(VOVWORLD) -ວັນທີ 4 ກໍລະກົດທີ່ຜ່ານມາ, ອົງການສະຖີຕິ ຫວຽດນາມ ໄດ້ມອບໃບຢັ້ງຢືນ ສະຖີຕິຫວຽດນາມ ໃຫ້ແກ່ທ່ານໝໍປະຊາຊົນ, ຮອງສາສະດາຈານ ປອ ເຈິ່ນງອກເລືອງ, ຜູ້ອຳນວຍການໂຮງໝໍປົວລະບົບຕ່ອມໄຮ້ທໍ່, ດ້ວຍມາດຖານ “ຜູ້ທີ່ມີກິດຈະກຳຄົ້ນຄວ້າວິທະຍາສາດ ກ່ຽວກັບເຕັກນິກການຜ່າຕັດຕ່ອມໄທລອຍຜ່ານທໍ່ ໄດ້ຮັບການໝູນໃຊ້, ມອບໂອນ, ກໍ່ສ້າງທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍທີ່ສຸດ” ທ່ານ ກໍ່ຍັງໄດ້ຮັບການຕີລາຄາວ່າ ແມ່ນຜູ້ຊ່ຽວຊານຊັ້ນນຳໃນການຜ່າຕັດຜ່ານທໍ່ສຳລັບພະຍາດກ່ຽວກັບຕ່ອມໄທລອຍຢູ່ ຫວຽດນາມ