logo

ໂບດ ແຈັ໊ງຕວ່າລັອງຊວຽນ - ກິດຈະກຳສະຖາປັດຕະຍະກຳ ຄຣິດທະສາສະໜາທີ່ເປັນເອກະລັກ.

2026/2/4 | 10:21:00
(VOVWORLD) -ໂບດ ແຈັ໊ງຕວ່າລັອງຊວຽນ ຕັ້ງຢູ່ເຮືອນເລກທີ 9 ຖະໜົນ ຫງວຽນເຫວະ ຕາແສງ ລັອງຊວຽນ ແຂວງ ອານຢາງ. ນີ້ແມ່ນໂບດໃຫຍ່ຂອງເຂດຊາວຄຣິດ ລັອງຊວຽນ ແມ່ນໜຶ່ງໃນບັນດາກິດຈະກຳສະຖາປັດຕະຍະກຳ ຄຣິດທະສາສະໜາທີ່ເປັນເອກລັກ ຢູ່ເຂດທາງທິດຕາເວັນຕົກພາກໃຕ້
ໂບດ ແຈັ໊ງຕວ່າລັອງຊວຽນ ໃນຄ່ຳຄືນວັນບຸນຄຼິດມາດ

     ໂບດ ແຈັ໊ງຕວ່າລັອງຊວຽນ ໄດ້ຮັບການກໍ່ສ້າງເມື່ອປີ 1958 ໂດຍຄຸນພໍ່ ປີໂອ ຫງວຽນຫວິໝີ ຮັບຜິດຊອບ. ຫຼັງຈາກນັ້ນກິດຈະກຳສືບຕໍ່ກໍ່ສ້າງເປີດກວ້າງ ແລະ ເປີດນຳໃຊ້ເປັນທາງການເມື່ອວັນທີ 15 ສິງຫາ ປີ 1973. ທ່ານ ຢູຊີ ຫງວຽນຫິວບຽນ ປະທານສະພາບໍລິຫານເຂດຊາວຄຣິດ ແຈັ໊ງຕວ່າລັອງຊວຽນ ໃຫ້ຮູ້ວ່າ:

 “ກິດຈະກຳມີລວງຍາວ 65 ແມັດ ກວ້າງ 18 ແມັດ ສູງ 20 ແມັດ ສະເພາະທາດລະຄັງ ສູງ 55 ແມັດ. ຢູ່ທາງໜ້າກໍ່ມີສັນຍາລັກພະແມ່. ຢູ່ເຂດນີ້ໃນປັດຈຸບັນມີຊາວຄຣິດປະມານ 6.000 ຄົນ”.

ໂບດ ແຈັ໊ງຕວ່າລັອງຊວຽນ ພົ້ນເດັ່ນຂຶ້ນດ້ວຍຄວາມງາມຢ່າງເຄັ່ງຂຶມປະສານສົມທົບຢ່າງກົມກຽວລະຫວ່າງສະຖາປັດຕະຍະກຳທັນສະໄໝ ແລະ ບູຮານ. ປະຕູຂອງໂບດຖືກອອກແບບຢ່າງລະອຽດອ່ອນມີຄວາມປານີດສູງ. ຈຸດທີ່ພົ້ນເດັ່ນຂອງໂບດ ກໍ່ແມ່ນທາດລະຄັງສູງທີ່ສຸດ ອັນໄດ້ສ້າງຄວາມປະທັບໃຈກ່ຽວກັບການບືນຕົວຂຶ້ນ ແລະ ສະຫວ່າງສະໄຫວ. ນາງ ໂງທິບິກເວິນ ຊາວຄຣິດ ຢູ່ແຂວງ ອານຢາງ ໃຫ້ຮູ້ວ່າ:

 “ໂບດ ແຈັ໊ງຕວ່າລັອງຊວຽນ ແມ່ນໂບດໃຫຍ່ກວ່າໝູ່ຢູ່ລັອງຊວຽນ. ໂບດມີຄວາມສວຍງາມ. ພວກຂ້າພະເຈົ້າກໍ່ມີຄວາມເອກອ້າງທະນົງໃຈຕໍ່ໂບດແຫ່ງນີ້ ເຊິ່ງເປັນແຫ່ງດຶງດູດຊາວຄຣິດຢູ່ທ້ອງຖິ່ນຕ່າງໆມານະມັດສະການ ແລະ ແຂກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍ”.

ຢູ່ໜ້າໂບດພົ້ນເດັ່ນຂຶ້ນດ້ວຍຮູບປັ້ນພະແມ່ທີ່ຂອບຂະໜາດໃຫຍ່ຖືກຕັ້ງຢູ່ໃຈກາງກາຍເປັນຈຸດທີ່ພົ້ນເດັ່ນປະກອບສ່ວນສ້າງຄວາມງາມທີ່ເປັນເອກະລັກໃຫ້ແກ່ກິດຈະກຳ. ນາງ ຮວິ່ງທິກ່ຽວລວານ ຊາວຄຣິດຢູ່ແຂວງ ອານຢາງ ເປີດເຜີຍວ່າ:

 “ໂບດ ແຈັ໊ງຕວ່າລັອງຊວຽນ ມີສັນຍາລັກພະແມ່ພວມອຸ້ມພະເຢຊູ. ນີ້ແມ່ນສັນຍາລັກສັນຕິພາບ. ນີ້ແມ່ນໂບດໃຫຍ່ຢູ່ເຂດຊາວຄຣິດ ລັອງຊວຽນ”.

ຢູ່ບໍລິເວນອ້ອມໂບດ ກໍ່ມີຕົ້ນໄມ້ຂຽວງາມຫຼາຍຕົ້ນ ແລະ ຖືກປະດັບປະດາດ້ວຍຖ້ຳຫີນຕົ້ນແປກຄຣິດສະມາດ ອັນໄດ້ສ້າງຄວາມສະຫງົບສຸກ. ຢູ່ທາງໃນໂບດຖືກອອກແບບຢ່າງສວຍງາມ ດ້ວຍແສງສະຫວ່າງຈາກທຳມະຊາດ ສາດສ່ອງລົງຜ່ານປ່ອງຢ້ຽມ. ໂບດ ແຈັ໊ງຕວ່າລັອງຊວຽນ ໄດ້ກາຍເປັນຈຸດນັດພົບທີ່ເປັນເອກະລັກ ບໍ່ພຽງແຕ່ຂອຊາວຄຣິດເທົ່ານັ້ນ ຫາກຍັງຂອງແຂກທ່ອງທ່ຽວອີກດ້ວຍ. ທ່ານ ຮຸ່ງຟານ ຊາວຫວຽດນາມ ອາໄສຢູ່ ການາດາ ບ້ານເກີດຢູ່ແຂວງ ອານຢາງ ເປີດເຜີຍວ່າ:

“ໂບດໄດ້ເປີດນຳໃຊ້ ເມື່ອປີ 1973 ຄາວນັ້ນຂ້າພະເຈົ້າມີອາຍຸພຽງ 16 ປີ. ປັດຈຸບັນກໍ່ເຫັນໂບດຢູ່ທາງນອກຍັງຄືເກົ່າຢູ່. ຕ້ອງຮັບຮູ້ວ່າ ນັກອອກແບບກໍ່ສ້າງໂບດ ແມ່ນມີຄວາມເກັ່ງກ້າສາມາດທີ່ສຸດ, ຜ່ານຫຼາຍປີແລ້ວ ເມື່ອຂ້າພະເຈົ້າກັບມາຫັນໂບດຍັງງາມຄືເກົ່າ.“

 ສ່ວນນ້ອງ ຫວູຕ໊ຽນຟາດ ນັກສຶກສາຢູ່ມະຫາວິທະຍາໄລອານຢາງ ບ້ານເກີດຢູ່ນະຄອນ ເກິ່ນເທີ ເປີດເຜີຍວ່າ:

 “ໂບດມີເນື້ອທີ່ກວ້າງສູງ ແລະ ເຢັນສະບາຍ. ໂບດຖືກອອກແບບຢ່າງສວຍງາມທີ່ສຸດ. ໃນໂອກາດວັນບຸນຄຣິດສະມາດ ກໍ່ຖືກປະດັບປະດາຢ່າງສວຍງາມ. ມີປະຊາຊົນມາທ່ຽວຊົມ ລະຫຼິ້ນເຂົ້າຮ່ວມບຸນຄຣິດສະມາດຢ່າງຫຼວງຫຼາຍ”.

 ໂບດ ແຈັ໊ງຕວ່າລັອງຊວຽນ ບໍ່ພຽງແຕ່ສັນຍາລັກຈຸດທີ່ພົ້ນເດັ່ນທາງດ້ານສະຖາປັດຕະຍະກຳຂອງສາສະໜາຄຣິດເທົ່ານັ້ນ ຫາກຍັງແມ່ນເຂດວັດທະນະທຳທີ່ລື້ງເຄີຍ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນແຂວງ ອານຢາງ ອີກດ້ວຍ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ