(VOVWORLD) - ພາບທິວທັດທຳມະຊາດ, ຮີດຄອງປະເພນີ, ພາບເຄິ່ງຄີງຂອງບັນດາເພື່ອນລາວ ເຊິ່ງ ຈິດຕະກອນ ເລຢຸງເກື່ອງ, ອະດີດເລຂາໂທ, ສະຖານທູດ ຫວຽດນາມ ປະຈຳ ລາວ ແຕ້ມນັ້ນ ລ້ວນແຕ່ແມ່ນເລີ່ມມາຈາກອາລົມຈິດອັນລຽບງ່າຍ ແຕ່ເຕັມໄປດ້ວຍຄວາມຮັກແພງ, ມັນເໝືອນດັ່ງການແຕ້ມພາບເປັນຂອງຂວັນໃຫ້ຕົວລະຄອນຫຼາຍກວ່າການສະແດງທັດສະນະຂອງຕົນຜ່ານການແຕ້ມ. ເມື່ອກັບເມືອ ຫວຽດນາມ, ທ່ານກໍໄດ້ນຳເອົາຜົນງານຫຼາຍຢ່າງທີ່ເຕັມໄປດ້ວຍຄວາມຮູ້ສຶກທີ່ມີຕໍ່ປະເທດ ລາວ ລ້ານຊ້າງ ມານຳສະເໜີສູ່ມວນຊົນ ຫວຽດນາມ.