logo

ໄຂ​ເຂດ​ວາງ​ສະ​ແດງ​ສິ​ລະ​ປະຈັດ​ວາງພາຍ​ໃຕ້​ຫົວ​ຂໍ້ “ສົງ​ຄາມ ແລະ ສັນ​ຕິ​ພາບ” ແລະ “ວາດ​ຟ້ອນ​ແຫ່ງ​ລະ​ດູ​ບານ​ໃໝ່”

2026/3/3 | 07:22:24
(VOVWORLD) - ຕອນບ່າຍວັນທີ 2 ມີນາ, ຢູ່ຫໍພິພິທະພັນ ຮ່າໂນ້ຍ ໄດ້ຈັດພິທີໄຂ 2 ເຂດວາງສະແດງສິລະປະຈັດວາງພາຍໃຕ້ຫົວຂໍ້ “ສົງຄາມ ແລະ ສັນຕິພາບ” ແລະ “ວາດຟ້ອນແຫ່ງລະດູບານໃໝ່”, ເຊິ່ງເປີດສາກບັນດາກິດຈະກຳປະດິດຄິດສ້າງປີ 2026 ຂອງ ຫໍພິພິທະພັນ.
 ເຂດສິລະປະຈັດວາງ “ສົງຄາມ ແລະ ສັນຕິພາບ”  (ພາບ: TTXVN)

 ເຂດສິລະປະຈັດວາງ “ສົງຄາມ ແລະ ສັນຕິພາບ” ໂດຍນັກສິລະປິນນາງ ທູເຈິ່ນ ແລະ ເຕີຍຟອງ ປະຕິບັດ ເຊິ່ງໄດ້ສ້າງຂຶ້ນຈາກຊາກເຮືອບິນ ແລະ ຊິ້ນສ່ວນລະເບີດ ໂດຍ ຫໍພິພິທະພັນ ຮ່າໂນ້ຍ ເກັບຮັກສາໄວ້. ຜ່ານສິລະປະຈັດວາງແບບສະໄໝ, ບັນດາວັດຖຸພັນບໍ່ພຽງແຕ່ໄດ້ວາງສະແດງຄືດັ່ງຮ່ອງຮອຍໄລຍະປະຫວັດສາດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນໂຄງປະກອບສິລະປະຈັດວາງໃໝ່,ເຈາະຈິ້ມຄວາມນຶກຄິດກ່ຽວກັບຄວາມຊົງຈຳສົງຄາມ, ຄຸນຄ່າຂອງສັນຕິພາບ ແລະ ຄວາມຮັບຜິດຊອບໃນການຮັກສາບັນດາຜົນງານໃນວັນນີ້.

ເຂດວາງສະແດງ “ວາດຟ້ອນແຫ່ງລະດູບານໃໝ່” ຂອງນັກສິລະປິນ ຫງວຽນດຶກເຟືອງ (ພາບ: TTXVN)

ໃນຂະນະນັ້ນ,  “ວາດຟ້ອນແຫ່ງລະດູບານໃໝ່” ຂອງນັກສິລະປິນ ຫງວຽນດຶກເຟືອງ ໄດ້ສ້າງເຂດວາງສະແດງສິລະປະທີ່ເຕັມໄປດ້ວຍສີສັນຮຸ່ງເຮືອງເຫຼືອງເຫຼື້ອມ ແລະ ພະລັງງານໃຫ້ແກ່ຈັກຂຸສຳຜັດ.

TAG
VOV/VOVworld/ສິ​ລະ​ປະຈັດ​ວາງ/“ວາດຟ້ອນແຫ່ງລະດູບານໃໝ່”/“ສົງ​ຄາມ ແລະ ສັນ​ຕິ​ພາບ”

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ