logo

ໄທ:ພັກປະຊາທິປັດຮຽກຮ້ອງໃຫ້ປັບປຸງລັດຖະທຳມະນູນສະບັບຊົ່ວຄາວ

2016/2/24 | 07:29:37
ໂຄສົກ​ຂອງ​ພັກ​ປະຊາທິປັດ, ທ່ານ ຣາ​​ເມດ ຣັດຕະນະ​ເຈ​ວົງ ຖື​ວ່າ, ຄຳ​ຮຽກຮ້ອງ​ລະອຽດ​ຂອງ​ພັກ​ນີ້, ນັ້ນ​ແມ່ນ​ລັດຖະທຳ​ມະນູນ​ສະບັບ​ຊົ່ວ​ຄາວ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ​ໃນ​ກໍລະນີ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​​ໃໝ່​ບໍ່​ສາມາດຜ່ານ​ຜ່າ​ການ​ລົງ​ປະຊາ​ມະຕິ​ໄດ້.

ປະທານກຳມາທິການຮຽບຮຽງລັດຖະທຳມະນູນໄທ
(ພາບ: Reuters)

(vovworld) –  ວັນ​ທີ 22/2, ພັກ​ປະຊາທິປັດ​ຂອງ ​ໄທ ​ໄດ້​ຮຽກ​ຮ້ອງ​​ໃຫ້ປັບປຸງ​ລັດຖະທຳ​ມະນູນສະບັບ​ຊົ່ວຄາວ​ຂອງ​ປະ​ເທດ​ນີ້​ເພື່ອ​​ເຮັ​ດ​ໃຫ້​ເນື້ອ​ໃນ​ກ່ຽວ​ກັບ​ການ​ລົງ​ປະຊາ​ມະຕິ​ກ່ຽວຂ້ອງ​ເຖິງ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ທີ່​ພວມ​ກໍ່​ການ​ໂຕ້​ຖຽງ​ກັນຈະ​ແຈ້ງ​ກ່ວາ. ​ໂຄສົກ​ຂອງ​ພັກ​ປະຊາທິປັດ, ທ່ານ ຣາ​​ເມດ ຣັດຕະນະ​ເຈ​ວົງ ຖື​ວ່າ, ຄຳ​ຮຽກຮ້ອງ​ລະອຽດ​ຂອງ​ພັກ​ນີ້, ນັ້ນ​ແມ່ນ​ລັດຖະທຳ​ມະນູນ​ສະບັບ​ຊົ່ວ​ຄາວ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ​ໃນ​ກໍລະນີ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​​ໃໝ່​ບໍ່​ສາມາດຜ່ານ​ຜ່າ​ການ​ລົງ​ປະຊາ​ມະຕິ​ໄດ້. ລັດຖະບານ​ຕ້ອງ​ຊີ້​ແຈ້ງ​​ເຖິງການ​ເລືອກ​ເຟັ້ນຕໍ່​ໄປ​ຂອງ​ຕົນ​ເພື່ອ​ໃຫ້​ມະຫາຊົນ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ນີ້​ກ່ອນ​ທີ່​ຈະຕັດສິນ​​ປ່ອນ​ບັດ​ໃນ​ການ​ລົງ​ປະຊາ​ມະຕິ. ພັກ​ປະຊາ​ທິປັດ​ຂອງ ​ໄທ ກໍສະ​ເໜີ​ໃຫ້​ກຳມາ​ທິການ​ຮຽບຮຽງ​ລັດຖະທຳ​ມະນູນ ຈົ່ງນຳ​​ເຂົ້າຮ່າ​ງລັດຖະທຳ​ມະນູນບັນດາ​ກົນ​ໄກ​ເພື່ອ​ມອບສິດ​ໃຫ້​​ມະຫາຊົນ​ໃນ​ບັນຫາ​ຕ້ານ​ການ​ສໍ​້ລາດ​ບັງ​ຫຼວງ. ຮ່າງ​ລັດຖະທຳ​ມະນູນຕ້ອງ​ມີ​ຫຼັກການ ​ແລະ ກົນ​ໄກ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ແຊກ​ແຊງ​ເຂົ້າ​ລະບົບ​ຕຸລາການ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ເພື່ອ​ຮັບປະກັນ​ການ​ສະ​ກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ທຸກ​ຂັ້ນ.


TAG
vovworld/ສໍ​້ລາດ​ບັງ​ຫຼວງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ