(VOVWORLD) - ວັນທີ 4/5, ສະຖານທູດ 5 ປະເທດສະມາຊິກ ອາຊຽນ ປະຈຳ ເມກຊີໂກ, ເຊິ່ງລວມມີ: ຫວຽດນາມ, ມາເລເຊຍ, ໄທ, ອິນໂດເນເຊຍ ແລະ ຟີລິບປິນ, ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 – 8/8/2017) ຢູ່ສະຖາບັນຄົ້ນຄ້ວາ ແລະ ບຳລຸງສ້າງເໜືອມະຫາວິທະຍາໄລ Colegio de Mexico (COLMEX).