logo

ໂຄ​ສະ​ນາ​ກ່ຽວ​ກັບ​ການ​ເສັງ​ເພື່ອນ​ຮູ້​ຫ​ຍັງ​ແດ່​ກ່ຽວ​ກັບ​ຫວຽດ​ນາມ 2025

2025/5/22 | 14:19:50
(VOVWORLD) -    ຄະນະຈັດຕັ້ງການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ ຂໍ້ແຈ້ງວ່າ: ໄລ່ຮອດວັນທີ 21 ພຶດສະພາ, ພວກຂ້າພະເຈົ້າໄດ້ຮັບບົດເຂົ້າຮ່ວມການເສັງ 55 ບົດຂອງທ່ານຜູ້ຟັງທີ່ມາຈາກ 12 ປະເທດ ແລະ ເຂດແຄ້ວນ ທີ່ເຂົ້າຮ່ວມການເສັງ.
ບັນດາຜູ້ແທນໄດ້ຮັບລາງວັນໃນການເສັງຄັ້ງກ່ອນ

ບັນດາຜູ້ຟັງໄດ້ສະແດງໃຫ້ເຫັນການລົງທຶນກ່ຽວກັບວັນເວລາ ແລະ ເຫື່ອແຮງເມື່ອເຂົ້າຮ່ວມການເສັງ. ມີຫຼາຍບົດຂຽນຍາວນັບສິບໜ້າ, ພິເສດມີບົດຂຶ້ນເຖິງເກືອບ 100 ໜ້າ. ມີທ່ານຜູ້ຟັງຈຳນວນໜຶ່ງໄດ້ມີຫົວຄິດປະດິດສ້າງ, ຕິດຂັດບັນດາພາບປະກອບ ເຮັດໃຫ້ບົດຂຽນມີຊີວິດຊີວາ ແລະ ດຶງດູດໃຈ. ເມື່ອແບ່ງປັນກ່ຽວກັບວິວັດການປະຕິບັດສຳເລັດບົດເສັງ, ເພື່ອນ Rudy Hartono ຊາວອິນໂດເນເຊຍ, ໜຶ່ງໃນບັນດາຜູ້ຟັງທີິ່ຕິດພັນກັບວິທະຍຸກະຈາຍສຽງ ຫວຽດນາມ ມາເປັນຫຼາຍປີ ແລະ ໄດ້ເຂົ້າຮ່ວມການເສັງເປັນຫຼາຍຄັ້ງ, ຂຽນວ່າ “ຂ້າພະເຈົ້າໄດ້ສະສົມບັນດາເອກະສານກ່ຽວກັບການພັດທະນາ ຫວຽດນາມ ໃນ 5 ປີເພື່ອເຮັດບົດເຂົ້າຮ່ວມການເສັງຂອງຕົນ. ຜ່ານບົດຂຽນ, ຂ້າພະເຈົ້າຢາກແນະນຳກ່ຽວກັບຄວາມງາມ, ຄວາມເປັນຫຼາຍຮູບແບບຂອງວັດທະນະທຳ, ຜົນສຳເລັດດ້ານເສດຖະກິດ, ກໍ່ຄືບັນດາມູນຄ່າອັນສູງສົ່ງຂອງຊາດ ຫວຽດນາມ”.

ປັດຈຸບັນມີທ່ານຜູ້ຟັງຫຼາຍທ່ານໃຫ້ຮູ້ວ່າ ພວມຊອກຫາຂໍ້ມູນຕື່ມອີກເພື່ອຕອບຄຳຖາມ ແລະ ຈະສົ່ງບົດເຂົ້າຮ່ວມການເສັງທີ່ດີທີ່ສຸດໄປຍັງຄະນະຈັດຕັ້ງ. ເພື່ອໜູນຊ່ວຍພວກເພື່ອນ, ຄະນະຈັດຕັ້ງໄດ້ສະໜອງບັນດາການເຈາະຈິ້ມຂໍ້ມູນຕອບໃຫ້ແກ່ແຕ່ລະຄຳຖາມພາຍໃຕ້ບົດຂຽນ ທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ໃນໄລະຍະຈະມາເຖິງ, ພວກຂ້າພະເຈົ້າກໍ່ຈະສືບຕໍ່ອອກອາກາດ, ເອົາ ບັນດາຂໍ້ມູນລົງຕື່ມອີກເພື່ອໃຫ້ເພື່ອນຕອບຄຳຖາມເຂົ້າຮ່ວມການເສັງໃນບັນດາລາຍການອອກອາກາດ ແລະ ໃນລາຍການເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ 2025 ໃນເວັບໄຊ vovworld.vn.

    ຂໍອວຍພອນໃຫ້ທຸກທ່ານຈົ່ງຍາດໄດ້ລາງວັນໃນການເສັງຄັ້ງນີ້.

ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດຄົ້ນຫາຄວາມງາມຂອງ ຫວຽດນາມເດີ.

TAG
VOV/VOVworld/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ