(ພາບ: nongnghiepmoitruong.vn) |
ໃນໄລຍະໜຶ່ງ, ຜະລິດຕະພັນຂອງໝູ່ບ້ານອາຊີບໄມ້ ຫິ້ວບັ່ງ ໄດ້ຮັບໃຊ້ຕະຫຼາດພາຍໃນປະເທດເປັນສ່ວນຫຼາຍ, ຕາຮູບແບບພື້ນເມືອງ. ແຕ່ໃນ 2, 3 ປີມານີ້, ຄວາມນິຍົມຂອງຜູ້ບໍລິໂພກໄດ້ປ່ຽນແປງຢ່າງໄວວາ. ເຄື່ອງເຟີນີເຈີບໍ່ພຽງແຕ່ຕ້ອງມີຄວາມທົນທານເທົ່ານັ້ນ, ຫາກຍັງຕ້ອງງາມ, ເໝາະສົມກັບພື້ນທີ່ທັນສະໄໝອີກດ້ວຍ. ນັ້ນກໍ່ແມ່ນຄວາມກົດດັນສຳລັບແຕ່ບະຄອບຄົວເຮັດອາຊີບນີ້. ອ້າຍ ຫງວຽນມິນຄຽມ, ເຈົ້າຂອງໂຮງຈັກໄມ້ ມິນຄຽມ ຢູ່ໝູ່ບ້ານອາຊີບໄມ້ ຫິ້ວບັ່ງ-ຮ່າໂນ້ຍ ແບ່ງປັນວ່າ:
ເມື່ອກ່ອນເຮັດຕາມປະສົບການຂອງລຸ້ນພໍ່ລຸ້ນອ້າຍສືບທອດມາໃຫ້ແມ່ນກໍ່ສາມາດຂາຍຜະລບິດຕະພັນໄດ້ແລ້ວ, ແຕ່ປະຈຸບັນແມ່ນຕ່າງແລ້ວ, ແຂກຖາມລະອຽດທີ່ສຸດ, ນັບແຕ່ຮູບແບບ, ວັດຖຸດິບຕະຫຼອດຮອດລາຄາ, ດັ່ງນັ້ນ ເຮົາຕ້ອງມີການປ່ຽນແປງ, ຕ້ອງອັບເດັດຮູບແບບຕາມທ່າອ່ຽງ, ຄວາມນິຍົມຂອງລູກຄ້າ. ຖ້າບໍ່ມີຄວາມປ່ຽນແປງຈະບໍ່ສາມາດໄປທັນກັບທ່າອ່ຽງປະຈຸບັນ.
ຜະລິດຕະພັນຂອງນາຍຊ່າງໝູ່ບ້ານ ຫິ້ວບັ່ງ (ພາບ: nongnghiepmoitruong.vn) |
ໃນຍຸກສະໄໝເຕັກໂນໂລຊີພັດທະນາຢ່າງແຮງຄືປະຈຸບັນ, ມີຫຼາຍຄອບຄົວຢູ່ໝູ່ບ້ານອາຊີບໄມ້ ຫິ້ວບັ່ງ ມີຄວາມ….ຕໍ່ໜ້າບັນດາຄຳຮຽກຮ້ອງໃໝ່ຂອງທ້ອງຕະຫຼາດ. ແຕ່ແທນໃຫ້ປະລະອາຊີບ, ຫຼາຍຄອບຄົວພັດໄດ້ເລືອກວິທີຮຽນຮູ້ຕື່ມອີກ, ປັບປຸງວິທີເຮັດເພື່ອຮັບມື ແລະ ພັດທະນາ. ເອື້ອຍ ເລຮ່າລີ, ເຈົ້າຂອງໂຮງຈັກໄມ້ ຝຸກລີຢູ່ໝູ່ບ້ານອາຊີບໄມ້ ຫິ້ວບັ່ງ-ຮ່າໂນ້ຍ ໃຫ້ຮູ້ວ່າ:
ສັງຄົມປ່ຽນແປງແລ້ວ, ຖ້າຕົນເອງບໍ່ປ່ຽນແປງຈະບໍ່ສາມາດໄປທັນກັບຕະຫຼ່ດໄດ້. ປະຈຸບັນລູກຄ້າມັກເຄື່ອງເຟີນີເຈີແຕ່ຕ້ອງລຽບງ່າຍ, ທັນສະໄໝ, ລາຄາເໝາະສົມ, ພວກຂ້າພະເຈົ້າຕ້ອງເຮັດລະອຽດກ່ວາແຕ່ກໍ່ມີໄຫວພິບກ່ວາ, ວິທີຂາຍເຄື່ອງກໍ່ຕ້ອວປ່ຽນແປງຕາມເຕັກໂນໂລຊີດີຈີຕອນ, ຕ້ອງຍູ້ແຮງການຂາຍເຄື່ອງໃນບັນດາພື້ນຖານ online, live stream, ໂຄສະນາຂາຍເຄື່ອງຜ່ານເຄືອຄ່າຍອິນເຕີແນັດ, ຂ້າພະເຈົ້າເຫັນວ່າຮູບແບບນີ້ກໍ່ດີທີ່ສຸດ, ປະຢັດຄ່າໃຊ້ຈາຍ ແລະ ເວລາ, ລູກຄ້າກໍ່ມີຄວາມສະດວກດີ.
ໃນທ່າມກາງການຜັນແປຂອງທ້ອງຕະຫຼາດ, ໝູ່ບ້ານອາຊີບໄມ້ ຫິ້ວບັ່ງ-ຮ່າໂນ້ຍ ຍັງຄົງຮັກສາສີສັນໄດ້ໄດ້. ນາຍຊ່າງຫຼາຍຄົນຍັງເຮັດດ້ວຍມືໃນຫຼາຍຂັ້ນຕອນ ພ້ອມກັບປະສົບການທີ່ໄດ້ສະສົມໄວ້ຜ່ານລຸ້ນຕ່າງໆ. ພຽງແຕ່ວິທີເຂົ້າເຖິງຕະຫຼາດແມ່ນມີຄວາມປ່ຽນແປງ. ແລະ ການປ່ຽນແປງຂອງ ໝູ່ບ້ານອາຊີບໄມ້ທີ່ມີຊື່ສຽງຂອງນະຄອນຫຼວງ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສະດວກໃຫ້ແກ່ລູກຄ້າ. ອ້າຍ ຫງວຽນຊວັນຮວັນ ຊາວນະຄອນຫຼວງ ຮ່າໂນ້ຍ ໃຫ້ຮູ້ວ່າ:
ຜະລິດຕະພັນຂອງໝູ່ບ້ານອາຊີບໄມ້ ຫິ້ວບັ່ງ-ຮ່າໂນ້ຍ ມີຊື່ສຽງແຕ່ດົນນານມາແລ້ວ, ຂ້າພະເຈົ້າເຄີຍຊື້ເຄື່ອງເຟີນີເຈີຢູ່ທີ່ນີ້. ເມື່ອເຄີຍຂ່າຍອິນເຕີແນັດພັດທະນາ, ທຸກສິ່ງກໍ່ມີການປ່ຽນແປງ, ມີຫຼາຍຮູບຫຼາຍແບບກ່ວາ, ຊື້ເຄື່ອງກໍ່ງ່າຍກ່ວາ, ໄວວາ, ສະດວກກ່ວາ.
ໃນການພັດທະນາຂອງຕະຫຼາດ, ໝູ່ບ້ານອາຊີບໄມ້ ຫິ້ວບັ່ງ-ຮ່າໂນ້ຍ ຍນັງຄົງມີຄວາມດຸໝັ່ນຂະຫຍັນພຽນຕາມແຕ່ລະວັນ, ທັງເຮັດອາຊີບ, ທັງຮຽນວິທີປ່ຽນແປງໃໝ່ເພື່ອຮັບມືກັບຕະຫຼາດ. ເລື່ອງລາວກ່ຽວກັບການດັດປັບຂອງໝູ່ບ້ານອາຊີບໃນມື້ນີ້, ບໍ່ພຽງແຕ່ເມື່ອເລື່ອງເສດຖະກິດເທົ່ານັ້ນ, ຫາກຍັງແມ່ນເລື່ອງຮັກສາການທຳມາຫາກິນ, ຮັກສາສິສັນ ແລະ ອະນາຄົດຂອງໝູ່ບ້ານແຫ່ງໜຶ່ງທີ່ໄດ້ດຳລົງຊີວິດພ້ອມກັບໄມ້ຕະຫຼອດຫຼາຍທົດສະວັດອີກດ້ວຍ./.




