(VOVWORLD) -ຫວຽດນາມ ແລະ ກຳປູເຈຍ ແມ່ນສອງໃນຈຳນວນບັນດາປະເທດທີ່ໄດ້ຮັບການຕີລາຄາວ່າ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ຢ່າງເປັນຢ່າງດີໃນປີ 2020, ແຕ່ໃນຊຸມເດືອນຕົ້ນປີ 2021, ທັງສອງປະເທດລ້ວນແຕ່ຕ້ອງມານະພະຍາຍາມຮັບມືກັບການແຜ່ລະບາດຄັ້ງທີໃໝ່ທີ່ໄວກວ່າ ແລະ ອັນຕະລາຍກວ່າ ເມື່ອທຽບໃສ່ປີກ່ອນ, ພິເສດການແຜ່ລະບາດຄັ້ງທີ 3 ນັບແຕ່ທ້າຍເດືອນກຸມພາຢູ່ ກຳປູເຈຍ ມານີ້ ຍັງມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເຖິງຢ່າງໃດກໍຕາມ, ກໍຄືກັນກັບຫຼາຍການແຜ່ລະບາດຄັ້ງຕ່າງໆ, ຍິ່ງປະສົບກັບຄວາມຫຍຸ້ງຍາກ, ນ້ຳໃຈສາມັກຄີ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ກຳປູເຈຍ ຍິ່ງແຜ່ກະຈາຍ.