ໂດຍມີອາຍຸນັບຮ້ອຍໆປີ, ໝູ່ບ້ານອາຊີບຜະລິດເຄື່ອງຈັກສານ ບາວລາ, ຂຶ້ນກັບຕາແສງ ກວາງຝູ, ເມືອງ ກວາງດຽນ, ແຂວງ ເທື່ອທຽນ-ເຫ້ວ ແມ່ນບ່ອນຜະລິດເຄື່ອງຈັກສານສິລະປະຫັດຖະກຳທີ່ມີຊື່ສຽງທັງຢູ່ພາຍໃນ ແລະ ຕ່າງປະເທດ. ຈາກຕົ້ນໄມ້ໄຜ່, ຊາວບ້ານ ບາວລາ ໄດ້ຜະລິດເປັນບັນດາຜະລິດຕະພັນພິເສດສະເພາະ ຮັບໃຊ້ໃນການດຳລົງຊີວິດ, ແຂກທ່ອງທ່ຽວ, ນຳຮູບພາບຕົ້ນໄມ້ໄຜ່ ຫວຽດນາມ ອອກສູ່ໂລກ.
ຂັ້ນຕອນຜ່າໄມ້ຮຽກຮ້ອງຄວາມຄ່ອງແຄ້ວຂອງນາຍຊ່າງ (ພາບ: Thanh Giang/VNP) |
ນັບແຕ່ດົນນານມາແລ້ວ, ໝູ່ບ້ານອາຊີບຜະລິດເຄື່ອງຈັກສານ ບາວລາ ໄດ້ສ້າງບັນດາຜະລິດຕະພັນໃຊ້ສອຍໃນຄອບຄົວດ້ວຍໄມ້ໄຜ່. ເມື່ອກ່ອນ, ທັງໝູ່ບ້ານ ບາວລາ ລ້ວນແຕ່ໄດ້ເຮັດອາຊີບຜະລິດເຄື່ອງຈັກສານ, ພາຍຫຼັງລະດູເກັບກ່ຽວສຳເລັດ, ທຸກຄອບຄົວໄດ້ເອົາໄມ້ໄຜ່ມາຈັກສານ. ໝູ່ບ້ານ ບາວລາ ມີ 6 ບ້ານ, ແຕ່ລະບ້ານໄດ້ເຮັດສິນຄ້າປະເພດໜຶ່ງ. ທ່ານ ຫວໍວັນຢິງ ປະທານສະຫະກອນເຄື່ອງຈັກສານ ບາວລາ ແບ່ງປັນວ່າ:
ເຖິງວ່າຢູ່ພາຍໃນປະເທດມີຫຼາຍໝູ່ບ້ານອາຊີບຜະລິດເຄື່ອງຈັກສານກໍ່ຕາມ ແຕ່ສິນຄ້າຂອງໝູ່ບ້ານ ບາວລາ ມີຈຸດພິເສດສະເພາະ, ສວຍງາມ, ຍອດຍິ່ງກ່ວາ.
ຜະລິດຕະພັນ ຝູວັນເລົາ ເຮັດດ້ວຍໄມ້ໄຜ່ (ພາບ: Thanh Giang/VNP) |
ການຜະລິດເຄື່ອງຫັດຖະກຳສິລະປະຍອດຍິ່ງ ດ້ວຍຮູບແບບພິເສດ ໄດ້ກາຍເປັນທິດເດີນຂອງໝູ່ບ້ານ ບາວລາ. ໂດຍໄດ້ຕິດພັນກັບອາຊີບຜະລິດເຄື່ອງຈັກສານ, ນາຍຊ່າງ ທາຍຟີຮຸ່ງ ເປັນນັກອອກແບບ ແລະ ຜະລິດສິນຄ້າທີ່ລະນຶກ, ເຄື່ອງຫັດຖະກຳສິລະປະຢູ່ ສະຫະກອນເຄື່ອງຈັກສານ ບາວລາ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າໄດ້ໃຊ້ວັດຖຸດິບຈາກໄມ້ໄຜ່ໄມ້ເຮັ້ຍ, ຫວາຍ… ຊື່ງເປັນວັດຖຸດິບທີ່ເປັນມິດກັບສິ່ງແວດລ້ອມ. ບັນດາຂັ້ນຕອນເຮັດຜະລິດຕະພັນ ລ້ວນແຕ່ເຮັດຈາກສີມືທີ່ຄ່ອງແຄ້ວຂອງບັນດາສະມາຊິກໃນສະຫະກອນ ແລະ ບັນດານາຍຊ່າງໃນໝູ່ບ້ານ. ທຸກຂັ້ນຕອນຄື: ຜ່າໄມ້, ຈັກສານ, ສ້າງຮູບແບບ, ເຮັດລວດລາຍ… ລ້ວນແຕ່ໄດ້ເຮັດດ້ວຍມື.
ຖ້າທຽບກັບເມື່ອກ່ອນ, ປະຈຸບັນ, ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບ ບາວລາ ມີຫຼາຍຮູບຫຼາຍແບບ, ຈາກບັນດາເຄື່ອງໃຊ້ປະຈຳວັນ ຕະຫຼອດຮອດເຄື່ອງຂອງທີ່ລະນຶກຍອດຍິ່ງຄື: ໂຄມໄຟ, ຂົວ ຈ່າງຕຽນ, ວັດ ທຽນມູ້… ຊຸດຜະລິດຕະພັນກະຕ່າກະບຸງ ແລະ ໂຄມໄຟປະດັບ ກໍ່ໄດ້ຮັບໃບຢັ້ງຢືນໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP 4). ຜະລິດຕະພັນເຄື່ອງຈັກສານຂອງໝູ່ບ້ານອາຊີບ ບາວລາ ໄດ້ມີໜ້າຢູ່ຫຼາຍປະເທດໃນໂລກ, ປະກອບສ່ວນຢັ້ງຢືນເຄື່ອງໝາຍການຄ້າ ຫວຽດນາມ ໃນຕະຫຼາດສາກົນ.
ບັນດາວິສາຫະກິດສົ່ງອອກນຳເຂົ້າຢູ່ ຮ່າໂນ້ຍ ແລະ ພາກເໜືອ ຫວຽດນາມ ໄດ້ນິຍົມບັນດາຜະລິດຕະພັນເຄື່ອງຈັກສານຂອງໝູ່ບ້ານອາຊີບ ບາວລາ ທີ່ສຸດ. ແຕ່ລະປີ, ໝູ່ບ້ານອາຊີບແຫ່ງນີ້ ມີລາຍຮັບກ່ວາ 216.000 USD, ສະເລ່ຍແຕ່ລະເດືອນ ສິນຄ້າສົ່ງອອກບັນລຸປະມານກ່ວາ 10.000 USD. ຍ້ອນໄດ້ເຄື່ອນໄຫວດຳເນີນທຸລະກິດຢ່າງມີປະສິດທິຜົນ, ໝູ່ບ້ານ ບາວລາ ໄດ້ສ້າງວຽກເຮັດງານທຳເປັນປົກກະຕິໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນນັບຮ້ອຍຄົນ. ທ່ານ ຫວໍວັນຢິງ ປະທານສະຫະກອນເຄື່ອງຈັກສານ ບາວລາ ຖືວ່າ:
ສະຫະກອນໄດ້ຄົ້ນຄ້ວາພັດທະນາຮູບແບບ ແລະ ຍົກສູງຄຸນນະພາບຜະລິດຕະພັນຢ່າງຕໍ່ເນື່ອງ, ຍ້ອນແນວນັ້ນ ຜະລິດຕະພັນຈິ່ງໄດ້ຮັບການນິຍົມຈາກລູກຄ້າ ແລະ ລູກຄ້ານັບມື້ນັບຫຼາຍ, ຈຳນວນໃບສັ່ງຊື້ສິນຄ້າກໍ່ນັບມື້ນັບຫຼາຍເຊັ່ນດຽວກັນ.
ປ້າ ທາຍທິແທັງຕວຽນ ຜູ້ທີ່ໄດ້ຕິດພັນກັບສະຫະກອນ ບາວລາ ແຕ່ດົນນາມາແລ້ວ ໃຫ້ຮູ້ວ່າ:
ສອງສາມປີມານີ້, ວຽກກໍ່ເປັນປົກກະຕິ, ໄດ້ຮັບເງິນເດືອນສູງ, ພະນັກງານໄດ້ຫາວຽກໃຫ້ເອື້ອຍນ້ອງເຮັດເປັນປະຈຳ, ເອື້ອຍນ້ອງກໍ່ມີຄວາມພາກພູມໃຈ ແລະ ຢາກມີວຽກເຮັດເປັນປົກກະຕິເພື່ອຕິດພັນກັບໝູ່ບ້ານອາຊີບ.
ບໍ່ພຽງແຕ່ໄດ້ຜະລິດບັນດາຜະລິດຕະພັນສິລະປະຫັດຕະກຳຕາມຄວາມນິຍົມເທົ່ານັ້ນ, ປະຈຸບັນ, ໝູ່ບ້ານອາຊີບຜະລິດເຄື່ອງຈັກສານ ບາວລາ ຍັງໄດ້ມຸ່ງໄປເຖິງການພັດທະນາການທ່ອງທ່ຽວອີກດ້ວຍ. ມາຢ້ຽມຢາມໝູ່ບ້ານອາຊີບ ບາວລາ, ແຂກທ່ອງທ່ຽວສາມາດຢ້ຽມຊົມວິວັດການຜະລິດ, ເຮັດບັນດາຜະລິດຕະພັນເຄື່ອງຈັກສານດ້ວຍຕົນເອງ ແລະ ສາມາດຊອກຊື້ບັນດາຜະລິດຕະພັນພິເສດສະເພາະ. ທ່ານ ຫວໍວັນຢິງ ປະທານສະຫະກອນເຄື່ອງຈັກສານ ບາວລາ ໃຫ້ຮູ້ຕື່ມອີກວ່າ:
ໃນຊຸມປີທີ່ຜ່ານມາ, ສະຫະກອນໄດ້ລົງທຶນສ້າງບັນດາຮູບແບບພັດທະນາການທ່ອງທ່ຽວ ເພື່ອເພີ່ມລາຍຮັບໃຫ້ແກ່ສະຫະກອນ ກໍ່ຄືສະມາຊິກ. ທາງສະຫະກອນຍັງໄດ້ຄົ້ນຄ້ວາພັດທະນາຮູບແບບນ້ອຍ, ກະທັດລັດເທື່ອລະກ້າວ ເພື່ອຮັບໃຊ້ແຂກທ່ອງທ່ຽວ.
ໝູ່ບ້ານອາຊີບຜະລິດເຄື່ອງຈັກສານ ບາວລາ ທີ່ມີຊື່ສຽງມາແຕ່ດົນນານ ພວມຫັນປ່ຽນຕາມທິດຜະລິດ ແລະ ພັດທະນາແບບຍືນຍົງ. ໝູ່ບ້ານເກົ່າແກ່ແຫ່ງນີ້ ຕັດສິນໃຈກາຍເປັນສະຖານທີ່ທ່ອງທ່ຽວທີ່ຂາດບໍ່ໄດ້ໃນແຜນທີ່ທ່ອງທ່ຽວຂອງແຂກທ່ອງທ່ຽວຜູ້ທີ່ມັກຄົ້ນຫາ, ລົງຕົວຈິງບັນດາໝູ່ບ້ານອາຊີບ ແລະ ໝູ່ບ້ານພື້ນເມືອງເຂດກຸງເກົ່າ./.




