logo

ໄທ, ກຳ​ປູ​ເຈຍ ເຫັນ​ດີ​ຢຸ​ດ​ຕິ​ການ​ປະ​ທະ​ກັນ ແລະ ເຄື່ອນ​ຍ້າຍ​ທະ​ຫານ​ຢູ່​ຊາຍ​ແດນ

2025/7/29 | 11:18:51
(VOVWORLD) - ຕອນບ່າຍວັນທີ 29 ກໍລະກົດ, ກອງທັບລາຊະອານາຈັກ ໄທ (RTA) ຢັ້ງຢືນວ່າ ບັນດາການປະທະກັນຢູ່ລຽບຕາມຊາຍແດນປະເທດນີ້ກັບ ກຳປູເຈຍ ໄດ້ຢຸດຕິລົງ.
ທະຫານຮັບດອກໄມ້ຈາກປະຊາຊົນ ຢູ່ ບາງກອກ ພາຍຫຼັງທີ່ການນຳ ກຳປູເຈຍ ແລະ ໄທ ຕົກລົງເຫັນດີຢຸດຍິງ ເຊິ່ງມີຜົນສັກສິດແຕ່ເວລາ 0 ໂມງ ຂອງວັນທີ 29 ກໍລະກົດ (ພາບ:  REUTERS/Chalinee Thirasupa)

ກ່ອນໜ້ານັ້ນ, ບັນດາຜູ້ບັນຊາການກຳລັງທະຫານຢູ່ເຂດຊາຍແດນຈຸດສຸມ ບັນລຸໄດ້ຂໍ້ຕົກລົງປະຕິບັດຄຳສັ່ງຢຸດຕິການປະທະກັນ ແລະ ເຄື່ອນຍ້າຍທະຫານ, ສ້າງເງື່ອນໄຂສະດວກໃນຈຸດເວລາກ່ອນດຳເນີນກອງປະຊຸມຄະນະກຳມະການຊາຍແດນລວມ (GBC) ລະຫວ່າງສອງປະເທດ ເຊິ່ງຄາດວ່າຈະດຳເນີນໃນວັນທີ 04 ສິງຫາ ຈະມາເຖິງ.

        ເມື່ອປະກາດໝາກຜົນຂອງການປຶກສາຫາລືດ້ານການທະຫານ ເຊິ່ງໄດ້ຈັດຂຶ້ນໃນເວລາ 10 ໂມງເຊົ້າຂອງວັນທີ 29 ກໍລະກົດ, ທ່ານ ພົນຈັດຕະວາ Vinthai Suwaree ໂຄສົກຂອງ RTA ໃຫ້ຮູ້ວ່າ ບັນດາການປຶກສາຫາລືແບບເຊິ່ງໜ້າ ແລະ ທາງໄກລະຫວ່າງ 2 ຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມລະງັບການເຄື່ອນຍ້າຍທະຫານເພື່ອຫຼຸດຜ່ອນຄວາມສົງໄສ ແລະ ຮັກສາສະຖຽນລະພາບໃນເວລາລໍຖ້າກອງປະຊຸມຂອງ GBC; ຜູ້ບັນຊາການຢູ່ທຸກຂັ້ນມີສິດຕິດຕໍ່ໂດຍກົງໃນກໍລະນີສຸກເສີນ. 2 ຝ່າຍເຫັນດີສ້າງກຸ່ມປະສານງານລວມ ເພື່ອແກ້ໄຂບັນດາບັນຫາຮີບດ່ວນ, ສະກັດກັ້ນການເກີດເຫດຮ້າຍຕ່າງໆ.

 

TAG
VOV/VOVworld/ໄທ/ກຳ​ປູ​ເຈຍ/ຢຸດ​ຕິ​ການ​ປະ​ທະ​ກັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ