logo

ໄຂວັນ​ບຸນ ດອກ​ບານ - ຄາດ​ຫວັງ​ດ້ຽນ​ບຽນ

2026/3/9 | 09:15:30
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ດ້ຽນບຽນ ແມ່ນເຂດເຕົ້າໂຮມສິ່ງຍອດຢ້ຽມຂອງເຂດພູຜາປ່າໄມ ໄຕບັກ, ສັນຍາລັກອະມະຕະຂອງລັດທິວິລະຊົນປະຕິວັດຂອງຊາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໄຂວັນບຸນ (ພາບ: VOV)

ວັນບຸນດອກບານ ແຂວງດ້ຽນບຽນປີ 2026 ດ້ວຍຫົວຂໍ້ “ດອກບານ - ຄາດຫວັງດ້ຽນບຽນ” ໄຂຂຶ້ນໃນຕອນຄ່ຳວັນທີ 8 ມີນາຢູ່ແຂວງ ດ້ຽນບຽນ. ນີ້ແມ່ນໜຶ່ງໃນບັນດາການ ກິດຈະກຳຂອງ ສັບປະດັນວັດທະນະທຳ - ການທ່ອງທ່ຽວ ດ້ຽນບຽນ ໄດ້ດຳເນີນແຕ່ວັນທີ 6 ມີນາ ຮອດວັນທີ 12 ມີນາ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ດ້ຽນບຽນ ແມ່ນເຂດເຕົ້າໂຮມສິ່ງຍອດຢ້ຽມຂອງເຂດພູຜາປ່າໄມ ໄຕບັກ, ສັນຍາລັກອະມະຕະຂອງລັດທິວິລະຊົນປະຕິວັດຂອງຊາດ. ດ້ວຍໄຊຊະນະປະຫວັດສາດ້ຽນບຽນຝູ “ດັ່ງກ້ອງກັງວານທົ່ວ 5 ທະວີບ - ເຮັດໃຫ້ທົ່ວໂລກສັ່ນສະເທືອນ” (1954) - ດິນແດນຂອງເຂດທຳມະຊາດທີ່ໃຫຍ່ໂຕມະໂຫຖານໄດ້ກາຍເປັນບົດເພງອົງອາດກ້າຫານຂອງເຈດຈຳນົງເອກະລາດ, ຄວາມມຸ່ງຫວັງເສລີພາບ ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

ວັນບຸນດອກບານບໍ່ພຽງແຕ່ແມ່ນເຫດການວັດທະນະທຳ - ການທ່ອງທ່ຽວທີ່ພົ້ນເດັ່ນຂອງແຂວງ ດຽນບຽນເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ສະໜິດຕິດພັນ, ເຊີດຊູບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງບັນດາເຜົ່າເຂດໄຕບັກໃນພື້ນຖານວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເອກະພາບ, ເປັນຫຼາຍຮູບຫຼາຍສີຂອງວົງຄະນະຍາດ 54 ຊົນເຜົ່າ. ວັນບຸນແມ່ນໂອກາດເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວຄົ້ນຫາຄວາມງາມດ້ານທຳມະຊາດ, ຊອກຮູ້ຕື່ມອີກຈຸດວັດທະນະທຳ, ປະຫວັດສາດ ແລະ ເພີ່ມເຕີມນ້ຳໃຈຮັກແພງບ້ານເກີດເມືອງນອນ, ປະເທດຊາດ, ຄວາມເອກອ້າງທະນົງໃຈແຫ່ງຊາດ.

TAG
VOV/VOVworld/ວັນ​ບຸນ/ດອກ​ບານ/ແຂວງ​ເຊີນ​ລາ/ໄຕ​ບັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ