logo

ໂຄສະນາຄຸນຄ່າປະຫວັດສາດ, ວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ຜ່ານການ “ໄປທ່ຽວຊົມລະດູບານໃໝ່ມິດຕະພາບ ປີ 2026”

2026/3/22 | 09:35:04
(VOVWORLD) - ໃນຂອບເຂດຂອງລາຍການ, ບັນດາຜູ້ແທນໄດ້ຢ້ຽມຊົມເຂດວັດທະນະທຳ - ເຂດສັກສິດທີ່ເປັນເອກະລັກສະເພາະຂອງນະຄອນຫຼວງໃນລະດູການງານບຸນ.
ບັນດາຜູ້ແທນເຂົ້າຮ່ວມລາຍການ
(ພາບ: ຄະນະຈັດຕັ້ງ)

ເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວ ພ້ອມກັບພັນລະຍາ, ສາມີ 15 ທ່ານ, ພ້ອມກັບພະນັກງານການທູດຢູ່ບັນດາສະຖານທູດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມລາຍການ “ໄປທ່ຽວຊົມລະດູບານໃໝ່ມິດຕະພາບ ປີ 2026” ໂດຍສະມາຄົມບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ສົມທົບກັບພະແນກທ່ອງທ່ຽວ ແລະ ຕາແສງ ເຮືອງເຊີນ ຈັດຂຶ້ນໃນວັນທີ 21 ມີນາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຮືອງເຊີນ.

ໃນຂອບເຂດຂອງລາຍການ, ບັນດາຜູ້ແທນໄດ້ຢ້ຽມຊົມເຂດວັດທະນະທຳ - ເຂດສັກສິດທີ່ເປັນເອກະລັກສະເພາະຂອງນະຄອນຫຼວງໃນລະດູການງານບຸນ. ຢູ່ທີ່ນີ້, ບັນດາຜູ້ແທນໄດ້ຊອກຮູ້ກ່ຽວກັບປະຫວັດສາດ - ວັດທະນະທຳ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນ, ປູກຕົ້ນໄມ້ທີ່ລະນຶກ…

ເຂົ້າຮ່ວມເຫດການ, ທ່ານ Saadi Salama, ເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ ສະແດງຄວາມເຫັນວ່າ ລາຍການນີ້ໄດ້ປະກອບສ່ວນຊ່ວຍໃຫ້ເພື່ອນມິດສາກົນມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ແລະ ຊາວ ຫວຽດນາມ ຢ່າງເລິກເຊິ່ງກວ່າ.

TAG
VOV/VOVworld/ທ່ຽວຊົມ/​ລະ​ດູ​ບານ​ໃໝ່​/ມິດ​ຕະ​ພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ