logo

ແນະ​ນຳ​ກ່ຽວ​ກັບ ອະງຸ່ນ ຫວຽດ​ນາມ

2025/10/2 | 09:26:20

(VOVWORLD) - ໃນອາທິດຜ່ານມາ,ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 368 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ.ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 21 ສະບັບຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.

ພາບປະກອບ: VOV

ທ່ານຜູ້ຟັງ Diego Alejandro Echeverri, ມາຈາກໂກລົມເບຍ ແບ່ງປັນວ່າ: ຄືຕາມປົກກະຕິ, ຂ້າພະເຈົ້າຂໍຊົມເຊີຍພວກເພື່ອນຍ້ອນບັນດາລາຍການທີ່ດີ. ຂ້າພະເຈົ້າຢາກເວົ້ານຳພວກເພື່ອນວ່າ ຂ້າພະເຈົ້າຍາມໃດກໍ່ຮັບຟັງພວກເພື່ອນແບບທາງໄກ. ຂ້າພະເຈົ້າມັກບັນດາລາຍການທີ່ດີຂອງພວກເພື່ອນທີ່ສຸດ ກໍ່ຄືວັດນະທະທຳຂອງ ຫວຽດນາມ.

ໃນເວັບໄຊຂອງລາຍການພາກພາສາຈີນ, ມີທ່ານຜູ້ຟັງຄົນໜຶ່ງ ໄດ້ຂຽນວ່າ: ຂ້າພະເຈົ້າມັກຮັກລາຍການກະຈາຍສຽງພາກພາສາຈີນ ຂອງວິທະຍຸກະຈາຍສຽງ ຫວຽດນາມ, ຖືນີ້ແມ່ນເພື່ອນຮ່ວມເດີນທາງໃນເວລາວ່າງ. ຜ່ານລາຍການກະຈາຍສຽງ, ຂ້າພະເຈົ້າໄດ້ຮັບຂ່າວປະຈຳວັນກ່ຽວກັບຫວຽດນາມ, ໄດ້ຮັບຟັງເລື່ອງລາວຕ່າງໆກ່ຽວກັບຊີວິດການເປັນຢູ່ຂອງຫຼາຍຄົນ, ເຮັດໃຫ້ຂ້າພະເຈົ້າຮູ້ສຶກຄືພວມດຳລົງຊີວິດຢູ່ ຫວຽດນາມ. ມີຄວາມໃກ້ຊິດສະໜິດສະໜົມ ແລະ ຕື້ນຕັນໃຈທີ່ສຸດ. ຂ້າພະເຈົ້າຫວັງວ່າ ນ້ຳໃຈມິດຕະພາບລະຫວ່າງພວກເຮົາຈະສາມາດຖ່າຍທອດໄປສູ່ຫຼາຍລຸ້ນຄົນ. ຂ້າພະເຈົ້າຂໍອວຍພອນໃຫ້ປະຊາຊົນ ຫວຽດນາມ ຍາມໃດກໍ່ມີຄວາມຜາສຸກ ແລະ ສຸຂະພາບທີ່ເຂັ້ມແຂງ, ອວຍພອນໃຫ້ລາຍການວິທະຍຸກະຈາຍສຽງ ຫວຽດນາມ ນັບມື້ນັບອຸດົມສົມບູນ.

ເພື່ອນ ບົວລະພາ ວົງຄຳມີ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີເມວເຖິງລາຍການ ໂດຍຢາກຖາມກ່ຽວກັບເຂດປູກຕົ້ນໝາກອງຸ່ນຢູ່ແຂວງ ນິງທ້ວນ, ເພື່ອນໃຫ້ຮູ້ວ່າ: ຂ້້າພະເຈົ້າ ແລະ ເອື້ອຍມັກກິນໝາກອງຸ່ນຫຼາຍ, ມື້ກ່ອນ , ຊາວ ຫວຽດ ຄົນໜຶ່ງຢູ່ບ້ານໃກ້ຄຽງໄດ້ເອົາໝາກອງຸ່ນ ແລະ ໝາກກະທັນມາໃຫ້, ຖາມແລ້ວຈຶ່ງຮູ້ວ່າໝາກໄມ້ສອງຊະນິດນີ້ປູກຢູ່ ຫວຽດນາມ. ຂ້າພະເຈົ້າຢາກຮູ້ແຈ້ງກ່ຽວກັບເຂດປູກໝາກອງຸ່ນນີ້ຕື່ມອີກ?

ເພື່ອນ ບົວລະພາ ວົງຄຳມີ ທີ່ຮັກແພງ, ແຂວງ ນິງທ້ວນ - ເຊິ່ງແມ່ນເຂດດິນແດນໃຕ້ສຸດຂອງພາກກາງ ຫວຽດນາມ ທີ່ມີແດດເຫຼືອງ ແລະ ຊາຍຂາວ ໂດຍເປັນທີ່ຮູ້ຈັກກັນດີວ່າແມ່ນເຂດປູກຕົ້ນໝາກອງຸ່ນຂອງຫວຽດນາມ. ຕົ້ນອະງຸ່ນໄດ້ກາຍເປັນຕົ້ນໄມ້ຜະລິດເປັນສິນຄ້າ ແລະ ແມ່ນປະເພດໝາກໄມ້ມີລົດຫວານແຊບທີ່ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍຄົນ. ປະຈຸບັນ, ເນື້ອທີ່ດິນປູກໝາກອະງຸ່ນຂອງແຂວງ ນິງທ້ວນ ລວມມີປະມານ 1.100 ha, ສຸມໃສ່ຕົ້ນຕໍຢູ່ເມືອງ ນິງເຟືອກ, ນິງຫາຍ, ນິງເຊີນ ແລະ ນະຄອນ ຟານຣາງ - ທາບຈ໋າມ. ປະລິມານໝາກອະງຸ່ນໃນແຕ່ລະປີບັນລຸ 31.310 ໂຕນ ແລະ ຍອດລາຍຮັບແມ່ນປະມານ 830 ຕື້ດົ່ງ. ບັນດາໝາກອະງຸ່ນພັນຂຽວ, ແດງ, ມ່ວງ  ລ້ວນແຕ່ໄດ້ຮັບການປູກຢູ່ທົ່ວທຸກບ່ອນໃນແຂວງ ຍ້ອນສະພາບທີ່ດິນ, ອາກາດຢູ່ ນິງທ້ວນ ເໝາະສົມ ແລະ ກໍ່ໃຫ້ສະມັດຕະພາບສູງກ່ວາບັນດາປະເພດໝາກອະງຸ່ນນຳເຂົ້າ. ສະພາບຕົວຈິງຢູ່ສວນຕ່າງໆຂອງແຂວງ ນິງທ້ວນ ແມ່ນມີລາຍຮັບສະເລ່ຍປະມານແຕ່ 100 – 150 ລ້ານດົ່ງ/ha/ປີ, ເຈົ້າຂອງບາງສວນທີ່ທຳການປູກຝັງເກັ່ງ ກໍສາມາດປູກໝາກອະງຸ່ນພັນຂຽວ ບັນລຸໄດ້ລາຍຮັບປະມານ 300 ລ້ານດົ່ງ/ha/ປີ.

ຜູ້ຟັງ ຈັນທິດາ ບົວສອນ, ຈາກແຂວງ ຄຳມ່ວນ ໄດ້ສົ່ງອີເມວເຖິງລາຍການ ໂດຍໃຫ້ຮູ້ວ່າ: ເດືອນພະຈິກນີ້, ຂ້າພະເຈົ້າຈະໄປຫາໝູ່ ຫວຽດນາມ ຢູ່ແຂວງ ດ້ຽນບຽນ. ຂ້າພະເຈົ້າຫວັງວ່າ ບັນນາທິການພາກພາສາລາວ ຈະແນະນຳງານບຸນຕ່າງໆທີ່ຈະຈັດຂຶ້ນໃນເດືອນພະຈິກ ຢູ່ບັນດາແຂວງພູດອຍພາກເໜືອ ຫວຽດນາມ, ຖ້າມີໂອກາດຂ້າພະເຈົ້າຈະເຂົ້າຮ່ວມ.

ເພື່ອນ ຈັນທິດາ ບົວສອນ ທີ່ຮັກແພງ, ໃນຕົ້ນເດືອນພະຈິກ ນີ້, ແຂກທ່ອງທ່ຽວໄປຢາມແຂວງ ໄຕບັກ ອາດຈະມີໂອກາດເຂົ້າຮ່ວມງານບຸນຕາມທ້ອງຖະໜົນຢູ່ ຊາປາ, ເຊິ່ງໄດ້ຮັບການຈັດຂຶ້ນເປັນຄັ້ງທຳອິດເພື່ອແນໃສ່ສະເຫຼີມສະຫຼອງ 110 ປີແຫ່ງວັນການທ່ອງທ່ຽວ ຊາປາ. ເມື່ອເຂົ້າຮ່ວມງານບຸນຕາມທ້ອງຖະໜົນນີ້, ເພື່ອນສາມາດຮັບຊົມການສະແດງສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນເຜົ່າ ມົ້ງ, ຢ້າວ, ໄຕ່, ໄຢ໊… ດ້ວຍຫຼາຍຫົວຂໍ້ຄື: “ປ່າດອກໄມ້ ຊາປາ”, “ຊາປາ - ເຫຼົ້າ”, “ຊາປາ - ຢຸກຢາ”, “ສຽງແຄນຕ້ອນຮັບເພື່ອນດັງກ້ອງ”… ງານບຸນຄັ້ງນີ້ຈະເຕົ້າໂຮມນັກສິລະປິນ, ນັກສະແດງນັບຮ້ອຍຄົນທີ່ເຂົ້າຮ່ວມດ້ວຍຂອບຂະໜາດໃຫຍ່ ແລະ ການເຄື່ອນໄຫວຕ່າງໆທີ່ເປັນເອກະລັກສະເພາະ, ໃໝ່ອ່ຽມ. ຫວັງວ່າ, ບັນດາຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ເພື່ອນມີການທ່ອງທ່ຽວທີ່ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຈັບໃຈ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

ຂໍຂອບໃຈ!

TAG
VOV/VOVworld/ຊາ​ປາ/ການ​ທ່ອງ​ທ່ຽວ/ໝາກ​ໄມ້/ອະງຸ່ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ