logo

ແນະ​ນຳ​ນະ​ໂຍ​ບາຍພົ້ນ​ເດັ່ນ​​ຈຳ​ນວນ​ໜຶ່ງໃນ​ມະ​ຕິ​ສະ​ບັບເລກ​ທີ 68 ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຂົງ​ເຂດ​ເສດ​ຖະ​ກິ​ເອ​ກະ​ຊົນ

2025/5/15 | 08:22:41
(VOVWORLD) - ໃນອາທິດຜ່ານມາ, ມີຈົດໝາຍທັງໝົດ 507 ສະບັບ ທີ່ໄດ້ສົ່ງມາຍັງ VOV5 ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 20 ສະບັບຈາກທ່ານຜູ້ຟັງລາວ.

ໄລ່ຮອດປັດຈຸບັນ ຄະນະຈັດຕັ້ງໄດ້ຮັບບົດສົ່ງເຂົ້າຮ່ວມການເສັງເປັນຈຳນວນຫຼາຍຂອງຜູ້ຟັງທີ່ສົ່ງມາຈາກ ປະເທດ ອິນໂດເນເຊຍ, ຈີນ, ເຢຍລະມັນ, ອິນເດຍ, ແອັດສະປາຍ. ການເສັງດັ່ງກ່າວຍັງສືບຕໍ່ໄດ້ດຳເນີນຮອດວັນທີ 30 ມິຖຸນາ 2025. ຈົ່ງຕອບບັນດາຄຳຖາມດັ່ງກ່າວ ແລ້ວສົ່ງເຂົ້າອີເມວ laovov5@gmail.com ຫຼື ສົ່ງທາງໄປສະນີມາຍັງລາຍການໂດຍຈ່າໜ້າຊອງວ່າ: ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ເພື່ອໄດ້ຮັບບັນດາລາງວັນທີ່ຈັບໃຈຄື ລາຍການທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ຫຼື ຫຼາຍໆລາງວັນອື່ນໆອີກ. ສຳລັບຜູ້ຟັງທ່ານໃດທີ່ຍັງບໍ່ຮູ້ກ່ຽວກັບການເສັງດັ່ງກ່າວ, ກໍ່ສາມາດເຂົ້າເບິ່ງເວບໄຊ vovworld.vn ພາກພາສາລາວ, ຄໍລຳ ໂອ້ລົມກັບເພື່ອນລາວ ເພື່ອຊອກຮູ້ກ່ຽວກັບຄຳຖາມ ແລະ ກະຕິກາການເສັງ. ໃນໄລຍະເວລາເຂົ້າຮ່ວມການເສັງ, ຖ້າມີຂໍ້ຂ້ອງໃຈໃດ ກະລຸນາຕິດຕໍ່ຫາພວກຂ້າພະເຈົ້າ. ພວກຂ້າພະເຈົ້າຍິນດີໃຫ້ການແນະນຳເພື່ອໃຫ້ທ່ານສາມາດຍາດໄດ້ບັນດາລາງວັນສູງສຸດ. ຂໍອວຍພອນໃຫ້ທ່ານປະສົບຜົນສຳເລັດໃນການເສັງຄັ້ງນີ້.

                                                  ອ່າວຮະລອງ (ພາບ: bvhttdl.gov.vn)

ບັນດາຂ່າວ, ບົດທີ່ກ່ຽວຂ້ອງເຖິງວັນບຸນ ວິສາຂະບູຊາ (Vesak) 2025 ທີ່ໄດ້ເອົາລົງໃນເວບໄຊ vovworld.vn ພາກພາສາລາວ ໄດ້ຮັບຄວາມສົນໃຈຈາກຜູ້ຟັງ, ຜູ້ອ່ານເປັນຈຳນວນຫຼາຍ. ໃນນັ້ນ, ເພື່ອນ ຄຳມາ, ເພື່ອນ ເອກກະພົນ ລ້ວນແຕ່ມີຂໍ້ສັງເກດວ່າ: “ຫົວຂໍ້ຂອງວັນບຸນ Vesak 2025 ມີຄວາມໝາຍຄວາມສຳຄັນທີ່ສຸດ”; ສ່ວນເພື່ອນ ດາວອນ ແລະ ເກສອນ ພັດແບ່ງປັນວ່າ ເຂົາເຈົ້າມີຄວາມປະທັບໃຈຕໍ່ບັນຍາກາດ ແລະ ຂອບຂະໜາດຈັດຕັ້ງວັນບຸນ Vesak ຢູ່ ຫວຽດນາມ.

ຜ່ານການກະທົບຕອບ, ພວກຂ້າພະເຈົ້າເຫັນວ່າ, ມີຜູ້ຟັງຫຼາຍທ່ານມີຄວາມສົນໃຈຕໍ່ມະຕິສະບັບເລກທີ 68 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດເອກະຊົນ. ໄປຄຽງຄູ່ກັນນັ້ນ, ເພື່ອນ ຄຳຕັນ ຍັງສົ່ງຈົດໝາຍເຖິງລາຍການ ດ້ວຍຄວາມປາດຖະໜາຢາກໃຫ້ພວກຂ້າພະເຈົ້າແນະນຳກ່ຽວກັບບັນດານະໂຍບາຍລະອຽດໃນມະຕິສະບັບນີ້.

ຕໍ່ໄປນີ້, ພວກຂ້າພະເຈົ້າຂໍແນະນຳນະໂຍບາຍພົ້ນເດັ່ນຈຳນວນໜຶ່ງໃນມະຕິສະບັບດັ່ງກ່າວຕໍ່ບັນດາຜູ້ຟັງ.

(ພາບປະກອບ: vov.vn)

-         ສຳລັບບັນຫາທີ່ດິນ: ໃນມະຕິສະບັບເລກທີ 68 ຂອງກົມການເມືອງ ໄດ້ກຳນົດວ່າ ແຕ່ລະທ້ອງຖິ່ນຕ້ອງສະຫງວນເນື້ອທີ່ດິນເທົ່າກັບບັນດາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳ, ດ້ວຍເນື້ອທີ່ປະມານ 20 ເຮັກຕາ, ຫຼືຢ່າງໜ້ອຍສຸດແມ່ນ ຈົ່ງໄວ້ 5% ເນື້ອທີ່ທີ່ດິນຖືກຕ້ອງຕາມນິຕິກຳ ທີ່ໄດ້ລົງທຶນພື້ນຖານໂຄງລ່າງແລ້ວ ເພື່ອສະຫງວນສະເພາະໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ວິສາຫະກິດ startup ມີຫົວຄິດປະດິດສ້າງ. ນອກຈາກນັ້ນແລ້ວ, ບັນດາວິສາຫະກິດນີ້ ຈະໄດ້ສ່ວນຫຼຸດ 30% ຄ່າເຊົ່າທີ່ດິນພາຍໃນ 5 ປີ. ສຳລັບບັນດາວິສາຫະກິດດຳເນີນທຸລະກິດດ້ານພື້ນຖານໂຄງລ່າງ ຖ້າປະຕິບັດການສະໜອງທີ່ດິນ ແລະ ຫຼຸດລາຄາທີ່ດິນໃຫ້ບັນດາເປົ້າໝາຍບຸລິມະສິດດັ່ງກ່າວແລ້ວ, ເຂົາເຈົ້າກໍຈະໄດ້ຫັກພາສີຄ່າເຊົ່າທີ່ດິນທີ່ຕ້ອງເສຍຕາມພັນທະ.

-         ສຳລັບນະໂຍບາຍກ່ຽວກັບພາສີ ແລະ ທຶນຮອນ: ມະຕິສະບັບນີ້ໄດ້ຍົກອອກນະໂຍບາຍຍົກເວັ້ນພາສີພາຍໃນສາມປີທຳອິດ, ຍົກເວັ້ນຄ່າທຳນຽມປາຕັງ; ອຳນວຍຄວາມສະດວກໃຫ້ວິສາຫະກິດຂະໜາດນ້ອຍ ແລະ ຈຸນລະວິສາຫະກິດເຂົ້າເຖິງບັນດາຂົງເຂດທີ່ສະຫງວນສະເພາະໃຫ້ແກ່ລັດວິສາຫະກິດ, ເຊັ່ນ: ອຸດສາຫະກຳປ້ອງກັນຊາດ, ຄວາມໝັ້ນຄົງ ແລະ ຍຸຕິທຳອີກດ້ວຍ.

ດັ່ງທີ່ກ່າວມາຂ້າງເທິງແມ່ນບາງນະໂຍບາຍທີ່ພົ້ນເດັ່ນໃນ 8 ກຸ່ມນະໂຍບາຍໄດ້ລະບຸໃນມະຕິສະບັບເລກທີ 68. ເພື່ອມີຄວາມເຂົ້າໃຈລະອຽດກວ່າ, ເຊີນທ່ານເຂົ້າເບິ່ງໃນຄໍລຳ ສະຖານະການການເມືອງ ໃນເວັບໄຊ vovworld.vn ຂອງພວກຂ້າພະເຈົ້າ. 

ກ່ອນຈະສິ້ນສຸດລາຍການ, ພວກຂ້າພະເຈົ້າຈະຕອບຄຳຖາມຂອງເພື່ອນ ຄຳຕັນ ກ່ຽວກັບບັນດາຜະລິດຕະພັນ Halal ສົ່ງອອກຂອງ ຫວຽດນາມ.

ຕາມທ່ານ ເລກວັກແຢວງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມຫວຽດນາມ  ແລ້ວ, ຜະລິດຕະພັນ Halal ສົ່ງອອກຂອງ ຫວຽດນາມ ສ່ວນຫຼາຍແມ່ນ ຜະລິດຕະພັນກະເສດ, ສິນໃນນ້ຳທີ່ບໍ່ທັນຜ່ານການປຸງແຕ່ງ ແລະ ປຸງແຕ່ງຂັ້ນຕົ້ນ ດ້ວຍບັນດາປະເພດສິນຄ້າສົ່ງອອກຕົ້ນຕໍ ເຊັ່ນ: ເຂົ້າໜົມ ແລະ ບັນດາຜະລິດຕະພັນຜະລິດຈາກ ທັນຍາຫານ, ເຂົ້າສານ, ສິນໃນນ້ຳ, ໝາກມ່ວງຫິມະພານ, ກາເຟ, ຜັກພືດ, ພິກໄທ ແລະ ຊາ. ປັດຈຸບັນ, ຫວຽດນາມ ມີວິສາຫະກິດເກືອບ 1.000 ແຫ່ງ ໄດ້ຮັບການຢັ້ງຢືນມາດຖານ Halal ດ້ວຍບັນດາວິສາຫະກິດນຳໜ້າຄື: TH True Milk, Trung Nguyen cafe….

ນອກຈາກນັ້ນແລ້ວ, ຫວຽດນາມ ຍັງມີຫຼາຍການບໍລິການ Halal ເຊັ່ນ ພັດທະຄານ, ຮ້ານອາຫານ, ຮ້ານ ກາເຟ Halal, ການທ່ອງທ່ຽວ Halal, ການຂົນສົ່ງ Halal. ສະຖານທີ່ທ່ອງທ່ຽວຈຳນວນໜຶ່ງຂອງ ຫວຽດນາມ ທີ່ມີຊື່ສຽງຄື: ຮ່າໂນ້ຍ, ດ່າໜັງ, ກວ໋າງນິງ, ນະຄອນ ໂຮ່ຈີມິນ, ຊາປາ ໄດ້ລົງທຶນພື້ນຖານໂຄງລ່າງ, ການບໍລິການຮັບໃຊ້ແຂກທ່ອງທ່ຽວຖືສາສະໜາ ອິດສະລາມ. ໂຮງແຮງຈຳນວນໜຶ່ງ ໄດ້ສັບຊ້ອນມີຫ້ອງສວດມົນພາວະນາ, ລາຍການອາຫານ Halal ໃຫ້ແກ່ແຂກທ່ອງທ່ຽວ.

 ດັ່ງທີ່ກ່າວມາຂ້າງທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!

TAG
VOV/VOVworld/ຜະລິດຕະພັນ Halal/ມະ​ຕິ​ສະ​ບັບ​ເລກ​ທີ 68/ເສດ​ຖະ​ກິດ​ເອ​ກະ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ