ໂດຍຕັ້ງຢູ່ເຂດບ້ານນາທີ່ມີຄວາມສະຫງົບສຸກ ມໍ່ກັບນະຄອນ ຍ່າຈ່າງ, ເຊິ່ງແມ່ນນະຄອນທ່ອງທ່ຽວທີ່ລືຊື່ຢູ່ພາກກາງຫວຽດນາມ ມີໝູ່ບ້ານບູຮານແຫ່ງໜຶ່ງທີ່ມີມາກ່ອນນີ້ 300 ປີ, ນັ້ນແມ່ນໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາ.
ໂດຍຕັ້ງຢູ່ເຂດບ້ານນາທີ່ມີຄວາມສະຫງົບສຸກ ມໍ່ກັບນະຄອນ ຍ່າຈ່າງ, ເຊິ່ງແມ່ນນະຄອນທ່ອງທ່ຽວທີ່ລືຊື່ຢູ່ພາກກາງຫວຽດນາມ ມີໝູ່ບ້ານບູຮານແຫ່ງໜຶ່ງທີ່ມີມາກ່ອນນີ້ 300 ປີ, ນັ້ນແມ່ນໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາ.
ລືເກິມ ໝາຍຄວາມວ່າ ເຕົາອົບເຄື່ອງເຄືອບດິນເຜົາ, ເຊິ່ງແມ່ນອາຊີບທີ່ມີມານັບແຕ່ບູຮານນະການຂອງປະຊາຊົນແຫ່ງນີ້. ພໍ່ຕູ້ ເຈິ່ນວັນບີ່ງ ຜູ້ທີ່ເຮັດອາຊີບຜະລິດເຄື່ອງເຄືອບດິນເຜົາຢູ່ໝູ່ບ້ານ ລືເກິມ, ໄດ້ເລົ່າສູ່ຟັງວ່າ:
”ອາຊີບຜະລິດເຄື່ອງເຄືອບດິນເຜົາ ໂດຍບັນດາລູກສິດຂອງບັນພະບຸລຸດຜູ້ສ້າງອາຊີບແມ່ນທ່ານ ດ່າວລືເງ໋ ນຳມາຈາກພາກເໜືອ ແລະ ສອນໃຫ້ຊາວບ້ານກ່ອນນີ້ປະມານ 250 ປີ. ໃນເມື່ອກ່ອນ, ອາຊີບນີ້ພັດທະນາຢາງແຂງແຮງ, ອັນໄດ້ເຮັດໃຫ້ປະຊາຊົນມີຊີວິດອີ່ມໜຳສຳລານ ແລະ ມີຄວາມຜາສຸກ.”

ປະຈຸບັນ, ປະຊາຊົນໃນໝູ່ບ້ານ ລືເກິມ ຍັງຄົງບູຊາບັນພະບຸລຸດຜູ້ສ້າງອາຊີບ ຕະກຸນດ່າວຢູ່. ວິຫານບູຊາບັນພະບຸລຸດຜູ້ສ້າງອາຊີບ ລືເກິມ ໃນເມື່ອກ່ອນພຽງແຕ່ແມ່ນຫໍບູຊານ້ອຍໆເທົ່ານັ້ນ, ຕໍ່ມາປະຊາຊົນໃນໝູ່ບ້ານໄດ້ບໍລິຈາກເງິນທອງ ແລະ ປະກອບເຫື່ອແຮງເພື່ອກໍ່ສ້າງເປັນວິຫານ. ປີ 1874, ບ້ານ ລືເກິມ ແຍກອອກຈາກໝູ່ບ້ານ ງອກວ້ານ, ນັບແຕ່ນັ້ນມາ ວິຫານບູຊາບັນພະບຸລຸດຜູ້ສ້າງອາຊີບ ລືເກິມ ກໍ່ໄດ້ຮັບການກໍ່ສ້າງຢ່າງໃຫຍ່ໂຕ ແລະ ສວຍງາມກວ່າ ກາຍເປັນສາລາບ້ານ ແລະ ຄົງຕົວມາຮອດປະຈຸບັນ. ແຕ່ລະປີຊາວບ້ານ ລືເກິມ ເຄີຍຈັດຕັ້ງພິທີບູຊາຢູ່ສາລາຂື້ນຢ່າງສົມກຽດ. ນີ້ກໍ່ແມ່ນໂອກາດເພື່ອພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນມີຊີວິດທີ່ອີ່ມໜຳສຳລານ ແລະ ມີຄວາມຜາສຸກ. ທັງແມ່ນໂອກາດເພື່ອໃຫ້ລູກຫຼານບູຊາບັນພະບຸລຸດຜູ້ສ້າງອາຊີບ, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນທີ່ມີຕໍ່ບັນດາບັນພະບຸລຸດ, ເຊິ່ງແມ່ນຜູ້ທີ່ໄດ້ສ້າງ ແລະ ຮັກສາອາຊີບໄວ້ໃຫ້ແກ່ໝູ່ບ້ານ. ຢູ່ ລືເກິມ ມີໄລຍະໜຶ່ງຄອບຄົວໃດກໍ່ເຮັດອາຊີບຜະລິດເຄື່ອງປັ້ນດິນເຜົາ. ຈາກລຸ້ນຄົນນີ້ໄປຍັງລຸ້ນຄົນອື່ນ, ອາຊີບຜະລິດເຄື່ອງປັ້ນດິນເຜົານັບມື້ນັບມີຊື່ສຽງ… ຜະລິດຕະພັນຂອງໝູ່ບ້ານແມ່ນມີຫຼາຍປະເພດ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນເປັນຈຳນວນຫຼວງຫຼາຍ. ຍ້ອນມີສີມືການຊ່າງຂອງບັນດານັກສິລະປະກຳ ແລະ ຄວາມສາມາດຂອງນາຍຊ່າງຜະລິດເຄື່ອງເຄືອບດິນເຜົາ ຈາກດິນໜຽວ, ດິນດາກ ໄດ້ກາຍເປັນເຄື່ອງປັ້ນດິນເຜົາທັງມີລັກສະນະສິລະປະ, ທັງເປັນເຄື່ອງໃຊ້ສອຍທີ່ມີປະໂຫຍດໃນຊີວິດຂອງມະນຸດ. ຮອງສາສະດາຈານ - ປະລິຍາເອກ ຫງວຽນຂັກສື, ສະຖາບັນບູຮານຄະດີຫວຽດນາມ, ໃຫ້ຮູ້ວ່າ:
”ໃນວົງການນັກສະສົມຮຽບຮຽງເຄື່ອງປັ້ນດິນເຜົາ, ເຂົາເຈົ້າຮູ້ວ່າ ເຄື່ອງປັ້ນດິນເຜົາ ລືເກິມ ແມ່ນມີຫຼາຍປະເພດທີ່ສຸດ ມີທັງເຄື່ອງເຮັດເປັນວັດສະດຸກໍ່ສ້າງຄືດິນຈີ່, ດິນຂໍ, ເຄື່ອງໄຊ້ໄມ້ສອຍໃນຊີວິດປະຈຳວັນຄື: ໂຖ, ກວດ, ໝໍ້, ກາ, ນັບທັງບັນດາເຄື່ອງໃຊ້ໃນພິທີງານບຸນ… ຜະລິດຕະພັນຢູ່ທີ່ນີ້ບັນລຸມາດຕະຖານດ້ານເຕັກນິກສູງພໍສົມຄວນ ແລະເປັນເອກະລັກສະເພາະຂອງໝູ່ບ້ານອາຊີບ”.

ຍ້ອນມີຄວາມສະດວກສະບາຍທາງດ້ານຄົມມະນາຄົມ, ເຄື່ອງປັ້ນດິນເຜົາ ລືເກິມ ໄດ້ມີໜ້າຢູ່ທົ່ວທຸກແຫ່ງຫົນ. ປະຈຸບັນໄດ້ມີຫຼາຍໝູ່ບ້ານເຮັດອາຊີບນີ້, ແຕ່ຜະລິດຕະພັນຂອງໝູ່ບ້ານອາຊີບ ລືເກິມ ຍາມໃດກໍ່ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມໃຊ້ຫຼາຍກວ່າໝູ່. ປະຈຸບັນ, ຍ້ອນວັດຖຸທີ່ຜະລິດເຄື່ອງໃຊ້ສອຍມີຫຼາຍ, ດັ່ງນັ້ນມີຫຼາຍຜະລິດຕະພັນຂອງໝູ່ບ້ານອາຊີບ ລືເກິມ ພຽງແຕ່ໄດ້ຮັບການຈາລຶກໄວ້ໃນຄວາມຊົງຈຳຂອງບັນດານັກສິລິປະກຳອາຍຸສູງເທົ່ານັ້ນ. ມີຫຼາຍຄອບຄົວໄດ້ຫັນໄປເຮັດອາຊີບອື່ນ, ດັ່ງນັ້ນ ໝູ່ບ້ານອາຊີບພວມມີໄພຈະຖືກສູນຫາຍໄປ. ເຖິງຢ່າງໃດກໍ່ຕາມ, ຍັງມີບັນດາຄອບຄົວພວມຮັກສາອາຊີບເຊິ່ງບັນພະບຸລຸດໄດ້ປະໄວ້ໃຫ້ຢູ່. ອ້າຍ ຮວີ່ງ, ຊາວໜຸ່ນຜູ້ໜຶ່ງໃນໝູ່ບ້ານ, ເວົ້າຄວາມໃນໃຈສູ່ຟັງວ່າ:
”ອາຊີບຜະລິດເຄື່ອງປັ້ນດິນເຜົາແມ່ນໄດ້ຮັບການສືບທອດຈາກລຸ້ນພໍ່ລຸ້ນອ້າຍ, ດັ່ງນັ້ນເຮົາຕ້ອງຮັກສາອາຊີບທີ່ເປັນມູນເຊື້ອໄວ້. ພໍ່ເຮົາເວົ້າວ່າ ບໍ່ໃຫ້ອາຊີບນີ້ສູນຫາຍໄປ. ປະຈຸບັນເຮັດອາຊີບນີ້ລຳບາກຫຼາຍ, ແຕ່ເຮົາຍັງນິຍົມເຮັດຢູ່, ດັ່ງນັ້ນຈຶ່ງພະຍາຍາມປ່ຽນໃໝ່ເພື່ອເຮັດໃຫ້ຜະລິດຕະພັນຂອງຕົນນັບມື້ນັບດີກວ່າ”.
ປະຈຸບັນ, ຢູ່ໝູ່ບ້ານອາຊີບ ລືເກິມ, ເຖິງວ່າບໍ່ມີກ່ຳປັ່ນເຂົ້າມາຂົນສົ່ງເຄື່ອງປັ້ນດິນເຜົາໄປທົ່ວທຸກແຫ່ງຢ່າງຄຶກໂຄມຄືໃນເມື່ອກ່ອນອີກ, ແຕ່ເມື່ອມາຢ້ຽມຢາມໝູ່ບ້ານ ລືເກິມ, ນັກທ່ອງທ່ຽວຍັງຄົງພົບເຫັນດິນເຜົາສີແດງຢູ່ທົ່ວທຸກແຫ່ງ, ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບ ລືກຳ ຍັງຄົງປະກົດຢູ່ໃນແຕ່ລະຄອບຄົວ ແລະໂຮງແຮມຕ່າງໆ. ບໍລິສັດທ່ອງທ່ຽວ Vinatour ໄດ້ຈັດໝູ່ບ້ານນີ້ເຂົ້າໃນລາຍການທ່ອງທ່ຽວລຽບຕາມແມ່ນ້ຳ ກ້າຍ. ການຢ້ຽມຢາມໝູ່ບ້ານອາຊີບຫັດຖະກຳທີ່ເປັນມູນເຊື້ອ ລືເກິມ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ.. ຍ້ອນບັນດາຜະລິດຕະພັນທັງແປກປະຫຼາດ, ທັງງາມ ແລະ ພິເສດແມ່ນຜະລິດຕະພັນທີ່ກ່ຽວພັນເຖິງວັດທະນະທຳການກິນດື່ມຂອງຊາວຫວຽດນາມ. ປະຈຸບັນ, ບັນດານັກວິທະຍາສາດ, ນັກວັດທະນະທຳພວມສືບຕໍ່ຄົ້ນຄ້ວາກ່ຽວກັບໝູ່ບ້ານ ລືເກິມ ຢູ່, ເພາະວ່າຜ່ານນັ້ນເຂົາເຈົ້າສາມາດເຫັນໄດ້ຄຸນຄ່າດ້ານປະຫວັດສາດ, ວັດທະນະທຳຂອງບ້ານນາແຫ່ງໜຶ່ງ ດ້ວຍອາຊີບທີ່ມີມາແຕ່ບູຮານນະການ, ຮູບພາບທີ່ມີຊີວິດຊີວາໃນເມື່ອກ່ອນ ແລະ ທຶນຮອນດ້ານວັດທະນະທຳອັນລ້ຳຄ່າໃນຊີວິດຍຸກທັນສະໄໝ.
ໂຕຕ໋ວານ




