ພາຍຫຼັງທີ່ພວກຂ້າພະເຈົ້າໄດ້ລົງພາບສາລະຄະດີກ່ຽວກັບໂນນພູທີ່ປົກຄຸມໄປດ້ວຍສີຂາວກະຈະຂອງດອກໝາກໝັ້ນຢູ່ທົ່ວເຂດພູດອຍ ມົກເຈົາ ໃນເວັບໄຊ vovworld.vn, ພວກຂ້າພະເຈົ້າ ໄດ້ຮັບຫຼາຍຄອມເມັ້ນຂອງທ່ານຜູ້ຟັງ, ໃນນັ້ນເພື່ອນ ດາວວຽງ ຢູ່ນະຄອນຫຼວງ ວຽງຈັນໄດ້ແບ່ງປັນວ່າ: “ຄືດັ່ງຫົວຂໍ້ຂອງພາບສາລະຄະດີ: ຫຼົງໄຫຼໄປກັບຄວາມສວຍງາມທີ່ຂາວສະອາດຂອງໝາກໝັ້ນຢູ່ ມົກເຈົາ, ພຽງແຕ່ເບິ່ງຮູບເທົ່ານັ້ນ, ຂ້າພະເຈົ້າກໍຖືກດຶງດູດໃຈດ້ວຍຄວາມງາມຂອງດອກໄມ້ຊະນິດນີ້ ແລະ ປາດຖະໜາຢາກໄດ້ໄປຊົມປ່າດອກໄມ້ນີ້ເທື່ອໜຶ່ງ.”
ແຂກທ່ອງທ່ຽວຫຼາຍຄົນຫຼົງໄຫຼໄປກັບຄວາມສວຍງາມທີ່ຂາວສະອາດຂອງໝາກໝັ້ນຢູ່ ມົກເຈົາ |
“ຮ່າໂນ້ຍ ສົມໄດ້ນອນໃນ Top 10 ສະຖານທີ່ທ່ອງທ່ຽວສວຍງາມທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້. ຂ້າພະເຈົ້າໄດ້ຮຽນປະລິນຍາໂທຢູ່ຮ່າໂນ້ຍ ເປັນເວລາ 2 ປີ. ຂ້າພະເຈົ້າໄດ້ມີໂອກາດສຳຜັດກັບທັດສະນີຍະພາບທັງ 4 ລະດູຢູ່ທີ່ນີ້. ລະດູໃດກໍມີຄວາມງາມສະເພາະຂອງມັນ. ບໍ່ພຽງແຕ່ມີຄວາມງາມກ່ຽວກັບທັດສະນີຍະພາບເທົ່ານັ້ນ, ຮ່າໂນ້ຍ - ນະຄອນຫຼວງແຫ່ງອະລິຍະທຳນັບພັນປີ ຍັງມີຫຼາຍສິ່ງຫຼາຍຢ່າງທີ່ໜ້າຈັບອົກຈັບໃຈເພື່ອໃຫ້ເພື່ອນຄົ້ນຫາອີກເດີ”.
ບໍ່ພຽງແຕ່ເພື່ອນ ຄຳພອນ ຢູ່ ແຂວງ ຄຳມ່ວນ ທີ່ໄດ້ສົ່ງມາຍັງລາຍການ ສະແດງຄວາມຮູ້ສຶກຂອງຕົນພາຍຫຼັງທີ່ອ່ານຂ່າວ “ຮ່າໂນ້ຍ ນອນໃນ Top 10 ສະຖານທີ່ສວຍງາມທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້” ໂດຍເວັບໄຊການທ່ອງທ່ຽວ The Travel ຄັດເລືອກ ເທົ່ານັ້ນ, ຫາກຍັງມີທ່ານຜູ້ຟັງຜູ້ອ່ານຫຼາຍຄົນຢູ່ຫຼາຍປະເທດກໍ່ໄດ້ສົ່ງຂໍ້ຄວາມ, ຈົດໝາຍມາຊົມເຊີຍຄວາມງາມຂອງນະຄອນ ຮ່າໂນ້ຍ ແລະ ຢາກໄດ້ມາຢາມຄັ້ງໜຶ່ງ.
ຕໍ່ໄປແມ່ນຈົດໝາຍຂອງເພື່ອນ ບຸນສົງ ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນໄດ້ສົ່ງຈົດໝາຍເຖິງລາຍການດ້ວຍຄຳຖາມກ່ຽວຂ້ອງເຖິງການທ່ອງທ່ຽວ. ເຊິ່ງມີເນື້ອໃນດັ່ງນີ້: ຊົມເຊີຍ ຫວຽດນາມ ທີ່ມີ Homestay ຫຼາຍແຫ່ງຍາດໄດ້ລາງວັນ Homestay ອາຊຽນ 2023. ໃນນັ້ນ ມີ ຄຸ້ມ Homestay ເຫງັຍໂດ ຢູ່ລາວກາຍ - ເຊິ່ງເປັນແຂວງ ທີ່ຂ້າພະເຈົ້າຈະໄປທ່ຽວໃນລະດູຮ້ອນປີນີ້. ສະນັ້ນ, ຢາກໃຫ້ບັນນາທິການພາກພາສາລາວ ແນະນຳກ່ຽວກັບ ຄຸ້ມ Homestay ດັ່ງກ່າວໃຫ້ແດ່. ຂໍຂອບໃຈ.
ເຮືອນຮ້ານທີ່ເປັນມູນເຊື້ອຂອງເຜົ່າໄຕ ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍ (ພາບ: doithoaiphattrien.vn) |
ຫວັງວ່າ, ບັນດາຂໍ້ມູນເຫຼົ່ານັ້ນ ຈະເປັນປະໂຫຍດໃຫ້ແກ່ ບຸນສົງ ໃນໄລຍະມາທ່ອງທ່ຽວ ລາວກາຍ ຂອງເພື່ອນໃນໄລຍະຈະມາເຖິງ.
ຮູບໃບໂພ ບໍ່ພຽງແຕ່ມີຄຸນຄ່າດ້ານສິລະປະສູງເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານຈິດວິນຍານ ແລະ ມູນຄ່າເສດຖະກິດສູງອີກດ້ວຍ (ພາບ: tranhlabode.net) |
ດັ່ງກ່າວກ່າວມາຂ້າງເທິງແມ່ນຂັ້ນຕອນການຜະລິດຮູບໃບໂພແຜ່ນໜຶ່ງ. ຮູບໃບໂພ ບໍ່ພຽງແຕ່ມີຄຸນຄ່າດ້ານສິລະປະສູງເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານຈິດວິນຍານ ແລະ ມູນຄ່າເສດຖະກິດສູງອີກດ້ວຍ.
ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີ ຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວ . ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.




