(VOVWORLD) -ໂດຍອີງໃສ່ພື້ນຖານການພົວພັນທາງດ້ານການເມືອງອັນດີງາມ, ການຮ່ວມມືທາງດ້ານເສດຖະກິດ - ການຄ້າ - ການລົງທຶນ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ສືບຕໍ່ມີບາດກ້າວພັດທະນາຢ່າງກະໂດດຂັ້ນ. ນັບມື້ນັບມີວິສາຫະກິດຂອງຫວຽດນາມ ຫຼາຍແຫ່ງ ໄດ້ເປີດກວ້າງການລົງທຶນດຳເນີນທຸລະກິດໄປຍັງຕະຫຼາດ ກຳປູເຈຍ ແລະ ບັນລຸຜົນສຳເລັດຫຼາຍຢ່າງ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດ ກຳປູເຈຍ ເປັນຕົ້ນແມ່ນ ບໍລິສັດ Metfone ຂອງກຸ່ມບໍລິສັດ Viettel, ທະນາຄານ BIDC ຂອງ BIDV, Angkor Air ຂອງ Vietnam Airlines, Angkor Milk ຂອງ Vinamilk ແລະ ຫວ່າງມໍ່ໆມານີ້ ແມ່ນບໍລິສັດ Bluetronics ຂອງ The gioi di dong (Mobile World). ດ້ວຍລະດັບພັດທະນາຢ່າງວ່ອງໄວ, ຈາກບໍລິສັດກໍ່ຕັ້ງໃໝ່ໆ Bluetronics ໄດ້ບື່ນຕົວຂຶ້ນກາຍເປັນບໍລິສັດຂາຍຍ່ອຍເຄື່ອງໄຟຟ້າເອເລັກໂຕນິກ - ເຄື່ອງເຢັນອັນດັບໜຶ່ງຢູ່ ກຳປູເຈຍ.