ງານບຸນລິມຢູ່ແຂວງບັກນິງ |
ງານບຸນແມ່ນປະເພດມໍລະດົກວັດທະນະທຳບໍ່ເປັນວັດຖຸ ສ່ອງແສງຢ່າງຈະແຈ້ງເຖິງຊີວິດວັດທະນະທຳ, ຈິດໃຈ, ຈິດວິນຍານຂອງຊາວ ຫວຽດນາມ. ປັດຈຸບັນ ຫວຽດນາມ ມີຫຼາຍກວ່າ 8.000 ງານບຸນ ໃນນັ້ນມີງານບຸນປະເພນີກວມເອົາປະມານ 90%, ສ່ວນທີ່ຍັງເຫຼືອແມ່ນງານບຸນປະຫວັດສາດ, ງານບຸນສາສະໜາ, ງານບຸນທີ່ແຊກຊຶມມາຈາກຕ່າງປະເທດ. ງານບຸນສ່ວນຫຼາຍຢູ່ ຫວຽດນາມ ຖືກຈັດຂຶ້ນໃນໂອກາດຕົ້ນລະດູບານໃໝ່ ເຊິ່ງແມ່ນຊ່ວງເວລາເປັນຂີດໝາຍແຫ່ງການຫັນປ່ຽນຂອງດິນຟ້າອາກາດແລະສັດສາວາສິ່ງນາໆຊະນິດ.
ກຸ່ມເພື່ອນໜຸ່ມ ເລຫງອກລິງ ນັກສຶກສາມະຫາວິທະຍາໄລສື່ມວນຊົນ ແລະ ໂຄສະນາຢູ່ ຮ່າໂນ້ຍ ກໍ່ນັດກັນໄປຊອກຮູ້ຂໍ້ມູນຂ່າວສານກ່ຽວກັບປະຫວັດສາດປະເພນີ ກ່ຽວກັບງານບຸນຢູ່ບໍ່ວ່າແຫ່ງໃດຈັດງານບຸນ. ສຳລັບເຂົາເຈົ້າແລ້ວ ການເດີນທາງແຕ່ລະຄັ້ງບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ໝູ່ເພື່ອນເຂົ້າໃຈກັນເທົ່ານັ້ນ ຫາກຍັງເປັນການເກັບກຳທຸກສິ່ງທີ່ນຳມາເຊິ່ງຜົນປະໂຫຍດອີກດ້ວຍ. ເພື່ອນ ເລຫງອກລິງ ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ເຂົ້າຮ່ວມບັນດາງານບຸນຢ່າງເປັນປະຈຳ ຍ້ອນວ່າຂະແໜງທີ່ຂ້າພະເຈົ້າເດີນຕາມແມ່ນສື່ມວນຊົນ ເຊິ່ງຕ້ອງການຊອກຮູ້ທາງດ້ານວັດທະນະທຳຂອງຊາດ. ງານບຸນໃນມໍໆມານີ້ ທີ່ຂ້າພະເຈົ້າຫາກໍ່ເຂົ້າຮ່ວມແມ່ນບຸນ ລິມ ຢູ່ແຂວງ ບັກນິງ. ນີ້ກໍ່ແມ່ນງານບຸນທີ່ຂ້າພະເຈົ້!ຊົມຊອບທີ່ສຸດ ຍ້ອນບັນຍາກາດຂອງງານບຸນ ແລະ ບັນດາລາຍການສະແດງສິລະປະຂັບກວນເຫາະ ຂອງບັນດານັກສິລະປິນ.ເມື່ອເຫັນພວກນັກສິລະປິນຍິງຊາຍສະແດງ ໂດຍນຸ່ງຊຸດອາພອນປະເພນີ ແລ້ວກໍ່ທຳການສະແດງຢູ່ຕາມເຮືອລຳຕ່າງໆນັ້ນ, ຂ້າພະເຈົ້າຮູ້ສຶກມີຄວມປະທັບໃຈທີ່ສຸດ. ຂ້າພະເຈົ້າຄິດວ່າ ບັນດາງານບຸນເຊັ່ນນີ້ ຈະຊ່ວຍບັນດາເພື່ອນໜຸ່ມຊອກຮູ້ກ່ຽວກັບຄຸນຄ່າທາງດ້ານວັດທະນະທຳທີ່ເປັນເອກະລັກຂອງ ຫວຽດນາມ ຢ່າງເລິກເຊິ່ງກວ່າ”.
ງານບຸນ ຫ໋າຍເທື້ອງຫຼານອົງ ແມ່ນເຫດການວັດທະນະທຳສຳຄັນ ແມ່ນໂອກາດເພື່ອເຊີດຊູຄຸນງາມຄວາມດີອັນໃຫຍ່ຫຼວງຂອງທ່ານໝໍ ທີ່ມີຊື່ສຽງ ເລຫິວຈາດ ເຊິ່ງແມ່ນຜູ້ທຳອິດໃນປະຫວັດສາດການແພດ ຫວຽດນາມ. ງານບຸນລວມມີຂັ້ນຕອນຈັດພິທີ ແລະ ຂັ້ນຕອນຈັດບຸນ ໃນນັ້ນຂັ້ນຕອນຈັດບຸນຖືກດຳເນີນດ້ວຍບັນດາການເຄື່ອນໄຫວວັດທະນະທຳກິລາ ແລະ ເກມຫຼິ້ນພື້ນເມືອງທີ່ຟົດຟຶື້ນມ່ວນຊື່ນ. ອ້າຍ ຫງວຽນມິງຕຸ່ງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເຂົ້າຮ່ວມງານແຂ່ງປີນພູ ມິງຕຶ ຢູ່ເມືອງ ເຮືອງເຊີນ ແຂວງ ຮ່າຕິ໊ງ ໃຫ້ຮູ້ວ່າ:
“ບັນດາງານບຸນຖືກຈັດຂຶ້ນໃນຕົ້ນປີ ຈະຊ່ວຍໃຫ້ບັນດາເພື່ອນໜຸ່ມຄື ຂ້າພະເຈົ້າສາມາດເຂົ້າໃຈກ່ຽວກັບປະຫວັດສາດ ວັດທະນະທຳຂອງປະເທດຊາດຕື່ມອີກ.ຈາກນັ້ນກໍ່ແຜ່ກະຈາຍບັນດາຄຸນຄ່າ ເຊິ່ງປູ່ຍ່າຕາຍາຍຂອງພວກກໍ່ໄດ້ປະໄວ້ໃຫ້ທັງປະກອບສ່ວນປັບປຸງບັນດາແຫຼ່ງບັນດານໃຈ ເພື່ອໃຫ້ໄວໜຸ່ມສືບຕໍ່ອຸທິດສ່ວນນຳບັນດາຄຸນຄ່າເຫຼົ່ານີ້ໃຫ້ຍືນຍົງຄົງຕົວກັບການເວລາ”.
ການປຸກລະດົມການເຂົ້າຮ່ວມຂອງຊຸມຊົນເຂົ້າໃນວຽກງານອະນຸລັກຄຸນຄ່າຂອງງານບຸນປະເພນີໃນຊີວິດຍຸກປັດຈຸບັນແມ່ນມີຄວາມໝາຍອັນສຳຄັນ ເພາະວ່ານີ້ກໍ່ແມ່ນວິທີອັນຖືກຕ້ອງເພື່ອຮັກສາສີສັນວັດທະນະທຳອັນເປັນປະເພນີ ປະກອບສ່ວນຊຸກຍູ້ການພັດທະນາການທ່ອງທ່ຽວເສດຖະກິດ.
“ໂດຍແມ່ນຜູ້ຖືສະກຸນ ເຈິ່ນ, ຂ້າພະເຈົ້າຮູ້ສຶກວ່າມີການເຊື່ອມຕໍ່ລະຫວ່າງປະຫວັດສາດ ແລະ ບັນພະບູລຸດ. ບັນຍາກາດທີ່ເຄັ່ງຂຶມຟົດຟື້ນມ່ວນຊື່ນຂອງງານບຸນ ກໍ່ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ”.
ຕາມທ່ານ ປອ ຫງວຽນຕ໊ວນແອັງ ສັງກັດສະຖານບັນຄົ້ນຄວ້າຊາວໜຸ່ມແລ້ວ, ບັນດາງານບຸນປະເພນີນັບມື້ນັບມີຄວາມສຳຄັນ ເພາະວ່າປຽບເໝືອນຂົວເຊື່ອມຕໍ່ຊ່ວຍໃຫ້ບັນດາເພື່ອນໜຸ່ມກັບຄືນສູ່ອະດີດຕະການ ແລະ ຮຽນຮູ້ບັນຄຸນຄ່າທາງດ້ານວັດທະນະທຳຈິດໃຈຂອງປູ່ຍ່າຕາຍາຍ. ປອ ຫງວຽນຕ໊ວນແອັງ ເວົ້າວ່າ:
“ເລື່ອງໄວໜຸ່ມມາຮ່ວມບັນດາງານບຸນ ຫຼື ບັນດາສະຖານທີ່ວັດທະນະທຳໃນຕົ້ນລະດູບານໃໝ່ ແມ່ນໜຶ່ງໃນບັນດາຈຸດວັດທະນະທຳຂອງຊາວ ຫວຽດນາມ. ນັນແມ່ນການທ່ຽວຊົມໃນຍາມຕົ້ນລະດູບານໃໝ່ ດ້ວຍຄວາມຫວັງພາວະນາໃຫ້ປີໃໝ່ມີຄວາມສະຫງົບສຸກ”.
ງານບຸນແມ່ນຈຸດວັດທະນະທຳອັນດີງາມຂອງຊາດ. ໂດຍສືບຕໍ່ມູນເຊື້ອອັນດີງາມນັ້ນກໍ່ຕ້ອງເລີ່ມຕົ້ນຈາກໄວໜຸ່ມ ເພາະວ່າໃນສັງຄົມໜຶ່ງຖ້າຫາກບໍ່ມີສືບທອດ ກໍ່ບໍ່ອາດຂະຫຍາຍຕົວຢ່າງຖືກທິດໄດ້. ຢູ່ທີ່ນີ້ການສືບທອດທາງດ້ານວັດທະນະທຳພື້ນເມືອງ ແລະ ຮັບເອົາອະລິຍະທຳເພື່ອສ້າງຄວາມກົມກຽວແທດເໝາະກັບຍຸກປັດຈຸບັນ ແລະ ມຸ່ງໄປສູ່ອະນາຄົດ.




