ລາຍການສະແດງສິລະປະ ຢູ່ພິທີໄຂ (ພາບ: VOV) |
ຕອນຄ່ຳວັນທີ 11 ມີນາ, ຢູ່ເຂດມໍລະດົກປະຫວັດສາດ ຮວ່າງຮວາທ້າມ, ຕາແສງ ອຽນເທ້, ແຂວງບັກນິງ ໄດ້ດຳເນີນພິທີໄຂສັບປະດາງານບຸນ ອຽນເທ້ປີ 2026. ນີ້ແມ່ນການເຄື່ອນໄຫວວັດທະນະທຳ - ການເມືອງ ເພືີ່ອອາໄລຫາ, ສະແດງຄວາມຮູ້ບຸນຄຸນ ຂອງນັກວິຊະຊົນຂອງຊາດ ຮວ່າງຮວາທ້າມ 1836-1913) ພ້ອມກັບບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໃນບັ້ນລຸກຮື້ຂຶ້ນ ອຽນເທ້, ສຶກສາມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດໃຫ້ແກ່ຄົນລຸ້ນຕ່າງໆໃນປັດຈຸບັນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ທ້ອງຖິ່ນແນະນຳ, ໂຄສະນາບັນດາຄຸນຄ່າປະຫວັດສາດ, ວັດທະນະທຳພິເສດຂອງເຂດດິນແດນ ອຽນເທ້, ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍຄູນຄ່າເຂດມໍລະດົກປະຫວັດສາດ ຮວ່າງຮວາທ້າມ ແລະ ຊຸກຍູ້ການພັດທະນາການທ່ອງທ່ຽວຂອງທ້ອງຖິ່ນ.
ສັບປະດາງານບຸນອຽນເທ້ປີນີ້ໄດ້ຈັດຂຶ້ນດ້ວຍຫຼາຍຈຸດພົ້ນເດັ່ນ. ໃນນັ້ນ, ເປັນຄັ້ງທຳອິດທີ່ບັນດາກິດຈະກຳໃນງານບຸນໄດ້ຈັດຂຶ້ນເປັນລະບົບຢ່າງຕໍ່ເນື່ອງ, ເຊື່ອມຕໍ່ກັບບັນດາມໍລະດົກປະຫວັດສາດສຳຄັນໃນຂະບວນການລຸກຮື້ຂຶ້ນອຽນເທ້, ສ້າງເປັນພື້ນທີ່ບັນຍາກາດວັດທະນະທຳທີ່ກວ້າງໃຫຍ່ ແລະ ເຕັມໄປດ້ວຍຄວາມໝາຍ. ສັບປະດາງານບຸນຈະຈັດຂຶ້ນຮອດວັນທີ 18 ມີນາ.




