logo

ໂຄ​ສະ​ນາ​ການ​ເສັງ​ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ 2025

2025/6/18 | 11:01:44
(VOVWORLD) -  ສຳລັບຜູ້ຄວ້າໄດ້ລາງວັນທີ 1, ທີ 2 ແລະ ທີສາມ ມີ 01 ລາງວັນ ຈະມີໂອກາດໄປທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ໂດຍບໍ່ເສຍຄ່າ ພ້ອມດ້ວຍຂອງຂວັນ; ແຕ່ລາງວັນທີ 1 ແລະ ທີ 2 ຈະໄດ້ຮັບຂອງຂວັນໄປນຳ. 
ການມອບຂອງຂວັນໃຫ້ແກ່ຜູ້ຍາດໄດ້ລາງວັນ (ພາບ: VOV)

ດັ່ງທີບັນດາທ່ານໄດ້ຮູ້ແລ້ວ, ພາຍຫຼັງ 5 ປີ, ການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ ການເສັງທີ່ມີຜູ້ຟັງວິທະຍຸສາກົນຫຼາຍຄົນລໍຄອຍ ໄດ້ກັບມາແລ້ວ. ການເສັງປີນນີ້ຍິ່ງມີຄວາມໝາຍຍ້ອນໄດ້ຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ(07/09/1945 – 07/09/2025)  ແລະ ກໍ່ແມ່ນວັນພະແນກບັນດາພາສາຕ່າງປະເທດ (VOV5)ສະເຫຼີມສະຫຼອງ 80 ປີແຫ່ງວັນອອກອາກາດລາຍການກະຈາຍສຽງທຳອິດ.

ໃນລາຍການມື້ນີ, ພວກຂ້າພະເຈົ້າຂໍສະໜອງຂໍ້ມູນສຳຄັນຈຳນວນໜຶ່ງເຊິ່ງພວກເພື່ອນລໍຄອຍນັ້ນແມ່ນ ລາງວັນຂອງການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ 2025. ໃນນັ້ນລະບົບລາງວັນລວມມີ: ສຳລັບຜູ້ຄວ້າໄດ້ລາງວັນທີ 1, ທີ 2 ແລະ ທີສາມ ມີ 01 ລາງວັນ ຈະມີໂອກາດໄປທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນ ໂດຍບໍ່ເສຍຄ່າ ພ້ອມດ້ວຍຂອງຂວັນ; ແຕ່ລາງວັນທີ 1 ແລະ ທີ 2 ຈະໄດ້ຮັບຂອງຂວັນໄປນຳ. ລາງວັນຊົມເຊີຍມີ 10 ລາງວັນ, ແຕ່ລະລາງວັນມີມູນຄ່າ 2.000.000 ລ້ານດົ່ງ (ໂດຍຈະມອບເປັນວັດຖຸພັນ). ຄະນະຈັດຕັ້ງກໍຈະມອບລາງວັນໃຫ້ແກ່ຜູ້ເຂົ້າຮ່ວມການເສັງທີ່ມີອາຍຸນ້ອຍສຸດ, ຜູ້ມີອາຍຸສູງສຸດ, ແຕ່ລະລາງວັນມີມູນຄ່າ 2.000.000 ດົ່ງ (ໂດຍຈະມອບເປັນວັດຖຸພັນ). ລາງວັນບົດຂຽນທີ່ມີຄວາມປະດິດປະດອຍລະອຽດລະອໍ ແລະ ຈັບໃຈ ມີມູນຄ່າ 5.000.000 ດົ່ງ (ໂດຍຈະມອບເປັນວັດຖຸພັນ). ນອກຈາກບັນດາລາງວັນດັ່ງກ່າວ, ເພື່ອແນໃສ່ຢັ້ງຢືນການເຂົ້າຮ່ວມ ແລະ ຕອບສະໜອງຢ່າງແຮງຂອງສະໂມສອນຜູ້ຟັງວິທະຍຸສາກົນ, ຄະນະຈັດຕັ້ງກໍ່ຈະມີລາງວັນມອບໃຫ້ສະໂມສອນຜູ້ຟັງວິທະຍຸສາກົນ ທີ່ມີຜູ້ຟັງຫຼາຍຄົນທີ່ສຸດເຂົ້າຮ່ວມການເສັງ.

ນີ້ແມ່ນຂອງຂວັນເລັກໆນ້ອຍໆແທນຄຳຂອບໃຈຂອງຄະນະຈັດຕັ້ງທີ່ສົ່ງໄປຍັງທ່ານຜູ້ຟັງ, ຜູ້ອ່ານເຊິ່ງແມ່ນຜູ້ຄົນທີ່ຮ່ວມເດີນທາງພ້ອມກັບພວກຂ້າພະເຈົ້າໃນຕະຫຼອດໄລຍະດຳເນີນການເສັງ. ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດຄົ້ນຫາຄວາມງາມຂອງປະເທດ ຫວຽດນາມ.

TAG
VOV/VOVworld/ການ​ເສັງ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ