ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດ (VOV5) ຄົບຮອບ 80 ປີ, ມີທ່ານຜູ້ຟັງຫຼາຍທ່ານໄດ້ຝາກຈົດໝາຍອວຍພອນເຖິງພວກຂ້າພະເຈົ້າ.
ໃນນັ້ນ, ເພື່ອນ ຄຳປະເສີດ ຢູ່ໄຊສົມບູນ ຂຽນວ່າ: “ຊົມເຊີຍ VOV ທີ່ໄດ້ເປັນກຽດຮັບຫຼຽນໄຊປະທານ ໂຮ່ຈີມິນ. ຫຼຽນໄຊ ດັ່ງກ່າວ ໄດ້ຢັ້ງຢືນບັນດາຜົນງານ VOV ບັນລຸໄດ້ໃນ 80 ປີຜ່ານມາ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົບຂອບໃຈເຖິງບັນນາທິການລາຍການກະຈາຍສຽງພາກພາສາລາວ. ພ້ອມດຽວກັນນັ້ນ, ກໍແມ່ນການຊ່ວຍເຫຼືອແບບພິເສດຂອງ VOV ທີ່ມີຕໍ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ ເພື່ອໃນມື້ນີ້ພວກຂ້າພະເຈົ້າໄດ້ຮັບຟັງບັນດາຂໍ້ມູນຂ່າວທີ່ເປັນປະໂຫຍດດ້ວຍຄຸນນະພາບຂອງສັນຍານ ແລະ ການກະຈາຍສຽງທີ່ດີກວ່າເກົ່າ”.
ເພື່ອນ David Iurescia ຈາກ ອາກຊັງຕິນ, ແບ່ງປັນວ່າ: “ຂໍຝາກຄຳສະບາຍດີຈາກຜູ້ຟັງ ອາກຊັງຕິນ ຜູ້ໜຶ່ງ ເນື່ອງໃນໂອກາດຄົບຮອບ 80 ປີຂອງ VOV! ຂໍຊົມເຊີຍຜົນງານອັນດີເລີດຂອງ VOV ໃນ 8 ທົດສະວັດຜ່ານມາ, ເຊິ່ງໄດ້ແນະນຳກ່ຽວກັບຊີວິດຕົວຈິງຂອງ ຫວຽດນາມ ໃນແຕ່ລະວັນມາຍັງມະຫາຊົນໃນໂລກ!”.
ເພື່ອນ Diego Echeverri ມາຈາກ ໂກລົມເບຍ, ອວຍພອນມາດັ່ງນີ້: “ຂ້າພະເຈົ້າຂໍຊົມເຊີຍ VOV5 ດ້ວຍບັນດາລາຍການພາສາ ແອັດສະປາຍ ທີ່ຈັບອົກຈັບໃຈ. ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງນີ້, ຂ້າພະເຈົ້າຢາກຂໍຝາກຄຳອວຍພອນອັນປະເສີດໄປເຖິງທິມງານຜະລິດລາຍການ ແລະ ຂໍອວຍພອນໃຫ້ VOV ນັບມື້ນັບພັດທະນາຍິ່ງໆຂຶ້ນ”.
ສືບຕໍ່ລາຍການ, ພວກຂ້າພະເຈົ້າຂໍຕອບບັນດາຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກເຖິງລາຍການໃນອາທິດຜ່ານມາ.
ໂອກວານເຈືອງ ຕັ້ງຢູ່ຖະໜົນ ຮ່າງຈຽວ ຍັງຄົງຮັກສາຄວາມງາມແບບເກົ່າແກ່ (ພາບ: VTC News) |
ໃນຈົດໝາຍຝາກເຖິງລາຍການ, ເພື່ອນ ຄຳສີ ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຂຽນວ່າ: “ໃນບົດແນະນຳກ່ຽວກັບລາຍການທ່ອງທ່ຽວນັ່ງລົດໄຟຊົມວິວ ຮ່າໂນ້ຍ ໂດຍມີຕູ້ລົດໄຟຕາມແບບ 5 ປະຕູເມືອງ ຮ່າໂນ້ຍ – The Hanoi Train, ຂ້າພະເຈົ້າເຫັນວ່າຈັບໃຈ ແລະ ຢາກໄປລົງຕົວຈິງໃນໂອກາດໄປ ຮ່າໂນ້ຍ ໃນມໍ່ໆນີ້. ຂ້າພະເຈົ້າກໍຢາກໃຫ້ທາງລາຍການ ແນະນຳເພີ່ມເຕີມກ່ຽວກັບ 5 ປະຕູເມືອງ ຮ່າໂນ້ຍ ສູ່ຟັງແດ່. ສະນັ້ນ, ຕໍ່ໄປນີ້, ພວກຂ້າພະເຈົ້າຈະແນະນຳກ່ຽວກັບ 5 ປະຕູເມືອງ ຮ່າໂນ້ຍ ໂດຍສັງເຂບ ສູ່ເພື່ອນ ຄຳສີ ແລະ ທ່ານຜູ້ຟັງທຸກໆທ່ານຄືດັ່ງນີ້:
5 ປະຕູເມືອງຂອງ ຮ່າໂນ້ຍ ລວມມີ ໂອກວານເຈືອງ, ໂອເກົ່າເຢັນ, ໂອເກົ່າເຢີຍ, ໂອເຈີ້ເຢື່ອ ແລະ ໂອດົງມາກ ແມ່ນບັນດາປະຕູໂຂງເຂົ້າພະລາດຊະວັງ ທັງລອງ (ສະຕະວັດທີ XI – XVIII). ເຖິງວ່າຜ່ານໄລຍະປະຫວັດສາດທີ່ເຍື້ອເຍື້ອຍາວນານ, ແຕ່ໄລ່ມາຮອດປັດຈຸບັນນີ້ ຮູບພາບ 5 ປະຕູເມືອງນັ້ນ ຍັງຜູກພັນປະຊາຊົນຊາວ ຮ່າໂນ້ຍ, ກາຍເປັນບັນດາສະຖານທີ່ທີ່ມີຊື່ສຽງຂອງ ຮ່າໂນ້ຍ. ພິເສດ, 5 ປະຕູເມືອງນີ້ກໍແມ່ນບັນດາຈຸດຄົມມະນາຄົມທີ່ສຳຄັນຂອງນະຄອນຫຼວງ ຮ່າໂນ້ຍ. 5 ປະຕູເມືອງ ບໍ່ພຽງແຕ່ແມ່ນເສັ້ນທາງໄປມາ ເຂົ້າອອກເມືອງເທົ່ານັ້ນ, ຫາກຍັງມີຄວາມໝາຍປະຫວັດສາດ - ບ່ອນທີ່ຕິດພັນກັບບັນດາບັ້ນຕໍ່ຕ້ານ, ການປ່ຽນແປງຕາມແຕ່ລະໄລຍະຂອງພະລາດຊະວັງ ທັງລອງ - ຮ່າໂນ້ຍ. ສຳລັບຊາວ ຮ່າໂນ້ຍ ແລ້ວ, “5 ປະຕູເມືອງ” ຍັງແມ່ນຄວາມຊົງຈຳດ້ານວັດທະນະທຳ, ໄດ້ກາຍເປັນຮູບພາບໃນບົດກາບບົດກອນ, ສິລະປະດົນຕີ, ກາຍເປັນສັນຍາລັກຫວນຄືນໄລຍະຄົງຕົວຂອງພະລາດຊະວັງ ທັງລອງ ທີ່ເກົ່າແກ່ ແລະ ພິລາດອາດຫານໃນເມື່ອກ່ອນ. ມາຮອດປັດຈຸບັນ, ມີພຽງແຕ່ ໂອກວານເຈືອງ ຕັ້ງຢູ່ຖະໜົນ ຮ່າງຈຽວ ແມ່ນຍັງຄົງຮັກສາຄວາມງາມແບບເກົ່າແກ່ ແລະ ໄດ້ຮັບການຮັບຮອງເປັນມໍລະດົກປະຫວັດສາດເມື່ອປີ 1994. ນີ້ກໍແມ່ນໜຶ່ງໃນບັນດາສະຖານທີ່ checkin ທີ່ບໍ່ຄວນພາດສຳລັບແຂກທ່ອງທ່ຽວເມື່ອມາ ຮ່າໂນ້ຍ.
ຕໍ່ໄປ, ພວກຂ້າພະເຈົ້າຈະແນະນຳກ່ຽວກັບ ຫໍພິພິຕະພັນອາວະກາດ ຕາມຄວາມປະສົງຂອງເພື່ອນ ຄຳສີ.
ຫໍພິພິທະພັນ ອາວະກາດ ຫວຽດນາມ ຕັ້ງຢູ່ເຂດອຸດສາຫະກຳສູງ ຮວ່າລາກ (ຮ່າໂນ້ຍ), ໂດຍຫ່າງຈາກໃຈກາງນະຄອນ ຮ່າໂນ້ຍ ປະມານ 30 ກິໂລແມັດ, ເສັ້ນທາງສັນຈອນໄປມາມີຄວາມສະດວກ ເພື່ອໃຫ້ເພື່ອນແວ່ຢາມ. ດ້ວຍເນື້ອທີ່ທັງໝົດກວ່າ 3.000 m2, ຫໍພິພິທະພັນອາວະກາດ ລວມມີເຂດວາງສະແດງກາງແຈ້ງ ແລະ ໃນຮົ່ມ, ໂດຍແບ່ງອອກເປັນ 5 ເຂດຫຼັກ. ໃນນັ້ນ, ເຂດຢູ່ກາງແຈ້ງໄດ້ວາງສະແດງບັນດາຮູບຈຳລອງດາວເຄາະໃນລະບົບດວງຕາເວັນ. ເຂົ້າໃນເຂດວາງສະແດງຢູ່ໃນຮົ່ມ, ແຂກທ່ອງທ່ຽວຈະໄດ້ສຳຜັດກັບບັນດາການທົດລອງວິທະຍາສາດພື້ນຖານກ່ຽວກັບແສງ, ສຽງ, ບັນດາກົດເກນກ່ຽວກັບແຮງດຶງດູດຂອງ Newton, ກໍຄືຊອກຮູ້ກ່ຽວກັບດາວເຄາະ, ດວງດາວ, ຈັກກະວານ ແລະ ພິເສດແມ່ນລະບົບດວງຕາເວັນ. ຂຶ້ນໄປຊັ້ນ 2 ແມ່ນເຂດວາງສະແດງອຸດສາຫະກຳອາວະກາດ ແລະ ບັນດາດາວທຽມໂດຍ ຫວຽດນາມ ພັດທະນາ, ບັນດາຮູບແບບຈຳລອງລູກສອນໄຟຂອງຫຼາຍປະເທດ.... ໄປຄຽງຄູ່ກັນນັ້ນ, ກໍຍັງມີເຂດທາດດາລາສາດ, ເຊິ່ງເປັນຈຸດເນັ້ນໜັກພິເສດຢູ່ຫໍພິພິທະພັນ. ແຂກທ່ອງທ່ຽວສາມາດສັງເກດທ້ອງຟ້າໄດ້ຢ່າງຊັດເຈນ. ເມື່ອມາຢາມຫໍພິພິທະພັນແຫ່ງນີ້, ແຂກທ່ອງທ່ຽວ ຍັງສາມາດຮູ້ແຈ້ງເຖິງຄວາມສຳພັນຢ່າງເລິກເຊິ່ງລະຫວ່າງ ວັດທະນະທຳປະຫວັດສາດ ຫວຽດນາມ ກັບອາວະກາດໂດຍຜ່ານແຜນທີ່ດວງດາວ ແລະ ໜ້າກອງທອງ...
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn.
ຂໍຂອບໃຈ!




