logo

ແບບ​ຢ່າງ​ໝູ່​ບ້ານ​ຊົນ​ນະ​ບົດ​ໃໝ່​ໃນ​ເຂດ​ຊ​າວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຢາ​ລາຍ

2025/6/26 | 07:32:06
(VOVWORLD) -  ໝູ່ບ້ານ ອໍງອນ, ຕາແສງ ອີອາເວ, ເມືອງ ຈືປຼົງ, ແຂວງ ຢາລາຍ ແມ່ນແບບຢ່າງໝູ່ບ້ານຊົນນະບົດໃໝ່ໃນເຂດຊາວຊົນເຜົ່າສ່ວນໜ້ອຍ ຂະນະທີ່ໄດ້ປະຕິບັດການພັດທະນາເສດຖະກິດ ຍົກສູງຊີວິດ ປຊຊ ໄປຄຽງຄູ່ກັບການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າ. ດ້ວຍການຮ່ວມແຮງຮ່ວມໃຈຂອງທັງວົງຄະນະຍາດ, ໝູ່ບ້ານ ອໍງອ ໄດ້ສ້າງໝູ່ບ້ານນັບມື້ນັບຮັ່ງມີສວຍງາມ, ສີວິໄລ ແລະ ເຂັ້ມຂຸ້ນໄປດ້ວຍສີສັນຊາດ.
ເຈົ້າກົກເຈົ້າເຫຼົ່າ ຊິວຢໍ (ພາບ: VOV ໄຕງວຽນ)

    ໃນຊຸມວັນທ້າຍອາທິດ, ຢູ່ບ້ານວັດທະນະທຳໝູ່ບ້ານ ອໍງອນ ຍາມໃດກໍ່ມີຄວາມຄຶກຄື້ນມ່ວນຊື່ນດ້ວຍສຽງຄ້ອງສຽງກອງ, ສຽງຮ້ອງເພງພື້ນເມືອງ ແລະ ສຽງເວົ້າສຽວຫົວ… ການສອນຕີຄ້ອງຕີກອງ ແລະ ຮ້ອງເພງພື້ນເມືອງເຜົ່າ ຢາຣາຍ ໄດ້ກາຍເປັນການດຳເນີນຊີວິດດ້ານວັດທະນະທຳເປັນປະຈຳ, ດ້ວຍການເຂົ້າຮ່ວມຂອງ ປຊຊ ທຸກຊັ້ນຄົນເປັນຈຳນວນຫຼາຍ. ໂດຍແມ່ນຜູ້ສ້າງຕັ້ງກຸ່ມເຕົ້າໂຮມແມ່ຍິງໝູ່ບ້ານ ອໍງອນ ພ້ອມກັນເຂົ້າຮ່ວມການຮັກສາສີສັນວັດທະນະທຳຂອງຊາດ, ເອື້ອຍ ຊິວ ເຮິບີອາວ ໃຫ້ຮູ້ວ່າ:

ເພງພື້ນເມືອງ ຢາຣາຍ ກໍ່ມີຫຼາຍບົດໄດ້ຍ້ອງຍໍສັນລະເສີນນັກວິລະຊົນໃນປາງສົງຄາມ, ພິເສດມີຫຼາຍບົດເພງອີງຕາມຈັງຫວະພື້ນເມືອງ ເພື່ອຍ້ອງຍໍສັນລະເສີນລຸງ ໂຮ່. ວຽກງານນີ້ບໍ່ປະສົບກັບຄວາມຫຍຸ້ງຍາກຄືເມື່ອກ່ອນແລ້ວ. ເມື່ອໃຊ້ສະມາດໂຟນກໍ່ສາມາດມີຜົນປະໂຫຍດຕໍ່ວຽກງານ. ຕົວຢ່າງຄື: ເມື່ອສ້າງຕັ້ງກຸ່ມສະມາຊິກສະມາຄົມ, ເມື່ອປະກາດ ຫຼື ແລກປ່ຽນວຽກງານກໍ່ມີຄວາມສະດວກ.

    ເຈົ້າກົກເຈົ້າເຫຼົ່າ ຊິວຢໍ ໃຫ້ຮູ້ວ່າ: ປຊຊ ຢູ່ໝູ່ບ້ານ ອໍງອນ ຍາມໃດກໍ່ມີຄວາມສາມັກຄີກັນ. ໃນ 10 ກ່ວາປີທີ່ຜ່ານມາ, ໝູ່ບ້ານ ອໍງອນ ຍາມໃດກໍ່ບັນລຸໄດ້ນາມມະຍົດໝູ່ບ້ານວັດທະນະທຳຂັ້ນແຂວງ. ໃນນັ້ນ ພົ້ນເດັ່ນແມ່ນບັນດາການເຄື່ອນໄຫວອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ:

 ຂ້າພະເຈົ້າມີຄວາມພາກພູມໃຈ ຍ້ອນວ່າລຸ້ນໜຸ່ມໄດ້ສືບທອດຮຽນຕີຄ້ອງ ແລະ ຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍທີ່ປະໄວ້ໃຫ້. ສະເພາະຢູ່ໝູ່ບ້ານ ອໍງອນ ມີ 3 ກອງຕີຄ້ອງໃນ 3 ເກນອາຍຸຄື: ຊາວໜຸ່ມ, ເຍົາວະຊົນ ແລະ ຜູ້ມີອາຍຸສູງ. ມີທັງນັກສິລະປະການ ອາມາງາ ແລະ ນາຍບ້ານ ກໍ່ໄດ້ຕີຄອງນຳອ້າຍນ້ອງ. ຜູ້ມີອາຍຸສູ້ງບໍ່ຕ້ອງຫ່ວງແລ້ວ ຍ້ອນມີກອງຕີຄ້ອງໜຸ່ມສືບທອດແລ້ວ. ຍ້ອນວ່າ ຄ້ອງມີຄວາມສຳຄັທີ່ສຸດ ໃນຊີວິດດ້ານຈິດວິນຍານ.

(ພາບ: VOV ໄຕງວຽນ)

   ໝູ່ບ້ານ ອໍງອນ ມີເກືອບ 120 ຄອບຄົວ, ດ້ວຍ ປຊຊ 500 ຄົນ, ເກືອບທັງໝົດແມ່ນຄົນຊົນເຜົ່າ ຢາຣາຍ. ນັບແຕ່ 7 ປີກ່ອນ, ໝູ່ບ້ານບັນລຸໄດ້ມາດຖານຊົນນະບົດໃໝ່ແລ້ວ. ບັນດາການເຄື່ອນໄຫວດ້ານວັດທະນະທຳຄື: ຕີກອງ ຕີຄ້ອງ, ສະແດງເຄື່ອງດົນຕີພື້ນເມືອງ, ຟ້ອນຊວາງ, ຮ້ອງເພງພື້ນເມືອງ… ແມ່ນຄວາມຕ້ອງການທີ່ບໍ່ສາມາດຂາດໄດ້ໃນຊີດວິດຂອງ ປຊຊ, ຍາມໃດກໍ່ໄດ້ຮັບການຮັກສາໄວ້. ທ່ານ ຊິວຮວິ່ງ ນາຍບ້ານ ອໍງອນ ແບ່ງປັນວ່າ:

   ສັງຄົມນັບມື້ນັບມີການພັດທະນາຕາມທິດທັນສະໄໝ, ແຕ່ວັດທະນະທຳທີ່ເປັນມູນເຊື້ອອັນດີງາມກໍ່ຕ້ອງໄດ້ຮັບການເສີມຂະຫຍາຍ. ຂ້າພະເຈົ້າເອງກໍ່ພະຍາຍາມຝຶກຊ້ອມຮ້ອງເພງພື້ນເມືອງ, ຮ້ອງບັນດາບົດເພງມູນເຊືປະຕິວັດ ດ້ວຍເພງພື້ນເມືອງ ຢາຣາຍ. ບໍ່ວ່າຜູ້ເຖົ້າແກ່ ຫຼື ຜູ້ໜຸ່ມກໍ່ລ້ແຕ່ມີສະຕິຄວາມຮັບຮູ້ຄືແນວນັ້ນ, ດັ່ງນັ້ນ, ໝູ່ບ້ານພວກຂ້າພະເຈົ້າໄດ້ນຳໜ້າໃນທຸກວຽກງານ, ໂດຍສະເພາະແມ່ນຂະບວນການສ້າງຊົນນະບົດໃໝ່.

    ທ່ານ ຊິວຄລໍ, ເລຂາຄະນະພັກຕາແສງ ອີອາເວ, ເມືອງ ຈືປຼົງ ໃຫ້ຮູ້ວ່າ, ໃນການສ້າງຊົນນະບົດໃໝ່, ນັບແຕ່ທ້າຍປີ 2018, ໝູ່ບ້ານ ອໍງອນ ບັນລຸໄດ້ບັນດາມາດຖານຂອງເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ກາຍເປັນໜຶ່ງໃນບັນດາໝູ່ບ້ານຊົນນະບົດໃໝ່ທີ່ເປັນແບບຢ່າງຂອງແຂວງ:

ໝູ່ບ້ານ ອໍງອນ ໄດ້ປະຕິບັດແຜນນະໂຍບາຍລັດ ແລະ ພ້ອມກັນເຮັດ”, ໄດ້ເປີດເສັ້ນທາງລະຫວ່າງບ້ານທີ່ສວຍງາມ, ສອງາກທາງລ້ວນແຕ່ມີໄຟເຍືອງທາງ. ເຮືອນຊານກໍ່ສວຍງາມ, ສວນກໍ່ມີຮົ້ວ, ມີແຖວຕົ້ນໄມ້ຂຽວສົດງົດງາມ, ຢູ່ໃນແມ່ນສວນປູກກາເຟ, ຕົ້ນພິກໄທ ປະຈຸບັນ, ຫຼາຄອຄົວໄດ້ກໍ່ສ້າງເຮືອນຢູ່ຢ່າງໃຫ່ໂຕ ແລະ ສວຍງາມ, ຊື້ເຄື່ອງອຸປະກອນການຜະລິດ, ການດຳເນີນຊີວິດຄື ລົດໄຖ, ລົດຈັກ ພິເສດ, ໝູ່ບ້ານມບ້ານວັດທະນະທຳວົງຄະນະຍາດ, ມີກອງສະແດງຕີຄ້ອງ ແລະ ບັນດາເຄື່ອງດົນຕີພື້ນເມືອງຕ່າງໆຄື: ພິກອງ, ພິນເຕີຣຶງ….ບັນດານັກສິລະປະກອນ ແລະ ຍາມໃດກໍ່ເຄົາລົບ ແລະ ຮັກສາສີສັນວັດທະນະທຳຂອງຊົນເຜົ່າຕົນ.

       ໝູ່ບ້ານ ອໍງອນ, ຕາແສງ ອີອາເວ, ເມືອງ ຈືປຼົງ ໃນທຸກວັນນີ້ ແມ່ນແບບຢ່າງກ່ຽວກັບໝູ່ບ້ານຊົນນະບົດໃໝ່ໃນເຂດຊາວຊົນເຜົ່າສ່ວນໜ້ອຍຂອງແຂວງ ຢາລາຍ. ນີ້ແມ່ນຈຸດພົ້ນເດັ່ນໃນການຮັກສາສີສັນວັດທະນະທຳຂອງຊາດໃນຍຸກສະໄໝປະຈຸບັນ./.

TAG
VOV/VOVworld/ແບບ​ຢ່າງ​ໝູ່​ບ້ານ​ຊົນ​ນະ​ບົດ​ໃໝ່​ໃນ​ເຂດ​ຊ​າວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຢາ​ລາຍ/ເຈົ້າກົກເຈົ້າເຫຼົ່າ ຊິວຢໍ/ທ່ານ ຊິວຄລໍ/ເລຂາຄະນະພັກຕາແສງ ອີອາເວ/ເມືອງ ຈືປຼົງ/ໝູ່ບ້ານ ອໍງອນ/ຕາແສງ ອີອາເວ/ເມືອງ ຈືປຼົງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ