logo

ແຜ່​ກະ​ຈາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ນຳ​ໃຊ້​ພະ​ລັງ​ງານແບບ​ປະ​ຢັດ, ຕອບ​ສະ​ໜອງ​ບັ້ນ​ເຄື່ອນ​ໄຫວ​ໂມງ​ໜ່ວຍ​ໂລກ ປີ 2026

2026/3/28 | 08:38:06
(VOVWORLD) - ພິທີປຸກລະດົມຕອບສະໜອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກ, ຈຸດສູງລະດູຮ້ອນກ່ຽວກັບການນຳໃຊ້ພະລັງງານແບບປະຢັດ ແລະ ມີປະສິດທິຜົນປີ 2026 ໃນບໍລິເວນນະຄອນ ຮ່າໂນ້ຍ ໄດ້ດຳເນີນໃນຕອນເຊົ້າວັນທີ 28 ມີນາ, ທີ່ສວນສາທາລະນະ ຖົງເຍີດ (ເອກະພາບ) ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ.

ລາຍການດັ່ງກ່າວໄດ້ດຳເນີນແຕ່ 9 ໂມງເຂົ້າ ຫາ 21 ໂມງ 30 ນາທີຂອງວັນດຽວກັນ ດ້ວຍຫຼາຍກິດຈະກຳທີ່ແທດຈິງ, ເຊັ່ນ: ບັນດາການເຄື່ອນໄຫວສື່ມວນຊົນໂດຍກົງ ແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງຊຸມຊົນກ່ຽວກັບການປະຢັດພະລັງງານ, ວິຖີຊີວິດສີຂຽວ; ຈັດຕັ້ງບັນດາຮູບແບບປະດິດຄິດສ້າງຊຸມຊົນ ແນໃສ່ແຜ່ກະຈາຍສານໂມງໜ່ວຍໂລກ; ບັນດາການເຄື່ອນໄຫວທີ່ຟົດຟື້ນໃນຕະຫຼອດໄລຍະດຳເນີນເຫດການມອດໄຟແຕ່ 20 ໂມງ 30 ນາທີ ຫາ 21 ໂມງ 30 ນາທີ…

        ຜ່ານພິທີປຸກລະດົມ, ການນຳນະຄອນ ຮ່າໂນ້ຍ ຮຽກຮ້ອງໃຫ້ເພີ່ມທະວີການປະຕິບັດນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ; ເປັນເຈົ້າການໝູນໃຊ້ບັນດາມາດຕະການເຕັກໂນໂລຢີ, ປ່ຽນແປງໃໝ່ແບບວິທີການຜະລິດ ແລະ ບໍລິໂພກ.

TAG
VOV/VOVworld/ໂມງ​ໜ່ວຍ​ໂລກ/ມາດ​ຕະ​ການ​ເຕັກ​ໂນ​ໂລ​ຢີ/ປະ​ຢັດ​ພ​ະ​ລັງ​ງານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ