(VOVWORLD) -ເດືອນພຶດສະພາ ປີ 2021, ວາລະສານ Forbes Viet Nam ໄດ້ຍ້ອງຍໍຊົມເຊີຍທ່ານ Montri Suwanphosi ຜູ້ອຳນວຍການໃຫຍ່ບໍລິສັດ CP ຫວຽດນາມ ຜູ້ທີ່ສະຫງວນເວລາເຄິ່ງຊີວິດຂອງຕົນ ຕິດພັນ ແລະ ອຸດທິດສ່ວນໃຫ້ແກ່ການພັດທະນາປະເທດ ຫວຽດນາມ, ພິເສດແມ່ນສຳລັບຂະແໜງກະສິກຳ. ໃນລາຍການຊາຍຄາອາຊຽນ ພາກນີ້, ເຊີນທ່ານພ້ອມກັບນັກຂ່າວ VOV ພົບປະກັບທ່ານທີ່ໜ້າເຄົາລົບນີ້ ຜ່ານບົດຂຽນ: “ຜູ້ອຳນວຍການໃຫຍ່ຊາວໄທ ກັບຄວາມໄຝ່ຝັນນຳ ຫວຽດນາມ ກາຍເປັນເຮືອນຄົວຂອງໂລກ”.