(VOVWORLD) - ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍອີເມວ 413 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ຝາກມາ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 24 ສະບັບ. ໃນລາຍການ “ໂອ້ລົມກັບເພື່ອນລາວມື້ນີ້” ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.
ເຂົ້າປຸ້ນຊິ້ນປິ້ງຢູ່ຮ່າໂນ້ຍ (ພາບ: vov) |
ໃນອາທິດຜ່ານມາ, ທ່ານ ວັນໄຊ, ແຂວງວຽງຈັນ ໄດ້ສົ່ງອີເມວມາຍັງລາຍການ ປະກອບຄຳເຫັນກ່ຽວກັບບົດຂ່າວຕ່າງໆໃນລາຍການວັດທະນະທຳ, ຄົ້ນຫາຫວຽດນາມ, ເພື່ອນໃຫ້ຮູ້ວ່າ: ຂ້າພະເຈົ້າມັກຮັບຟັງບັນດາບົດຂຽນກ່ຽວກັບວັດທະນະທຳຫວຽດນາມ ຜ່ານ VOV5. ຜ່ານບັນດາບົດຂຽນນີ້ ຂ້າພະເຈົ້າມີຄວາມເຂົ້າໃຈຕື່ມສ່ວນໃດສ່ວນໜຶ່ງກ່ຽວກັບແຕ່ລະຊົນເຜົ່າ, ແຕ່ລະເຂດພາກຂອງ ຫວຽດນາມ ພັດມີສີສັນ, ຮີດຄອງປະເພນີ ແລະ ວັດນະທະທຳທີ່ແຕກຕ່າງກັນ. ເຖິງວ່າສັງຄົມມີການພັດທະນາຄືແນວໃດກໍ່ຕາມ ແຕ່ວັດທະນະທຳ, ກົກເຄົ້າຍາມໃດກໍ່ໄດ້ຮັບການຮັກສາ ແລະ ພັດທະນາ. ຜ່ານບັນດາບົດຂຽນ, ທ່ານຜູ້ຟັງກໍ່ເຫັນໄດ້ເຖິງຄວາມມານະພະຍາຍາມຂອງອຳນາດການປົກຄອງຈາກບັນດາທ້ອງຖິ່ນໄປຮອດສູນກາງຂອງ ຫວຽດນາມ ພວມຮັກສາບັນດາຄວາມງາມທາງດ້ານວັດທະນະທຳນັ້ນ.
ທ່ານ Sou Sambath ມາຈາກ ກຳປູເຈຍ ໄດ້ສົ່ງຈົດໝາຍໂດຍໃຫ້ຮູ້ວ່າ: ໃນປີນີ້, ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງຄັ້ງໃຫຍ່ 2 ຄັ້ງຢູ່ ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ. ທ່ານ Samdech Techno Hun Sen ແລະ ຜູ້ຕາງໜ້າກອງທັບກຳປູເຈຍ ລ້ວນແຕ່ເຂົ້າຮ່ວມ 2 ວັນບຸນສະເຫຼີມສະຫຼອງໃຫຍ່ນີ້ຂອງ ຫວຽດນາມ ເຊິ່ງສະແດງໃຫ້ເຫັນການຖືເປັນສຳຄັນເຊິ່ງສອງປະເທດພວກເຮົາສະຫງວນໃຫ້ກັນ. ຂໍອວຍພອນໃຫ້ນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງສອງຊາດ ຍືນຍົງຄົງຕົວຊົ່ວກາລະນານ, ການຮ່ວມມືດ້ານເສດຖະກິດນັບມື້ນັບພັດທະນາ ເພື່ອນຳມາເຊິ່ງການດຳລົງຊີວິດທີ່ນັບມື້ນັບສວຍງາມກວ່າໃຫ້ແກ່ປະຊາຊົນສອງປະເທດ. ໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນເນື່ອງໃນໂອກາດວັນຊາດ ຫວຽດນາມ ຄົບຮອບ 80 ປີ.
ທ່ານຜູ້ຟັງ ລັດດາພອນ, ຢູ່ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ, ຜ່ານບັນດາສາລະຄະດີພາບຂອງ VOV5, ຂ້າພະເຈົ້າເຫັນຫວຽດນາມ ມີຫຼາຍສີສັນທີ່ອຸດົມສົມບູນ ແລະ ຂ້າພະເຈົ້າມັກຮັກສາສີສັນນັ້ນທີ່ສຸດ. ບັນດາສາລະຄະດີພາບຄືແນວນີ້ ໄດ້ສະແດງໃຫ້ເຫັນພາບພົດຫວຽດນາມ ຈຳລອງຂະໜາດນ້ອຍ. ສ່ວນຕົວຂ້າພະເຈົ້າມັກທີ່ສຸດແມ່ນຮັບຊົມສາລະຄະດີພາບ ກ່ຽວກັບຫາດຊາຍ, ໝູ່ເກາະຂອງ ຫວຽດນາມ.
ໃນອາທິດຜ່ານມາ, ເພື່ອນ ຈັນທະພອນ, ແຂວງບໍ່ແກ້ວ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນ: ຂ້າພະເຈົ້າມັກອາຫານຫວຽດນາມ ທີ່ສຸດ ແລະ ໃກ້ຈະມີໂອກາດໄດ້ໄປຢາມ ຫວຽດນາມໃນໄວໆນີ້. ນອກຈາກເຝີ ເຊິ່ງແມ່ນເຍື່ອງອາຫານທີ່ມີຊື່ສຽງໃນທົ່ວໂລກແລ້ວ, ບັນນາທິການລາຍການພາກພາສາລາວ ສາມາດແນະນຳບັນດາຮ້ານອາຫານທີ່ມີຊື່ສຽງຢູ່ຮ່າໂນ້ຍ ໃຫ້ຂ້າພະເຈົ້າໄດ້ບໍ່?
ເພື່ອນ ຈັນທະພອນ ທີ່ຮັກແພງ, ອາຫານການກິນ ຫວຽດນາມ ອຸດົມສົມບູນທີ່ສຸດ ແລະ ມີຄວາມເປັນເອກະລັກສະເພາະ, ບັນດາເຍື່ອງອາຫານທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ ແລະ ຕິດພັນກັບການດຳລົງຊີວິດປະຈຳວັນ. ປັດຈຸບັນ, ອາຫານການກິນ ຫວຽດນາມ ມີຫຼາຍຄົນຮູ້ຈັກເຖິງ, ແລະ ມີພໍ່ຄົວທີ່ມີຊື່ສຽງຫຼາຍຄົນໃນໂລກ ໄດ້ຍ້ອງຍໍເຍື່ອງອາຫານຂອງ ຫວຽດນາມ ຫຼາຍເທື່ອ. ກໍ່ຍ້ອນມີລົດຊາດທີ່ຫອມແຊບ, ມີໂພຊະນາການຫຼາຍ, ດັ່ງນັ້ນ ອາຫານການກິນ ຫວຽດນາມ ໄດ້ ແລະ ພວມຢັ້ງຢືນຖານະຂອງຕົນໃນພື້ນຖານອາຫານການກິນໂລກ. ຕໍ່ໄປ ພວກຂ້າພະເຈົ້າຂໍແນະນຳເຖິງທ່ານຜູ້ຟັງບັນດາເຍື່ອງອາຫານຂອງ ຫວຽດນາມ ທີ່ມີຊື່ສຽງໃນໂລກຄື: ເຝີ, ເຂົ້າຈີ່, ບັນແຊ່ວ, ເຂົ້າປຸ້ນປູ, ເຂົ້າປຸ້ນງົວເຫ້ວ, ກາເຟໄຂ່…
ເມື່ອມາແວ່ຢາມຮ່າໂນ້ຍ, ເພື່ອນອາດສາມາດຮັບປະທານຫຼາຍເຍື່ອງອາຫານທີ່ມີຊື່ສຽງຄື: ເຝີ ທິ່ນ ຢູ່ເຮືອນເລກທີ 13 ຖະໜົນລໍ່ດຸກ, ເຝີ ເຊື່ອງ ເຮືອນເລກທີ 36B ຖະໜົນ ມາຍຮັກເດ, ເຂົ້າປຸ້ນຊີ້ນປິ້ງ Obama ເຮືອນເລກທີ 24 ຖະໜົນ ເລວັນຮຶວ, ເຂົ້າປຸ້ນເຕົາຮູ້ກະປິຫວຽດ ຮ່ອມເລກທີ 49 ຖະໜົນ ເຟິດລົກ, ກາເຟໄຂ່ ຢ໋າງ ເຮືອນເລກທີ 39 ຖະໜົນ ຫງວຽນຮຶວຮວນ… ນອກຈາກນັ້ນແລ້ວ, ຖ້າເພື່ອນບໍ່ມີເວລາຫຼາຍ ຈົ່ງມາລະບົບຮ້ານອາຫານແຊບຮ່າໂນ້ຍ, ນີ້ແມ່ນສະຖານທີ່ທີ່ດີເພື່ອໃຫ້ເພື່ອນອາດສາມາດມາ ແລະ ຮັບປະທານຫຼາຍເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງທັງສາມພາກ ເໜືອ, ກາງ, ໃຕ້.
ໃນອາທິດ, ເພື່ອນ ມາໄລພອນ ຈາກແຂວງຫົວພັນ ໄດ້ສົ່ງອີເມວມາຍັງລາຍການໂດຍແບ່ງປັນວ່າ: ໂອກາດພັກແລ້ງຜ່ານມາ, ຂ້າພະເຈົ້າ ແລະ ຄອບຄົວມີໂອກາດມາຢ້ຽມແຂວງດ້ຽນບຽນ ແລະ ຊື້ຜະລິດຕະພັນ OCOP ຫຼາຍຢ່າງຂອງແຂວງ, ຂ້າພະເຈົ້າເຫັນວ່າ ນອກຈາກບັນດາຜະລິດຕະພັນເຊິ່ງຂ້າພະເຈົ້າ ແລະ ຄອບຄົວຊື້ຍັງມີຜະລິດຕະພັນ OCOP ອື່ນໆອີກ. ຂ້າພະເຈົ້າຢາກຮູ້ຕື່ມຢ່າງຈະແຈ້ງກ່ຽວກັບບັນດາຜະລິດຕະພັນ OCOP ຂອງແຂວງດ້ຽນບຽນ?
ເພື່ອນ ມາໄລພອນ ທີ່ພັກແພງ, ໃນຊຸມປີຜ່ານມາ, ການພັດທະນາຜະລິດຕະພັນ OCOP ໃນບໍລິເວນແຂວງດ້ຽນບຽນ ໄດ້ຮັບບັນດາໝາກຜົນທີ່ຕັ້ງໜ້າ. ດ້ວຍຫຼາຍມາດຕະການຢ່າງຄົບຊຸດ, ການພັດທະນາບັນດາຜະລິດຕະພັນ OCOP ໄດ້ ແລະ ພວມມີການປະກອບສ່ວນບໍ່ແມ່ນໜ້ອຍ ເຂົ້າໃນການບືນຕົວຂຶ້ນຂອງແຂວງດ້ຽນບຽນ ແຫ່ງປະຫວັດສາດ.
ບັນດາຜະລິດຕະພັນໄດ້ນຳມາເຊິ່ງແຫຼ່ງປະໂຫຍດກ່ຽວກັບເສດຖະກິດ, ມີລາຍຮັບທີ່ເປັນປົກກະຕິໃຫ້ແກ່ປະຊາຊົນ. ພ້ອມທັງປະກອບສ່ວນຫັນປ່ຽນພື້ນຖານການຜະລິດກະສິກຳ ຕາມທິດສິນຄ້າ. ຕາມພະແນກກະສິກຳ ແລະ ສິ່ງແວດລ້ອມດຽນບຽນແລ້ວ, ພາຍຫຼັງ 7 ປີທີ່ຜັນຂະຫຍາຍໂຄງການ OCOP, ມາຮອດປັດຈຸບັນທົ່ວແຂວງມີຜະລິດຕະພັນ 109 ຢ່າງທີ່ໄດ້ຮັບຮູ້ບັນລຸມາດຖານ OCOP 3 ດາວຂຶ້ນໄປ, ໃນນັ້ນມີຜະລິດຕະພັນ 5 ຢ່າງບັນລຸ 4 ດາວ ແລະ ຜະລິດຕະພັນ 104 ຢ່າງບັນລຸ 3 ດາວ. ມີຜະລິດຕະພັນ OCOP ດີເດັ່ນຈຳນວນໜຶ່ງຂອງແຂວງ ໄດ້ຄ່ອຍໆຢັ້ງຢືນຖານະບົດບາດບົນຕະຫຼາດ, ຄ່ອຍໆສ້າງຄວາມໄວ້ເນື້ອເຊື່ອໃຈກັບຜູ້ບໍລິໂພກຄື: ຊີ້ນງົວແຫ້ງຂອງເມືອງ ເມື່ອງຈ່າ, ເຂົ້າໜຽວໄຮ່, ບັນເຂົ້າແຊ່ນ ເມືອງໄລ, ໝາກນັດ ເມື່ອງຈ່າ, ຊາ ຕົວຈົວ, ເຂົ້າສານ ດ້ຽນບຽນ… ເພື່ອໃຫ້ບັນດາຜະລິດຕະພັນ OCOP ຂອງແຂວງດ້ຽນບຽນ ບືນຕົວອອກໄປໄກ, ທາງແຂວງ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ສັບປະດາວັດທະນະທຳ, ການທ່ອງທ່ຽວດ້ຽນບຽນ - ໄຕບັກ ຢູ່ນະຄອນ ໂຮ່ຈີມິນ ແລະ ສັບປະດາວັດທະນະທຳ, ການທ່ອງທ່ຽວດ້ຽນບຽນ ຢູ່ຮ່າໂນ້ຍ…
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn.
ຂໍຂອບໃຈ!




