັດທະນະທຳ, ຊີວະພາບ, ຄົ້ນຫາເຂດແມ່ນ້ຳລຳເຊ ເພື່ອນອາດຈະໄປຢ້ຽມຢາມພາກໃຕ້ ຫວຽດນາມ ຄື: ເກີນເທີ, ກ່າເມົາ, ເບັນແຈ…ອາກາດຢູ່ພາກໃຕ້ສະດວກໃນຕະຫລອດປີ, ອຸນຫະພູມປານກາງ 27 ອົງສາ C, ສະນັ້ນ ເພື່ອນອາດຈະໄປຢ້ຽມຢາມບໍ່ວ່າໃນເວລາໃດກໍ່ໄດ້.

ໃນຈົດໝາຍເພື່ອນ ເພັດສະຫວັນ ສົມສະນິດ ຢູ່ແຂວງ ບໍລິຄຳໄຊ ແລະ  ເພື່ອນ ເບັ້ນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ ຝາກມາຍັງລາຍການດ້ວຍເນື້ອໃນວ່າ: ພວກຂ້າພະເຈົ້າຄາດວ່າຈະໄປຮຽນຕໍ່ຢູ່ປະເທດ ຫວຽດນາມ ໃນໄລຍະຈະມາເຖິງ, ໂດຍຜ່ານໂຄງການທຶນການສຶກສາຂອງລັດຖະບານ ຫວຽດນາມ ສະຫງວນໃຫ້ນັກສຶກສາ ລາວ. ສະນັ້ນ ພວກຂ້າພະເຈົ້າຢາກໃຫ້ລາຍການພາກພາສາ ລາວ ແນະນຳໃຫ້ພວກຂ້າພະເຈົ້າເຂົ້າໃຈຕື່ມອີກກ່ຽວກັບໂຄງການທຶນການສຶກສາປີ 2025 ລະຫວ່າງ 2 ລັດຖະບານ ຫວຽດນາມ ແລະ ລາວ. ຂໍຂອບໃຈ”.

ເພື່ອນ ເພັດສະຫວັນ ສົມສະນິດ ແລະ  ເພື່ອນ ເບັ້ນ ພິມມະສອນ ທີ່ຮັກແພງ! ຕາມແຜນການແລ້ວ, ປີ 2025, ຫວຽດນາມຈະສະໜອງທຶນການສຶກສາ 1.160 ທຶນໃຫ້ແກ່ນັກສຶກສາລາວ ມາຮຽນຂັ້ນມະທະຍົມຕອນປາຍ, ມະຫາວິທະຍາໄລ ແລະ ຫຼັງມະຫາຢູ່ ຫວຽດນາມ. ໃນນັ້ນ, ກະຊວງການສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຮັບຜິດຊອບຜັນຂະຫຍາຍທຶນການສຶກສາໄລຍະຍາວ 511 ທຶນ ແລະ ທຶນການສຶກສາໄລຍະສັ້ນກ່ວາ 100 ທຶນ. ການສະໜອງທຶນການສຶກສາບໍ່ພຽງແຕ່ແມ່ນການໜູນຊ່ວຍທີ່ຈຳເປັນໃນວຽກງານບຳລຸງສ້າງເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມໃນການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ລາວ. ປີ 2025 ມີຄວາມໝາຍສຳຄັນພິເສດໃນການຮ່ວມມືດ້ານການສຶກສາ ຫວຽດນາມ - ລາວ. ນີ້ຈະແມ່ນປີທີ່ສອງຝ່າຍຈັດຕັ້ງການສະຫຼຸບເບື້ອງຕົ້ນແຜນຮ່າງ “ຍົກສູງຄຸນນະພາບ ແລະ ປະສິດທິຜົນໃນການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດການສຶກສາ  ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ໄລຍະ 2021 - 2023”. ໝາກຜົນເບື້ອງຕົ້ນຈະສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການປະຕິບັດບັນດາເປົ້າໝາຍຂອງໄລຍະ 5 ປີຕໍ່ໄປ, ນັບແຕ່ປີ 2026 – 2030.

ໃນຊຸມປີຈະມາເຖິງ, ການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ ແລະ ລາວ ຈະບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ. ປັດຈຸບັນມີນັກສຶກສາລາວກ່ວາ 10.000 ຄົນພວມຮ່ຳຮຽນຢູ່ ຫວຽດນາມ. ບັນດາຮາກຖານບຳລຸງສ້າງຢູ່ ຫວຽດນາມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດໃຫ້ແກ່ນັກສຶກສາລາວ, ໝູນໃຊ້ຫຼາຍວິທີການທີ່ມີຫົວຄິດປະດິດສ້າງເພື່ອແນໃສ່ໜູນຊ່ວຍວິວັດການຮ່ຳຮຽນຄື ພານັກສຶກສາລາວ ມາຢູ່ເຮືອນປະຊາຊົນ, ຈັດຕັ້ງບັນດາໂຄງການເພີ່ມທະວີຄວາມສາມາດດ້ານວິຊາການ, ບຳລຸງພາສາຫວຽດ ສະເພາະຂະແໜງ ແລະ ຫຼັກສູດຮຽນກຽມມະຫາວິທະຍາໄລ…

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງຈຳນວນໜຶ່ງທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຂໍຂອບໃຈ!

TAG
VOV/VOVworld/ການ​ທ່ອງ​ທ່ຽວ/ການ​ສຶກ​ສາ/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ