logo

ໄຂງານບຸນວິຫານ ເຈິນ ປີ 2026

2026/3/2 | 09:38:48
(VOVWORLD) -  ນັບແຕ່ປີ 2014, ເຂດສຸສານ ແລະ ວິຫານບູຊາບັນດາເຈົ້າຊີວິດ ເຈິ່ນ ຖືກຈັດເປັນເຂດປູຊະນີຍະສະຖານລະດັບຊາດພິເສດ ແລະ ງານບຸນວິຫານ ເຈິ່ນ ຂອງແຂວງຖືກຈັດເຂົ້າບັນຊີມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.
(ງານບຸນລວມມີ 2 ກິດຈະກຳຫຼັກ, ດ້ວຍຂັ້ນຕອນຈັດພິທີໄດ້ຈັດຂຶ້ນຢ່າງເຄັ່ງຂຶມ)

ຕອນຄ່ຳວັນທີ 01 ມີນາ, ຢູ່ປູຊະນີຍະສະຖານປະຫວັດສາດພິເສດເຂດສຸສານ ແລະ ວິຫານບູຊາບັນດາເຈົ້າຊີວິດສະໄໝ ເຈິ່ນ (ຕາແສງ ລອງຮືງ, ແຂວງ ຮືງອຽນ), ຄະນະກຳມະການປະຊາຊົນແຂວງ ຮືງອຽນ ໄດ້ຈັດພິທີໄຂງານບຸນວິຫານ ເຈິ່ນ ປີ 2026.

ນັບແຕ່ປີ 2014, ເຂດສຸສານ ແລະ ວິຫານບູຊາບັນດາເຈົ້າຊີວິດ ເຈິ່ນ ຖືກຈັດເປັນເຂດປູຊະນີຍະສະຖານລະດັບຊາດພິເສດ ແລະ ງານບຸນວິຫານ ເຈິ່ນ ຂອງແຂວງຖືກຈັດເຂົ້າບັນຊີມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.

ງານບຸນລວມມີ 2 ກິດຈະກຳຫຼັກ, ດ້ວຍຂັ້ນຕອນຈັດພິທີໄດ້ຈັດຂຶ້ນຢ່າງເຄັ່ງຂຶມ, ເຄົາລົບນັບຖືຕາມປະເພນີທີ່ເປັນມູນເຊື້ອ, ລວມມີບັນດາພິທີກຳທີ່ເປັນເອກະລັກສະເພາະຂອງງານບຸນວິຫານ ເຈິ່ນ, ຄື: ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ, ພິທີແຫ່, ການເຄື່ອນໄຫວບູຊາ… ຂັ້ນຕອນຈັດງານບຸນລວມມີບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາ ແລະ ບັນດາການເຄື່ອນໄຫວຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ; ວາງສະແດງ, ໂຄສະນາ, ແນະນຳການທ່ອງທ່ຽວ ຮືງອ່ຽນ… ນອກນັ້ນ, ໃນຂອບເຂດຂອງງານບຸນຍັງໄດ້ຈັດການເຄື່ອນໄຫວວັນກາບກອນ ຫວຽດນາມ.

TAG
VOV/VOVworld/​ເຄື່ອ​ນ​ໄຫວ/​ບູ​ຊາ/ຂັ້ນ​ຕອນ​/​ງານ​ບຸນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ