logo

ໄຂ​ກອງ​ປະ​ຊຸມ​ຄັ້​ງທີ 2 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ສະ​ໄໝທີ XIV

2026/3/23 | 09:10:38
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າເນື້ອໃນກອງປະຊຸມຕ້ອງແກ້ໄຂຫຼາຍຢ່າງ, ໃນວົງກວ້າງ, ຍາກທີ່ສຸດ, ລ້ວນແຕ່ແມ່ນວຽກງານຕ້ອງເຮັດໃນທັນທີ, ບໍ່ອາດຊັກຊ້າ. 
ໄຂກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກສະໄໝທີ XIV (ພາບ: VOV)

ກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 23 ມີນາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ເປັນປະທານກອງປະຊຸມ.

 ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າເນື້ອໃນກອງປະຊຸມຕ້ອງແກ້ໄຂຫຼາຍຢ່າງ, ໃນວົງກວ້າງ, ຍາກທີ່ສຸດ, ລ້ວນແຕ່ແມ່ນວຽກງານຕ້ອງເຮັດໃນທັນທີ, ບໍ່ອາດຊັກຊ້າ. ໃນນັ້ນ, ກອງປະຊຸມຈະປຶກສາຫາລືກ່ຽວກັບໂຄງການດຳເນີນງານທັງສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIV, ກົດລະບຽບການເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາສູນກາງພັກ; ຂໍ້ກຳນົດປະຕິບັດຕາມຂໍ້ກຳນົດຂອງພັກ; ຂໍ້ກຳນົດກ່ຽວກັບວຽກງານກວດກາ, ຕິດຕາມກວດກາ, ການປະຕິບັດລະບຽບວິໄນ; ກົດລະບຽບການເຮັດວຽກຂອງຄະນະກຳມະການກວດກາສູນກາງພັກ… ທ່ານເລຂາທິການໃຫຍ່ໂຕເລິມຊີ້ແຈ້ງວ່າ:

ກອງປະຊຸມຄັ້ງນີ້ພິຈາລະນາ, ປຶກສາຫາລືແລະ ຕັດສິນຫຼາຍເນື້ອໃນສຳຄັນພິເສດ, ມີຄວາມໝາຍພື້ນຖານຕໍ່ໜ້າທີ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຢ່າງມີໄຊ, ກ່ຽວຂ້ອງໂດຍກົງເຖິງຄຸນນະພາບຂອງການນຳພາ, ກຳອຳນາດ ແລະ ກຳລັງແຮງຕໍ່ສູ້ຂອງພັກ; ກ່ຽວກັບຜົນບັງຄັບໃຊ້, ປະສິດທິຜົນໃນການເຄື່ອນໄຫວຂອງທົ່ວລະບົບການເມືອງ, ກ່ຽວກັບການພັດທະນາໂດຍໄວ, ຍືນຍົງຂອງປະເທດຊາດໃນໄລຍະ 2026 – 2031 ແລະ ຊຸມປີຕໍ່ໄປ.

ຄາດວ່າກອງປະຊຸມເຮັດວຽກຮອດວັນທີ 27 ມີນາ 2026ເຊິ່ງອັດລົງ.

TAG
VOV/VOVworld/ກອງ​ປະ​ຊຸມ/ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ