logo

ໝູ່​ບ້ານ​ແຣກ ຮັກ​ສາ​ອາ​ຊີບ​ຟ້ອນ​ຕຸກ​ກະ​ຕາ​ນ້ຳ

2025/7/25 | 08:56:51
(VOVWORLD) - 

  ໝູ່ບ້ານແຣກ ຢູ່ຕາແສງ ຮົ່ງກວາງ ແຂວງ ນິງບິ່ງ ແມ່ນໝູ່ບ້ານອາຊີບພື້ນເມືອງທີ່ມີຊື່ສຽງດ້ວຍອາຊີບຟ້ອນຕຸກກະຕານ້ຳ. ແຫ່ງນີ້ກໍ່ແມ່ນໜຶ່ງໃນບັນດາອູ່ຂອງສິລະປະຟ້ອນຕຸກກະຕານ້ຳທາງພາກເໜືອຂອງ ຫວຽດນາມ. ຜ່ານການເວລາ, ປຊຊ ໝູ່ບ້ານແຣກ ຍັງານະພະຍາຍາມຮັກສາອາຊີບທີ່ເປັນມູນເຊື້ອທີ່ລຸ້ນພໍ່ລຸ້ນອ້າຍໄດ້ສືບທອດກັນມານັບຮ້ອຍປີມານີ້.

(ພາບ: VTV Times )

       ໝູ່ບ້ານແຣກ ມີຊື່ສຽງດ້ວຍອາຊີບສີຄັດມັນ ແລະ ປັ້ນຮູບໃຫ້ບັນດາສາລາ, ວັດ. ຜ່ານຫຼາຍລຸ້ນຄົນ, ບໍ່ຮູ້ວ່ານັບແຕ່ເວລາໃດ, ເຂົາເຈົ້າໄດ້ນຳສິລະປະສີຄັດມັນປັ້ນຮູບ ເພື່ອສ້າງຈິດວິນຍານໃຫ້ແກ່ຫຸ່ນຕຸກກະຕາ. ຫຸ່ນຕຸກກະຕາຂອງໝູ່ບ້ານແຣກ ໄດ້ເຮັດຜ່ານຫຼາຍຂັ້ນຕອນ: ຈາກການແກະ, ຖາກ, ຄວັດຢ່າງລະອຽດລະອໍ ຕະຫຼອດຮອດການທາສີ ແລະ ຕິດຕັ້ງລະບົບບັນຊາທີ່ສັບສົນ. ນັກສິລະປະກອນ ຟານວັນຈຽນ, ຫົວໜ້າຄະນະຟ້ອນຕຸກກະຕານ້ຳ ນາມເຈິນ ໃຫ້ຮູ້ວ່າ:

    ໃນການສ້າງຮູບພາບຂອງຕຸກກະຕາ, ຍາກທີ່ສຸດແມ່ນສ້າງຄວາມເປັນທຳມະຊາດ, ເຊື່ອມໂຍງເຂົ້າກັບຊີວິດສັງຄົມຂອງຜູ້ອອກແຮງງານ, ຊາວນາ, ກຳມະກອນ. ເຂົາເຈົ້າມີລົມຫາຍໃຈ, ໃບໜ້າ, ມີຮອຍີ້ມທີ່ແນວໃດເພື່ອເຊື່ອມໂຍງເຂົ້າກັບຊີວິດທີ່ທັນສະໄໝ.

ນັກສິລະປະກອນ ຟານວັນຈຽນ  (ພາບ: VTV Times )

      ປະຈຸບັນ, ບັນດານັກສິລະປະການຂອງໝູ່ບ້ານແຣກ ພວມອະນຸລັກຮັກສາ ແລະ ສະແດງຕຸກກະຕານ້ຳທີ່ເປັນມູນເຊື້ອເປັນປະຈຳກວ່າ 18 ລາຍການ. ລາຍການສະແດງເກືອບທັງໝົດແມ່ນບໍ່ມີການສົນທະນາ, ພຽງແຕ່ມີການກະທຳທີ່ສະແດງຄວາມຮູ້ສຶກ, ສຽງດົນຕີພື້ນເມືອງ ປະສົມກັບເຄື່ອງດົນຕີຕ່າງໆເທົ່ານັ້ນ ເພື່ອສ້າງເປັນບັນຍາກາດສິລະປະທີ່ຈັບໃຈ. ນັກສິລະປະກອນ ຟານວັນຈຽນ ໃຫ້ຮູ້ຕື່ມອີກວ່າ:

     ລຸ້ນກ່ອນໄດ້ສອນໃຫ້ຂ້າພະເຈົ້າ, ແລ້ວຄ່ອຍໆໄດ້ສຳຜັດ, ຫຼັງຈາກນັ້ນກໍ່ມີຄວາມຮັກມັກໃນອາຊີບ, ໄປສະແດງ. ຍ້ອນມີຄວາມຮັກມັກສິລະປະ, ເຮົາຈຶ່ງເຮັດບັນດາຫຸ່ນຕຸກກະຕາ. ນັກສະແດງທັງສະແດງ, ທັງບັນຊາຫຸ່ນຕຸກກະຕາ, ກໍ່ແມ່ນສິ່ງພິເສດສະເພາະ ເພື່ອໃຫ້ຕົນເອງຖອດຖອນບົດຮຽນລະຫວ່າງການແກຄວັດສະຫຼັກກັບການຟ້ອນຢູ່ເທິງໜ້ານ້ຳ.

      ໃນຊຸມປີມໍ່ໆມານີ້, ໝູ່ບ້ານແຣກ ໄດ້ເລີ່ມເຮັດການທ່ອງທ່ຽວ. ຜູ້ຊົມການສະແດງຕຸກກະຕານ້ຳສ່ວນຫຼາຍແມ່ນແຂກທ່ອງທ່ຽວ, ສະນັ້ນ, ການສະແດງກໍ່ມີການປ່ຽນແປງຫຼາຍຢ່າງ. ບັນດາກຸ່ມສະແດງຫຸ່ນຕຸກກະຕາໄດ້ສະແດງຢູ່ຫຼາຍບ່ອນເພື່ອຮັບໃຊ້ແຂກທ່ອງທ່ຽວ ຫຼືສະແດງດ້ວຍເວທີສະແດງໃນນ້ຳແບບເຄື່ອນທີ່. ອ້າຍ ດັງວັນເບັນ ຮອງຫົວໜ້າກຸ່ມສະແດງຕຸກກະຕານ້ຳ ນາມເຈິນ ແບ່ງປັນວ່າ:

     ກຸ່ມສະແດງຂອງພວກຂ້າພະເຈົ້າໄດ້ຮັກສາອາຊີບບູຮານນີ້ໄວ້ ນັ້ນຄືໄດ້ສະແດງບັນດາຫຸ່ນຕຸກກະຕາພື້ນເມືອງ. ແຕ່ປະຈຸບັນ, ຍ້ອນຄວາມຕ້ອງການຂອງສັງຄົມ, ເຮົາຕ້ອງປະດິດສ້າງບາງລາຍການສະແດງ ຮັບໃຊ້ໃຫ້ແກ່ນັກຮຽນຕາແຕ່ລະເກນອາຍຸ.

          ໄປຄຽງຄູ່ກັບການອະນຸລັກຮັກສາບັນດາລາຍການເກົ່າ, ບັນດານັກສິລະປະກອນຍັງປະດິດສ້າງບັນດາລາຍການໃໝ່ຕື່ມອີກ ອີງຕາມເລື່ອງນິທານ, ເທບນິຍາຍ ຫວຽດນາມ ຫຼື ບັນດາບັນຫາຂອງຊີວິດໃນຍຸກສະໄໝ, ເພື່ອແນໃສ່ເພີ່ມລັກສະນະດຶງດູດໃຈຜູ້ຊົມ, ພິເສດແມ່ນລຸ້ນໜຸ່ມ. ພ້ອມດຽວກັນນັ້ນ, ໝູ່ບ້ານແຣກ ກໍ່ໄດ້ເອົາໃຈໃສ່ເປັນພິເສດເຂົ້າໃນການພັດທະນາບັນດາຮາກຖານເຮັດຫຸ່ນຕຸກກະຕາໃນໝູ່ບ້ານ.

   ເມື່ອການທ່ອງທ່ຽວພັດທະນາ, ຜູ້ເຮັດຕຸກກະຕານ້ຳໃນໝູ່ບ້ານ ກໍ່ກຳໄດ້ເຖິງຄວາມນິຍົມຢ່າງວ່ອງໄວ, ເຮັດເຄື່ອງທີ່ລະນຶກມີຮູບຕຸກກະຕານ້ຳຂະໜາດນ້ອຍອອກ, ທັງໄດ້ສ້າງລາຍຮັບ, ທັງປະກອບສ່ວນແນະນຳ ແລະ ໂຄສະນາສິລະປະຟ້ອນຕຸກກະຕານ້ຳພື້ນເມືອງຂອງບ້ານເກີດເມືອງນອນຢ່າງກວ້າງຂວາງ. ປະຈຸບັນ, ໝູ່ບ້ານແຣກ ມີ 7 ຄອບຄົວໄດ້ເຮັດເຄື່ອງທີ່ລະນຶກຕຸກກະຕານ້ຳ. ນັກສິລະປະກອນ ຟານວັນແມັ້ງ ຫົວໜ້າກຸ່ມສະແດງຕຸກກະຕານ້ຳ ຊົງເກວ ໃຫ້ຮູ້ວ່າ:

    ເຄື່ອງທີ່ລະນຶກຕຸກກະຕາໄມ້ບໍ່ຕ່າງຫຍັງ, ພຽງແຕ່ນ້ອກ່ວາເທົ່ານັ້ນ, ຂ້າພະເຈົ້າໄດ້ຕິດພັນກັບອາຊີບຟ້ອນຕຸກກະຕານ້ຳນີ້ກໍ່ຍ້ອນວ່າ: ພໍ່ປູ່ ແລະ ພໍ່ຂ້າພະເຈົ້າໄດ້ໄປຕາມອາຊີບນີ້, ຂ້າພະເຈົ້າໄດ້ຮັກມັກອາຊີບຟ້ອນຕຸກກະຕານີ້ນັບແຕ່ເວລາໃດກໍ່ບໍ່ຮູ້ເລີຍ, ພຽງແຕ່ຮູ້ສຶກວ່າມັນມີຄວາມໃກ້ຊິດກັບຕົນເອງທີ່ສຸດ.

    ອາຊີບຟ້ອນຕຸກກະຕານ້ຳໝູ່ບ້ານແຣກ ບໍ່ພຽງແຕ່ແມ່ນຮູບແບບສິລະປະພື້ນເມືອງໜຶ່ງເທົ່ານັ້ນ, ຫາກຍັງແມ່ນສັນຍາລັກໃຫ້ແກ່ກຳລັງຊີວິດທີ່ແຮງກ້າຂອງວັດທະນະທຳພື້ນເມືອງຂອງ ຫວຽດນາມ ອີກດ້ວຍ. ດ້ວຍຄວາມຮັກ, ຄວາມສຸດຈິດສຸດໃຈ ແລະ ຄວາມມານະພະຍາຍາມຂອງລຸ້ນນັກສິລະປະກອນຕ່າງໆ, ພິເສດແມ່ນຜ່ານການຮັກສາບັນດາຮາກຖານຜະລິດ, ຍູ້ແຮງການທ່ອງທ່ຽວໝູ່ບ້ານ ແລະ ຕັ້ງໜ້າຈັດຕັ້ງບັນດາຄະນະສະແດງ, ອາຊີບຟ້ອນຕຸກກະຕານ້ຳໝູ່ບ້ານແຣກ ຍັງຈະສືບຕໍ່ເລົ່າບັນດາເລື່ອງລາວກ່ຽວກັບເຂດດິນແດນ, ຊາວບ້ານ, ກ່ຽວກັບກົກເຄົາເຫງົ້າກໍ ແລະ ສີສັນຊາດ ຫວຽດນາມ./.

 

TAG
VOV/VOVworld/ໝູ່​ບ້ານ​ແຣກ ຮັກ​ສາ​ອາ​ຊີບ​ຟ້ອນ​ຕຸກ​ກະ​ຕາ​ນ້ຳ/ຕາ​ແສງ ຮົ່ງ​ກວາງ ແຂວງ ນິງ​ບິ່ງ/ອ້າຍ ດັງວັນເບັນ ຮອງຫົວໜ້າກຸ່ມສະແດງຕຸກກະຕານ້ຳ ນາມເຈິນ/ນັກສິລະປະກອນ ຟານວັນແມັ້ງ ຫົວໜ້າກຸ່ມສະແດງຕຸກກະຕານ້ຳ ຊົງເກວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ