logo

ແນະ​ນຳ​ກ່ຽວ​ກັບ​ພິ​ທີ​ເດີນ​ຂະ​ບວນ, ສວນ​ສະ​ໜາມ ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ຫວຽດ​ນາມ ທີ 2 ກັນ​ຍາ

2025/8/28 | 09:06:22
(VOVWORLD) - ໃນອາທິດຜ່ານມາVOV5 ໄດ້ຮັບຂົດໝາຍທັດງໝົດ 483 ສະບັບ,  ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 24 ສະບັບຈາກທ່ານຜູ້ຟັງລາວ.

ເມື່ອເອົາຂ່າວ “ກອງທັບປະຊາຊົນລາວ ກຽມພ້ອມເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ” ລົງໃນເວັບໄຊ vovworld.vn ແລະ Fanpage LAO VOV5, ພວກເຮົາໄດ້ຮັບຄວາມຄວາມສົນໃຈຈາກທ່ານຜູ້ຟັງ, ຜູ້ອ່ານຫຼາຍທ່ານ. ມີຫຼາຍ ຄອມເມັ້ນ ຄື: “ສຸດຍອດ! ສາຍພົວພັນ ຫວຽດນາມ - ລາວ ອ້າຍນ້ອງ, “ຫວຽດ - ລາວ ສາມັກຄີ” ແລະ ຫຼາຍຄົນພວມລໍຄອຍໄດ້ຮັບຊົມການເດີນຂະບວນ, ສວນສະໜາມຂອງກອງທັບລາວໃນພິທີສະເຫຼີມສະຫຼອງ.

ໄປຄຽງຄູ່ກັນນັ້ນ, ມີຜູ້ຟັງ, ຜູ້ອ່ານຫຼາຍທ່ານກໍສະແດງຄວາມປະທັບໃຈ ແລະ ຕື້ນຕັນໃຈຕໍ່ບັນຍາກາດຂ່ຳນັບຮັບຕ້ອນວັນຊາດຂອງ ຫວຽດນາມ. ທ່ານ ໄພວີ ສີບົວລິພາ - ລັດຖະມົນຕີກະຊວງຍຸຕິທຳ ລາວ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າໄປປະຕິບັດງານຢູ່ ຮ່າໂນ້ຍ ກົງກັບຈຸດເວລາດຳເນີນການຊ້ອມເດີນຂະບວນ, ສວນສະໜາມຄັ້ງທີ 2. ຂ້າພະເຈົ້າປະທັບໃຈ ແລະ ຕື້ນຕັນໃຈຫຼາຍ ເມື່ອເຫັນປະຊາຊົນ ຫວຽດນາມ ຫຼາຍໆຄົນນຸ່ງເສື້ອທຸງຊາດ ເຕົ້າໂຮມກັນຢູ່ 2 ຟາກແຄມທາງເພື່ອຮັບຊົມການຊ້ອມ. ຂ້າພະເຈົ້າຮູ້ສຶກໄດ້ເຖິງນ້ຳໃຈຮັກຊາດຢ່າງລົ້ນເຫຼືອຂອງປະຊາຊົນ ຫວຽດນາມ”.

ສ່ວນເພື່ອນ ຄຳພອນ ຢູ່ນະຄອນຫຼວງ ວຽງຈັນ ແບ່ງປັນວ່າ: “ຜ່ານພາບສາລະຄະດີໃນເວັບໄຊນັ້ນ, ຂ້າພະເຈົ້າເຫັນວ່າ ພິທີເດີນຂະບວນ, ສວນສະໜາມຂອງ ຫວຽດນາມ ໃນຄັ້ງນີ້ ອາລັງການຫຼາຍ”. 

ສືບຕໍ່ລາຍການ, ພວກຂ້າພະເຈົ້າຈະຕອຄຳຖາມຈຳນວນໜຶ່ງທີ່ຜູ້ຟັງໄດ້ຝາກເຖິງລາຍການໃນອາທິດຜ່ານມາ.

ນັກຮົບ 120 ສະຫາຍຂອງກອງທັບປະຊາຊົນລາວ ຕັ້ງໜ້າຝຶກຊ້ອມກຽມເຂົ້າຮ່ວມພິທີເດີນຂະບວນສວນສະໜາມ (ພາບ: VTV News)

ຄຳຖາມທຳອິດ ແມ່ນຂອງເພື່ອນ ຄຳຫຼ້າ ສີບຸນເຮືອງ ຢູ່ນຄອນຫຼວງ ວຽງຈັນ. ເພື່ອນຖາມວ່າ, ພິທີເດີນຂະບວນ, ສວນສະໜາມຂອງ ຫວຽດນາມ ຄັ້ງນີ້ ມີຈຸດພິເສດຫຍັງ ເມື່ອທຽບໃສ່ການເດີນຂະບວນ, ສວນສະໜາມຄັ້ງກ່ອນໆ? ແລະ ຂ້າພະເຈົ້າສາມາດຊົມພິທີເດີນຂະບວນດັ່ງກ່າວຜ່ານຊ່ອງທາງໃດ?

ພິທີເດີນຂະບວນສວນສະໜາມ ສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ ຈະໄດ້ດຳເນີນຢ່າງເປັນທາງການໃນເວລາ 6 ໂມງ 30 ນາທີ ຂອງວັນທີ 2 ກັນຍາ 2025 ຢູ່ສະໜາມຫຼວງ ບາດິ່ງ - ບ່ອນປະທານ ໂຮ່ຈີມິນ ກ່າວຖະແຫຼງປະກາດເອກະລາດ ສະຖາປະນາປະເທດ. ໃນພິທີເດີນຂະບວນສວນສະໜາມຄັ້ງນີ້ ບໍ່ພຽງແຕ່ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ລະດັບຊາດ, ອາລັງການກວ່າແຕ່ລະຄັ້ງແລ້ວ, ຫາກຍັງມີການເຂົ້າຮ່ວມຂອງກ້ອນກຳລັງກອງທັບຕ່າງປະເທດຄື ລາວ, ລັດເຊຍ, ກຳປູເຈຍ ອີກດ້ວຍ. ທ່ານ ພົນເອກ ຫງວຽນເຕິນເກືອງ - ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແບ່ງປັນວ່າ: “ຈຸດພິເສດໃນກ້ອນກຳລັງເດີນຂະບວນສວນສະໜາມຄັ້ງນີ້ ບໍ່ພຽງແຕ່ມີກ້ອນກຳລັງທາງບົກ, ກ້ອນກຳລັງກົນຈັກ, ກ້ອນກຳລັງອາກາດ ເທົ່ານັ້ນ ຫາກຍັງມີກ້ອນກຳລັງຢູ່ທະເລ ລວມມີ ກ່ຳປັ່ນດຳນ້ຳ, ກໍ່າປັ່ນໜ້ານ້ຳຂອງກອງທັບເຮືອ, ຂອງຕຳຫຼວດທະເລ, ຂອງທະຫານປ້ອງກັນຊາຍແດນ ແລະ ຂອງ ກອງພັນທະຫານເຮືອ ທະຫານລາດປະຈຳການ ເຊິ່ງຈະໄດ້ຮັບການຖ່າຍທອດສົດສົ່ງມາຍັງ ສະໜາມຫຼວງ ບາດິ່ງ.

ເພື່ອຮັບຊົມຈຸດເວລາທີ່ມີຄວາມໝາຍ ແລະ ສັກສິດນີ້, ທ່ານສາມາດຕິດຕາມລາຍການຖ່າຍທອດສົດຂອງວິທະຍຸກະຈາຍສຽງ ຫວຽດນາມ ເຊິ່ງຈະໄດ້ ແຊສ໌ ໃນ fanpage LAO VOV5 ຂອງພວກຂ້າພະເຈົ້າຜ່ານທາງ facebook ເດີ. 

ຄຳຖາມຕໍ່ໄປແມ່ນມາຈາກເພື່ອນ ເພັດມະນີ ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນຢາກຮັບຟັງການແນະນຳກ່ຽວກັບຖ້ຽວລົດໄຟ The Hanoi Train.

ຖ້ຽວລົດໄຟ The Hanoi Train ຫຼື ຍັງເອີ້ນວ່າ ລົດໄຟ ຮ່າໂນ້ຍ 5 ປະຕູເມືອງ, ລວມມີ 10 ຕູ້, ໂດຍໄດ້ຮັບການອອກແບບເປັນ 2 ຊັ້ນ, ໃນນັ້ນ ມີ 5 ຕູ້ໄດ້ປະດັບປະດາຕາມ 5 ຫົວຂໍ້ທີ່ແຕກຕ່າງກັນ, ໂດຍເລີ່ມຈາກແຮງບັນດານໃຈຂອງປະຕູເມືອງ 5 ແຫ່ງທີ່ມີຊື່ສຽງໃນປະຫວັດສາດ ຮ່າໂນ້ຍ ຄື: ປະຕູ ໂອກວານເຈືອງ, ປະຕູ ໂອເກົ່າເຢັ່ນ, ປະຕູ ໂອດົງມາກ, ປະຕູ ໂອເກົ່າເຢີຍ ແລະ ປະຕູ ໂອເຈີ້ເຢື່ອ. ສ່ວນ 2 ຕູ້ທີ່ຍັງເຫຼືອ ສະຫງວນໃຫ້ແຂກທ່ອງທ່ຽວ check-in ໂດຍສະເພາະ. ນີ້ແມ່ນຄັ້ງທຳອິດທີ່ຂະບວນລົດໄຟທ່ອງທ່ຽວໄດ້ອອກແບບສະເພາະເພື່ອແນະນຳວັດທະນະທຳ ຮ່າໂນ້ຍ ຜ່ານການເດີນທາງໂດຍລົດໄຟ, ສົມທົບລະຫວ່າງອະດີດຕະການ ແລະ ຄວາມເປັນທັນສະໄໝ. ຄາດວ່າ, ຂະບວນລົດໄຟດັ່ງກ່າວ ຈະໄດ້ເປີດຮັບໃຊ້ແຂກທ່ອງທ່ຽວນັບແຕ່ເດືອນ ກັນຍາ 2025 ເປັນຕົ້ນໄປ. ແຕ່ລະມື້ ມີ 3 ຖ້ຽວ ໃນເວລາ 8h, 14h ແລະ 20h30. ໂດຍເລີ່ມເດີນທາງແຕ່ສະຖານີລົດໄຟ ຮ່າໂນ້ຍ, ໄປຜ່ານ ລອງບຽນ, ຢາເລີມ, ອຽນວຽນ, ຕື່ເຊີນ ແຂວງ ບັກນິງ ແລ້ວກັບຄືນສະຖານີລົດໄຟ ຮ່າໂນ້ຍ, ເຊິ່ງເໝາະສົມເພື່ອໃຫ້ແຂກທ່ອງທ່ຽວໄດ້ສຳຜັດການເດີນທາງໃນບັນຍາກາດທັງກາງເວັນ ແລະ ກາງຄືນຕາມໃຈມັກ.

ຫວັງວ່າ ເພື່ອນຈະມາຢ້ຽມຢາມ ຮ່າໂນ້ຍ ໃນໄວໆນີ້ ເພື່ອສຳຜັດກັບການຂີ່ລົດໄຟຊົມວິວ ແລະ ຢ່າລືມແບ່ງປັນຄວາມຮູ້ສຶກໃຫ້ແກ່ພວກຂ້າພະເຈົ້າແດ່ເດີ. 

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn.

TAG
VOV/VOVworld/ເດີນ​ຂະ​ບວນ/ສວນ​ສະ​ໜາມ ສະ​ເຫຼີມ​ສະຫຼອງ/ລົດໄຟ The Hanoi Train.

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ