(VOVWORLD) - ຢູ່ຫວຽດນາມ, ຄວາມຕ້ອງການໃນການນຳໃຊ້ຢາສະໝູນໄພ ແລະ ບັນດາຜະລິດຕະພັນຈາກຢາສະໝູນໄພເພື່ອຮັກສາສຸຂະພາບນັບມື້ນັບສູງ. ແຫຼ່ງຊັບພະຍາກອນຕົ້ນຢາສະໝູນໄພທີ່ຫຼວງຫຼາຍທີ່ສຸດ, ມີຢາສະໝູນໄພຫຼາຍຊະນິດທີ່ມີຄ່າຫາຍາກ ແມ່ນຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງເພື່ອໃຫ້ບັນດາ startup ພັດທະນາບັນດາຜະລິດຕະພັນຢາສະໝູນໄພສີຂຽວ.
ານນາງ ຈິ້ງທິຮ່ວາ, ຮອງຫົວໜ້າສະຫະກອນຜະລິດ ແລະ ຈຳໜ່າຍຢາສະໝູນໄພ ອຽນເຊີນ (ພາບ: nbtv.vn) |
ສະຫະກອນຜະລິດ ແລະ ຈຳໜ່າຍຢາສະໝູນໄພ ອຽນເຊີນ, ບ້ານ ຫງວຽນ, ຕາແສງ ອຽນເຊີນ, ນະຄອນ ຕາມດຽບ, ແຂວງ ນິງບິ່ງ ແມ່ນໜຶ່ງໃນບັນດາຮູບແບບພັດທະນາຕົ້ນສະໝູນໄພ, ດ້ວຍຕົ້ນໄມ້ຫຼາຍຊະນິດທີ່ນຳມາເຊິ່ງໝາກຜົນທາງເສດຖະກິດສູງ. ໃນບັນດາຜະລິດຕະພັນຢາສະໝູນໄພຂອງ ສະຫະກອນຜະລິດ ແລະ ບໍລິໂພກຢາສະໝູນໄພ ອຽນເຊີນ, ມີບັນດາຜະລິດຕະພັນພົ້ນເດັ່ນຄື: ຜົງຂີ້ໜິ້ນ, ໝາກແຄ້ງໃບອ່ຽນດ່ອນ, ເມັດເຄືອປະສົງນ້ຳເຜິ້ງປ່າ ແລະ ແປ້ງມັນຕົ້ນເຄືອ. ທ່ານນາງ ຈິ້ງທິຮ່ວາ, ຮອງຫົວໜ້າສະຫະກອນຜະລິດ ແລະ ຈຳໜ່າຍຢາສະໝູນໄພ ອຽນເຊີນ ໃຫ້ຮູ້ວ່າ:
ຫວຽດນາມ ມີ 26% ປະຊາກອນເປັນພະຍາດເຈັບກະເພາະ. ສິ່ງນີ້ຊຸກຍູ້ພວກຂ້າພະເຈົ້າພັດທະນາຕົ້ນຂີ້ໜິ້ນ, ເພື່ອຜະລິດຜົງຂີ້ໝິ້ນທີ່ມີທາດ curcumin ຢູ່ລະດັບສູງ, ປະກອບເຂົ້່າໃນການປິ່ນປົວພະຍາດນີ້ ແລະ ຫຼຸດຜ່ອນອັດຕາເປັນມະເຮັງກະເພາະ, ໄສ້ຕິ່ງ. ນອກຈາກຜົງຂີ້ໜິ້ນ ເຊິ່ງແມ່ນຜະລິດຕະພັນທີ່ໄດ້ຮັບການຢັ້ງຢືນ OCOP 4 ດາວ, 3 ດາວ, ສະຫະກອນ ອຽນເຊີນ ຍັງມີຫຼາຍຜະລິດຕະພັນທີ່ບັນລຸ OCOP 4 ດາວ.
ສະຫະກອນຜະລິດ ແລະ ຈຳໜ່າຍຢາສະໝູນໄພ ອຽນເຊີນ ໄດ້ເປັນເຈົ້າການສ້າງວິວັດການຜະລິດ, ປຸງແຕ່ງແບບຄົບວົງຈອນນັບແຕ່ຂັ້ນຕອນການປູກ, ບົວລະບັດ, ຄົ້ນຄ້ວາຜະລິດອອກບັນດາຜະລິດຕະພັນຈາກຕົ້ນສະໝູນໄພກາຍເປັນລະບົບມູນຄ່າທີ່ໝັ້ນຄົງໃນກະສິກຳຂອງທ້ອງຖິ່ນ. ທ່ານນາງ ຈິ້ງທິຮ່ວາ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າໄດ້ພັດທະນາເນື້ອທີ່ເຂດປູກຢູ່ຫຼາຍເມືອງຂອງແຂວງ ນິງບິ່ງ. ໃນເຕັກໂນໂລຢີການປູກ, ພວກຂ້າພະເຈົ້າບໍ່ນຳໃຊ້ທາດເຄມີ, ຢາປ້ອງກັນພືດ, ມີແຕ່ນຳໃຊ້ທາດອົງຄະທາດ. ເພາະສະນັ້ນ, ຄຸນນະພາບຂອງຜະລິດຕະພັນລ້ວນແຕ່ດີຫຼາຍ, ພິເສດແມ່ນມີສະມັດຕະພາບສູງ ແລະ ເພີ່ມລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນ.
ສະຫະກອນຜະລິດ ແລະ ຈຳໜ່າຍຢາສະໝູນໄພ ອຽນເຊີນ ກໍ່ໄດ້ນຳໃຊ້, ໝູນໃຊ້ການຄົ້ນຫາຕົ້ນກຳເນີດຜະລິດຕະພັນກະເສດຂອງສູນລະຫັດ, ລະຫັດແທ່ງ (Barcode) ແຫ່ງຊາດ. ຜ່ານການຕິດຕັ້ງ ລະຫັດ QR ຕິດຕັ້ງຢູ່ຜະລິດຕະພັນ, ໃນທຸກຂັ້ນແຕ່ນັບແຕ່ການກ້າເບ້ຍ, ບົວລະບັດ, ເກັບກ່ຽວ, ເກັບຮັກສາ ລ້ວນແຕ່ໄດ້ອັບເດດໃນລະບົບຕິດຕາມເວລາປະຕິບັດ; ຜ່ານນັ້ນ ກໍ່ຊຸກຍູ້ການຈຳໜ່າຍສິນຄ້າໃຫ້ແກ່ສະຫະກອນ. ທ່ານນາງ ຈິ້ງທິຮ່ວາ ແບ່ງປັນວ່າ:
ພວກຂ້າພະເຈົ້າມີຄວາມເອົາໃຈໃສ່ເຖິງການສ້າງເຄື່ອງໝາຍການຄ້າ, ພ້ອມກັບນັ້ນແມ່ນຍົກສູງຄຸນນະພາບຜະລິດຕະພັນ. ຊຸດສະແຕັມເອເລັກໂຕນິກຄົ້ນຫາຕົ້ນກຳເນີດຂອງຜະລິດຕະພັນ, ຮັບປະກັນລັກສະນະໂປ່ງໃສຂໍ້ມູນເມື່ອລູກຄ້າ ກວດສະແກນ QR ຈະປະກົດເຫັນທຸກສິ່ງທຸກຢ່າງນັບແຕ່ຂັ້ນຕອນເລືອກເອົາແນວພັນຈົນຮອດຂັ້ນຕອນປູກ, ບົວລະບັດ, ເກັບກ່ຽວ, ປຸງແຕ່ງຜະລິດຕະພັນ ແລະ ຫຸ້ມຫໍ່, ນຳອອກສູ່ຕະຫຼາດ. ສິ່ງນີ້ໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ.
ກໍ່ເຄື່ອນໄຫວໃນຂົງເຂດຮັກສາເບິ່ງແຍງສຸຂະພາບຄືກັນກັບ ສະຫະກອນຜະລິດ ແລະ ຈຳໜ່າຍຢາສະໝູນໄພ ອຽນເຊີນ, ບໍລິສັດຫຸ້ນສ່ວນຜະລິດຕະພັນການຢາ GenaTech ໝູນໃຊ້ບັນດາໝາກຜົນຂອງການຄົ້ນຄ້ວາວິທະຍາສາດຢ່າງມີແບບມີແຜນເພື່ອສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບ, ມີຄຸນຄ່າໃຫ້ແກ່ຜູ້ບໍລິໂພກ. ບໍລິສັດທັງຂຸດຄົ້ນບັນດາແຫຼ່ງຢາສະໝູນໄພທຳມະຊາດຢ່າງສົມເຫດສົມຜົນເພື່ອຜະລິດອອກຜະລິດຕະພັນ, ທັງນຳໃຊ້ວິທະຍາສາດເຕັກໂນໂລຢີເພື່ອຍົກສູງຄຸນນະພາບບັນດາຜະລິດຕະພັນທີ່ຜະລິດຈາກຢາສະໝູນໄພ. ທ່ານນາງ ເຈິ່ນທິເຮືອງຢາງ, ຜູ້ສ້າງຕັ້ງ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນຜະລິດຕະພັນການຢາ GenaTech, ໃຫ້ຮູ້ວ່າ:
ທາງບໍລິສັດມີຜະລິດຕະພັນກ່ຽວກັບເຫັດຫົວລິງ. ພວກຂ້າພະເຈົ້າໄດ້ຂຸດຄົ້ນເຫັດຈາກທຳມະຊາດ ແລະ ນຳມາຫ້ອງທົດລອງ, ນຳໃຊ້ເຕັກໂນໂລຢີເພື່ອປູກລ້ຽງ, ຊ່ວຍເພີ່ມທາດ Beta D-glucan ໃນເຫັດ, ໜຶ່ງໃນບັນດາທາດຫຼັກເພື່ອຍົກສູງພູມຕ້ານທານຂອງຮ່າງກາຍ. ໃນວິວັດການຜະລິດ, ພວກຂ້າພະເຈົ້າບໍ່ພຽງແຕ່ບົດເຫັດເປັນຜົງເທົ່ານັ້ນ ຫາກຍັງໝູນໃຊ້ວິທະຍາສາດເຕັກໂນໂລຢີເພື່ອຍົກສູງມູນຄ່າຜະລິດຕະພັນ. ນີ້ແມ່ນທ່າໄດ້ປຽບເຊິ່ງທາງບໍລິສັດກຳນົດທິດ ແລະ ພັດທະນາຕະຫຼາດ.
ພັດທະນາຢາສະໝູນໄພກາຍເປັນຂະແໜງເສດຖະກິດເຕັກນິກພາຍໃນປະເທດແມ່ນທິດເດີນໂດຍຫຼາຍກະຊວງ, ຂະແໜງການ, ທ້ອງຖິ່ນໃຫ້ຄວາມສົນໃຈ. ນອກຈາກຄຸນຄ່າໃນການປິ່ນປົວພະຍາດ, ຢາສະໝູນໄພຊະນິດຕ່າງໆຍັງໄດ້ຮັບການຜະລິດກາຍເປັນອາຫານເສີມທີ່ມີໂພສະນາການ, ເຄື່ອງດື່ມ, ເຄື່ອງສຳອາງ. ໄປຄຽງຄູ່ກັນນັ້ນ, ຍັງນຳມາເຊິ່ງໂອກາດພັດທະນາການທ່ອງທ່ຽວນິເວດ, ການທ່ອງທ່ຽວຊຸມຊົນ.




