logo

ໄຂກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ

2022/2/17 | 10:13:14
(VOVWORLD) -ກອງປະຊຸມ ຈະປະຕິບັດການແລກປ່ຽນທັດສະນະກ່ຽວກັບວິທີການເພີ່ມທະວີການພົວພັນການຕ່າງປະເທດກັບບັນດາຄູ່ຮ່ວມມືຄູ່ເຈລະຈາກວ່າອີກ ພ້ອມທັງ ຮັກສາ ແລະ ຊຸກຍູ້ບົດບາດໃຈກາງ, ສາມັກຄີ ແລະ ເປັນເອກະພາບຂອງ ອາຊຽນ.
ບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ, ການນຳຄະນະເລຂາອາຊຽນ ພ້ອມກັບທ່ານ Prak Sokhon ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ອາຊຽນ. (ພາບ:ສຳນັກຂ່າວສານຫວຽດນາມ)

ວັນທີ 17 ກຸມພາ, ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ (AMMR) ໄດ້ດຳເນີນຕາມຮູບການໂດຍກົງ ແລະ   ທາງໄກ ຢູ່ ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ ເພື່ອແນໃສ່ປຶກສາຫາລືບັນດາບັນຫາຄື: ໂລກລະບາດໂຄວິດ 19, ການຟື້ນຟູເສດຖະກິດຮອບດ້ານ ແລະການພົວພັນກັບບັນດາຄູ່ຮ່ວມມືຄູ່ເຈລະຈາ.

ກອງປະຊຸມໂດຍທ່ານ ລັດຖະມົນຕີການຕ່າງປະເທດ ກຳປູເຈຍ ເປັນປະທານ ແລະ ມີການເຂົ້າຮ່ວມໂດຍກົງຂອງລັດຖະມົນຕີການຕ່າງປະເທດ  ອິນໂດເນເຊຍ, ມາເລເຊຍ, ຟີລີບປິນ, ສິງກະໂປ ແລະ ລາວ. ບັນດາທ່ານລັດຖະມົນຕີການຕ່າງປະເທດ ບຣູໄນ, ໄທ ແລະ ຫວຽດນາມເຂົ້າຮ່ວມທາງໄກ ໃນຂະນະນັ້ນ ມຽນມາ ບໍ່ບົ່ງຕົວຜູ້ຕາງຫນ້າເຂົ້າຮ່ວມ.

ກອງປະຊຸມ ຈະປະຕິບັດການແລກປ່ຽນທັດສະນະກ່ຽວກັບວິທີການເພີ່ມທະວີການພົວພັນການຕ່າງປະເທດກັບບັນດາຄູ່ຮ່ວມມືຄູ່ເຈລະຈາກວ່າອີກ ພ້ອມທັງ ຮັກສາ ແລະ ຊຸກຍູ້ບົດບາດໃຈກາງ, ສາມັກຄີ ແລະ ເປັນເອກະພາບຂອງ ອາຊຽນ. ບັນດາທ່ານລັດຖະມົນຕີ ກໍ່ຈະປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ມາດຕະການເພື່ອພ້ອມກັນຫນູນຊ່ວຍສ້າງປະຊາຄົມ ອາຊຽນ ແບບຍືນຍົງ, ຂະຫຍັນຂັນເຄື່ອນ, ສັນຕິພາບ ແລະ ວັດທະນາຖາວອນກວ່າ. ຄຽງຂ້າງນັ້ນ ບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ກໍ່ຈະໄດ້ຍົກອອກມາປຶກສາຫາລື.

TAG
VOV/VOVworld/ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ