ພາຍຫຼັງຕິດຕາມພາບສາລະຄະດີໃນເວັບໄຊ vovworld.vn, ເພື່ອນ ທິບດາວອນ ຢູ່ນະຄອນຫຼວງ ວຽງຈັນ ມີຄວາມປະທັບໃຈເປັນພິເສດຕໍ່ຮູບຝາຜະໜັງທີ່ເຕັມໄປດ້ວຍສີສັນຢູ່ໝູ່ບ້ານປະມົງ ເຍິນຫຼີ, ແຂວງບິ່ງດິ້ງ. ໃນຈົດໝາຍຝາກເຖິງລາຍການ, ເພື່ອນແບ່ງປັນວ່າ: “ຮູບຝາຜະໜັງ ງາມຫຼາຍ ແລະ ມີຊີວິດຊີວາ. ຂ້າພະເຈົ້າກໍຢາກໄປຄົ້ນຫາຊີວິດການເປັນຢູ່ຂອງປະຊາຊົນຢູ່ໝູ່ບ້ານປະມົງ ແຕ່ຍັງບໍ່ທັນມີໂອກາດເທື່ອ. ພາຍຫຼັງທີ່ເຫັນຮູບຝາຜະໜັງສວຍງາມນີ້, ຂ້າພະເຈົ້າກໍເລີຍຄິດເຖິງເລື່ອງຈະສ້າງແຜນການ ແລະ ສັບຊ້ອນເວລາ ເພື່ອໄປຄົ້ນຫາໝູ່ບ້ານປະມົງ ເຍິນຫຼີ ໃນໄລຍະຈະມາເຖິງ”.
ຮູບຝາຜະໜັງ ໃນບ້ານ ຊາວປະມົງຖືກແຕ້ມທີ່ສວຍງາມ,ຫຼາກຫຼາຍສີສັນເຊິ່ງໄດ້ວາດພາບເຖິງການດຳລົງຊີວິດຂອງປະຊາຊົນເຂດແຄມທະເລ |
ຕໍ່ໄປແມ່ນເນື້ອໃນຈົດໝາຍຂອງເພື່ອນ ດາລາວັນ ຢູ່ແຂວງ ໄຊສົມບູນ. ເພື່ອນ ດາລາວັນ ໄດ້ຂຽນມາວ່າ: “ດີໃຈນຳເດີ້ ທີ່ ຫວຽດນາມ ມີໝາກສົ້ມໂອອີກຊະນິດໜຶ່ງໄດ້ສົ່ງອອກໄປຍັງຕະຫຼາດໃຫຍ່ ແລະ ເຄັ່ງຄັດຄື ອາເມລິກາ. ແນ່ນນອນວ່າ ນອກຈາກເລື່ອງຮັບປະກັນໄດ້ມາດຖານທາງດ້ານເຕັກນິກການປູກຝັງ ແລະ ຄຸນນະພາບຜະລິດຕະພັນແລ້ວ, ໝາກສົ້ມໂອຊະນິດນີ້ ຍັງມີລົດຊາດພິເສດອີກດ້ວຍ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບລັກສະນະຂອງໝາກສົ້ມໂອເປືອກຂຽວ (ສົ້ມໂອທັບທິມ) ເຟືອກບິ່ງ ນີ້”.
ດິນຟ້າອາກາດ ບວກກັບວິທີການປູກຝັງຂອງຊາວກະສິກອນຢູ່ ເຟືອກບິ່ງ ໄດ້ເຮັດໃຫ້ໝາກສົ້ມໂອຢູ່ທີ່ນີ້ ມີລົດຊາດເປັນເອກະລັກ ແລະ ແຕກຕ່າງຈາກສົ້ມໂອຊະນິດນີ້ທີ່ປູກຢູ່ທ້ອງຖິ່ນອື່ນ (ພາບ:thanhnien.vn) |
ນັກກິລາລອຍນ້ຳ ຈິ້ງທິບິກຍື (ພາບ: ກິລາ ຫວຽດນາມ) |
ແມ່ນແລ້ວ ເພື່ອນ ຈັນເພັງ ທີ່ຮັກແພງ! ເມື່ອຮັບຊົມການແຂ່ງຂັນຂອງບັນດານັກກິລາຄົນພິການ, ພວກເຮົາທຸກຄົນຕ່າງກໍຮູ້ສຶກໄດ້ເຖິງມານະຈິດທີ່ແຮງກ້າຂອງເຂົາເຈົ້າ. ແລະ ນັກກິລາລອຍນ້ຳ ຈິ້ງທິບິກຍື ກໍເປັນແນວນັ້ນເຊັ່ນດຽວກັນ. ເລື່ອງລາວຂອງນັກກິລາຄົນນີ້ ກໍເລີ່ມແຕ່ເມື່ອລາວມີອາຍຸ 3 ປີ. ຕອນນັ້ນ ລາວຖືກອຸປະຕິເຫດ ເຮັດໃຫ້ຂາເປັນລ່ອຍທັງສອງຂ້າງ. ບິກຍື ກໍເຄີຍຄິດວ່າ ຕົນເອງຈະບໍ່ສາມາດເຮັດຫຍັງໄດ້ ແລະ ກໍບໍ່ກ້າອອກໄປໃສ ນອກຈາກເຂດບ້ານຂອງລາວ. ແຕ່ພາຍຫຼັງທີ່ຕ້ອງດຳລົງຊີວິດຢູ່ຮ່ວມກັບຄວາມເສົ້າເສຍໃຈ ແລະ ໝົດຫວັງມາເປັນເວລາ 23 ປີ, ບິກຍື ຕັດສິນໃຈວ່າ ຈະຕ້ອງພົ້ນອອກຈາກສະພາບແບບນັ້ນ ແລະ ຊອກຫາບາດລ້ຽວໃຫ້ຕົນເອງ. ລາວຄົນດຽວໄດ້ອອກຈາກບ້ານ (ຢູ່ແຂວງ ກຽນຢາງ) ໄປນະຄອນ ໂຮ່ຈີມິນ ເພື່ອຊອກຫາໂອກາດ ໂດຍປະສົບກັບການຄັດຄ້ານຈາກຄອບຄົວ. ໂຊກດີ ລາວໄດ້ຮັບການຊ່ວຍເຫຼືອຈາກ ສູນອຸປະກະລະຄົນພິການ ນະຄອນ ໂຮ່ຈີມິນ ແລ້ວຮຽນຕັດຫຍິບຢູ່ສະຖານທີ່ແຫ່ງນີ້ເລີຍ. ແລະ ບັນດາໝູ່ເພື່ອນຢູ່ສູນແຫ່ງນີ້ ໄດ້ແນະນຳໃຫ້ ບິກຍື ໄປຝຶກລອຍນ້ຳ ເພື່ອໃຫ້ຮ່າງກາຍແຂງແຮງ. ນີ້ກໍແມ່ນສາຍເຫດທີ່ພາໃຫ້ ບິກຍື ມີຄວາມຜູກພັນກັບກິລາປະເພດລອຍນ້ຳນີ້. ພາຍຫຼັງຝຶກແອບມາໄດ້ 2 – 3 ຄັ້ງ, ລາວຢືນຢັນວ່າ ລາວໄດ້ຄົ້ນພົບເສັ້ນທາງເດີນໃຫ້ແກ່ຕົນເອງແລ້ວ. ພາຍຫຼັງເວລາ 2 ປີກວ່າ ທີ່ໄດ້ມານະພະຍາຍາມ ແລະ ສຸດຈິດສຸດໃຈກັບການຝຶກແອບ, ບິກຍື ກໍຍາດໄດ້ຫຼຽນຄຳ 1 ຫຼຽນ ແລະ ຫຼຽນເງິນ 2 ຫຼຽນ ໃນງານແຂ່ງຂັນກິລາຄົນພິການທົ່ວປະເທດ ເມື່ອປີ 2010. ຫຼັງຈາກນັ້ນພຽງ 2 – 3 ເດືອນ, ລາວສືບຕໍ່ຄວ້າໄດ້ຫຼຽນເງິນໃນງານມະຫາກຳກິລາ ASEAN Para Games ປີ 2011. ຮອດປີ 2015, ບິກຍື ໄດ້ສ້າງຜົນງານຄັ້ງປະຫວັດສາດ ເມື່ອເປັນນັກກິລາຄົນພິການທຳອິດຂອງ ຫວຽດນາມ ໄດ້ຮັບລາງວັນລະດັບໂລກ ແລະ ສືບຕໍ່ບັນລຸໄດ້ຜົນງານຫຼາຍຢ່າງໃນຊຸມປີຕໍ່ໄປ.
ພວກຂ້າພະເຈົ້າ ຫວັງວ່າ ຜ່ານເລື່ອງລາວຂອງນັກກິລາລອຍນ້ຳຄົນພິການ ບິກຍື ຈະເປັນແບບຢ່າງ ແລະ ເປັນກຳລັງໜູນໃຫ້ພວກເຮົາຜ່ານຜ່າທຸກຮົ້ວກີດຂວາງ ແລະ ຂໍ້ຈຳກັດຂອງຕົນເອງ ເພື່ອບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນຊີວິດ.
ເລື່ອງລາວຂອງນັກກິລາຄົນພິການ ບິກຍືກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວພາກນີ້ແລ້ວ. ຂອບໃຈທ່ານຜູ້ຟັງທຸກໆທ່ານ ທີ່ໄດ້ຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ, ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້./.




