ໃນຂະບວນວິວັດແຫ່ງການຜັນຂະຫຍາຍໂຄງການແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ເມືອງ ໄຕຢາງ, ແຂວງ ກວາງນາມ ໄດ້ເລືອກເຟັ້ນບາງຕາແສງເພື່ອປະຕິບັດທົດລອງ. ພ້ອມກັບການລົງທຶນຂອງລັດ, ເມືອງ ໄຕຢາງ ຖືເປັນສຳຄັນການລະດົມກຳລັງແຮງຈາກປະຊາ ຊົນເພື່ອກໍ່ສ້າງຊົນນະບົດໃໝ່.

ຕາແສງ ອານົງ, ຫ່າງຈາກໃຈກາງເມືອງປະມານ 12 ກ.ມ, ໄດ້ຮັບເລືອກເປັນຕາແສງເພື່ອກໍ່ສ້າງທົດລອງຮູບແບບ “ຊົນນະບົດໃໝ່“. ກ່ອນທີ່ສູນກາງປຸກລະດົມໂຄງການກໍ່ສ້າງຊົນນະບົດໃໝ່, ເມືອງ ໄຕຢາງ ໄດ້ເລືອກຕາແສງ ອານົງ ເພື່ອປະຕິບັດທົດລອງໂຄງການ ”ກະສີກຳ, ຊາວກະສີກອນ ແລະ ຊົນນະບົດ” ນັບແຕ່ປີ 2008. ການລົງທຶນຂອງເມືອງ, ຂອງແຂວງໃຫ້ແກ່ຕາແສງ ອານົງ ແມ່ນເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ຕາແສງ ອານົງ ສືບຕໍ່ຜັນຂະຫຍາຍໂຄງການແຫ່ງຊາດວ່າດ້ວຍການກໍ່ສ້າງຊົນນະບົດໃໝ່. ພາຍຫຼັງ 1 ປີທີ່ໄດ້ຮັບເລືອກເປັນຕາແສງປະຕິບັດທົດລອງໂຄງການດັ່ງກ່າວແລ້ວ, ມາຮອດປະຈຸບັນ ເມື່ອທຽບໃສ່ 19 ມາດຖານແຫ່ງຊາດກ່ຽວກັບຊົນນະບົດໃໝ່ເຊັ່ນ: ການວາງແຜນກຳນົດ, ໄຟຟ້າ, ທາງຄົມມະນາຄົມ, ໂຮງຮຽນ, ສຸກສາລາ, ການຈັດຕັ້ງການຜະລິດ, ຈຳນວນຄອບຄົວທີ່ທຸກຍາກ..ນັ້ນ. ທົ່ວຕາແສງບັນລຸໄດ້ກວ່າ 60% ຈຳນວນຕົວເລກຄາດໝາຍ. ກ່ຽວກັບການຜະລິດກະສີກຳ - ປ່າໄມ້ ແມ່ນຂະຫຍາຍຟາມໄດ້ 5 ຮູບແບບ, ແລະ ບຸກເບີກ, ຂະຫຍາຍເນື້ອທີ່ປູກເຂົ້ານາທາມຈາກ 27 ເຮັກຕາ (ໃນປີ 2009) ຂຶ້ນເປັນເກືອບ 40 ເຮັກຕາ (ໃນປີ 2011) ແລະ ນຳເອົາວິທະຍາສາດ ເຕັກໂນໂລຢີ ເຂົ້າໝູນໃຊ້ໃນການຜະລິດ, ອັນໄດ້ຍົກສະມັດຕະພາບການຜະລິດເຂົ້າຂຶ້ນ 5,6 ໂຕນ/ເຮັກຕາ. ນອກນັ້ນ, ທາງຕາແສງ ແລະ ອຳນາດການປົກຄອງທຸກຂັ້ນ ກໍ່ໄດ້ຊ່ວຍເຫຼືອດ້ານເບ້ຍໄມ້ ແລະ ແນວພັນສັດລ້ຽງໃຫ້ແກ່ປະຊາຊົນ ເພື່ອເຮັດໃຫ້ຈຳນວນສັດລ້ຽງແລະຜົນລະປູກມີຄຸນນະພາບສູງກວ່າ, ອັນໄດ້ປະກອບສ່ວນເພີ່ມລາຍຮັບໃຫ້ແກ່ປະຊາຊົນ. ປະຈຸບັນ, ເສັ້ນທາງໄປຍັງຕາແສງ ອານົງ ໄດ້ຮັບການປູຢາງ, ແລະ ມີຂົວເບຕົງຖາວອນແລ້ວ. ທົ່ວຕາແສງມີເນື້ອທີ່ດິນປູກເຂົ້ານາທາມກວ່າ 140 ເຮັກຕາ, ເນື້ອທີ່ປູກຢາງພາລາກວ່າ 100 ເຮັກຕາ. ທ່ານ ອາລັງລ໋າຍ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ອານົງ, ໃຫ້ຮູ້ວ່າ:
”ໃນເມື່ອກ່ອນ ປະຊາຊົນເຄີຍຖາງປ່າເຮັດໄຮ່, ປະຈຸບັນເມື່ອຕາແສງ ອານົງ ປະຕິບັດທົດລອງກໍ່ສ້າງຊົນນະບົດໃໝ່, ປະຊາຊົນໄດ້ທຳການຜະລິດເຂົ້ານາທາມ, ປູກຢາງພາລາ. ທິດທາງຂອງເມືອງແມ່ນລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ດັ່ງນັ້ນປະຊາຊົນບໍ່ຖາງປ່າເຮັດໄຮ່ອີກ, ເຂົາເຈົ້າມີນາ, ມີເສັ້ນທາງຄົມມະນາຄົມ, ມີໂຮງຮຽນ, ສຸກສາລາ ແລະ ໃນໄລຍະຈະມາເຖິງແມ່ນມີໄຟຟ້າອີກ”.
ຈາກຜົນສຳເລັດໃນເບື້ອງຕົ້ນຂອງຕາແສງ ອານົງ, ເມືອງ ໄຕ ຢາງ ໄດ້ເລືອກເຝັ້ນ 3 ຕາແສງຕື່ມອີກແມ່ນ ຕາແສງ ອາຊາງ, ອາຕຽງ, ອາເວືອງ ເພື່ອຜັນຂະຫຍາຍໂຄງການກໍ່ສ້າງ “ຊົນນະບົດໃໝ່“. ປະຈຸບັນ, ທາງຕາແສງພວມສູມໃສ່ເຂົ້າໃນການຜັນຂະຫຍາຍບັນດາຮູບແບບຜະລິດກະສີກຳ, ຖ່າຍທອດເຕັກນິກໃນການປູກຝັງ ແລະ ລ້ຽງສັດໃຫ້ແກ່ປະຊາຊົນ, ກໍ່ຄືຮັກສາ, ປັບປຸງບັນດາລະບຽບການດ້ານວັດທະນະທຳຢູ່ຂັ້ນຮາກຖານ, ຖືເປັນສຳຄັນການຮັກສາສີສັນວັດທະນະທຳຂອງຊາດ.
ແຜນນະໂຍບາຍກໍ່ສ້າງຊົນນະບົດໃໝ່ ໄດ້ຮັບການສະໜັບສະໜູນຈາກປະຊາຊົນ. ພິເສດແມ່ນ ຢູ່ບາງແຫ່ງ ປະຊາຊົນໄດ້ມອບດິນ, ມອບຕົ້ນໄມ້ດ້ວຍຄວາມສະໝັກໃຈເພື່ອກໍ່ສ້າງເສັ້ນທາງ ແລະ ຂົວ ໂດຍບໍ່ຮຽກຮ້ອງຄ່າຊົດເຊີຍ. ເຂົາເຈົ້າຮັບຮູ້ໄດ້ວ່າ, ໃນເງື່ອນໄຂທີ່ເງິນລົງທຶນຂອງລັດຖືກຈຳກັດນັ້ນ, ເລື່ອງປະຊາຊົນຮ່ວມແຮງຮ່ວມໃຈພ້ອມກັນພັດທະນາແມ່ນຄວາມຈຳເປັນທີ່ສຸດ. ທ່ານ ອາລັງໂຕ໋ຍ, ຢູ່ຕາແສງ ອາຊານ, ເມືອງ ໄຕຢາງ ໃຫ້ຮູ້ວ່າ:
”ພັກ ແລະ ລັດມີແຜນນະໂຍບາຍລົງທຶນໃຫ້ແກ່ ໄຕຢາງ ເພື່ອກໍ່ສ້າງຊົນນະບົດໃໝ່, ພໍ່ແມ່ປະຊາຊົນ ຜູ້ໃດກໍ່ຮູ້ສຶກເບີກບານມ່ວນຊື່ນຫຼາຍ. ປະຊາຊົນຕອບສະໜອງແຜນນະໂຍບາຍທັງໝົດ ແລະ ພ້ອມແລ້ວທີ່ປະກອບທີ່ດິນ ແລະໄມ້ເພື່ອກໍ່ສ້າງເສັ້ນທາງ ແລະ ຂົວ. ຫວັງວ່າ, ລັດຈະສືບຕໍ່ມີນະໂຍບາຍບຸລິມາສິດໃຫ້ພໍ່ແມ່ປະຊາຊົນຢູ່ເຂດພູດອຍ ເພື່ອໃຫ້ເຂົາເຈົ້າສາມາດສ້າງຊີວິດດ້ານວັດທະນະທຳໃນໝູ່ບ້ານຕາແສງໃຫ້ດີ ກວ່າ”.

ເຖິງວ່າຍັງມີຫຼາຍມາດຖານ ທີ່ບັນດາຕາແສງປະຕິບັດທົດລອງ ການກໍ່ສ້າງຊົນນະບົດໃໝ່ຢູ່ເມືອງ ໄຕຢາງ ຕ້ອງພະຍາຍາມເຮັດໃຫ້ສຳເລັດກໍ່ຕາມ, ແຕ່ທາງເມືອງ ໄຕຢາງ, ແຂວງ ກວາງນາມ ຈະຖອດຖອນທຸກສິ່ງທຸກຢ່າງທີ່ບັນລຸໄດ້ໃນການກໍ່ສ້າງຮູບແບບນີ້ ເພື່ອສືບຕໍ່ປະຕິບັດຢູ່ບັນດາຕາແສງອື່ນໆ. ທ່ານ ເບີຮີວບຽກ, ເລຂາຄະນະພັກເມືອງ ໄຕຢາງ, ຖືວ່າ:
”ຂ້າພະເຈົ້າປະຕິບັດຕາມມາດຖານຂອງລັດຖະບານກ່ຽວກັບຊົນນະບົດໃໝ່. ໃນຈຳນວນ 19 ມາດຖານ, ພວກເຮົາໄດ້ຄັດເລືອກມາດຖານໃດສຳຄັນແມ່ນຈະປະຕິບັດກ່ອນ. ການກໍ່ສ້າງຊົນນະບົດໃໝ່ຂອງ ໄຕຢາງ ແມ່ນແຕກຕ່າງກັບຢູ່ເມືອງຕ່າງໆໃນແຂວງ ກວາງນາມ, ຍ້ອນເງືອນໄຂທຳມະຊາດ. ເຖິງຢ່າງໃດກໍ່ຕາມ, ພວກເຮົາຈະອີງໃສ່ແຜນກຳນົດເພື່ອປະຕິບັດ”.
ທ່ານ ເບີຮີວບຽກ ໃຫ້ຮູ້ວ່າ ເມືອງ ໄຕຢາງ ໄດ້ວາງແຜນປູກປ່າເພື່ອແນໃສ່ຂະຫຍາຍເນື້ອທີ່ປ່າຕື່ມອີກ. ນອກນັ້ນ, ດ້ວຍທ່າແຮງຂອງເຂດພູດອຍ, ເມືອງ ໄຕຢາງ ກໍ່ຊີ້ນຳໃຫ້ທ້ອງຖີ່ນປູກຕົ້ນໄມ້ປະເພດຕ່າງໆທີ່ມີທ່າແຮງເຊັ່ນ: ຕົ້ນຢາງພາລາ, ກ້ວຍ, ໝາກນັດ.. ໃນ 4 ປັດໃຈຄື: “ໄຟຟ້າ, ທາງຄົມມະນາຄົມ, ໂຮງຮຽນ, ສຸກສາລາ“ນັ້ນ, ໄຟຟ້າຈະໄດ້ຮັບການກໍ່ສ້າງກ່ອນ ເພື່ອຮັບໃຊ້ໃຫ້ແກ່ວິວັດແຫ່ງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ດ້ວຍຄວາມເຫັນດີເຫັນພ້ອມ, ຮ່ວມແຮງຮ່ວມໃຈກໍ່ສ້າງຂອງພະນັກງານ ກໍ່ຄື ປະຊາຊົນແຕ່ລະຄົນ, ເມືອງ ໄຕຢາງ ຈະປະຕິບັດສຳເລັດໂຄງການກໍ່ສ້າງຊົນນະບົດໃໝ່ຢ່າງແນ່ນອນ.




