(VOVWORLD) -ເກີ່ລາວ ແມ່ນໜຶ່ງໃນຈໍານວນຊົນເຜົ່າສ່ວນໜ້ອຍທີ່ມີປະຊາກອນໜ້ອຍຢູ່ ຫວຽດນາມ. ຊາວເຜົ່າ ເກີ່ລາວ ຍັງມີຊື່ເອີ້ນອື່ນອີກຄື: ຕື໊ດື, ຮໍກີ, ວາວເດ່. ຊົນເຜົ່າ ເກີ່ລາວ ອົບພະຍົບມາຢູ່ ຫວຽດນາມ ໂດຍຫ່າງຈາກນີ້ປະມານ 150 –200 ປີ. ຊາວເຜົ່າ ເກີ່ລາວ ແບ່ງອອກເປັນກຸ່ມຢູ່ຕາມທ້ອງຖິ່ນຕ່າງໆ ເຊິ່ງລວມມີ ເກີ່ລາວຂຽວ, ເກີ່ລາວຂາວ, ເກີ່ລາວແດງ ດ້ວຍຈຳນວນພົນລະເມືອງທັງໝົດຍັງບໍ່ຮອດ 3.000 ຄົນ, ອາໄສຕົ້ນຕໍຢູ່ແຂວງ ຮ່າຢາງ. ກ່ອນໜ້ານີ້ ຊາວເຜົ່າ ເກີ່ລາວ ມີພາສາສະເພາະ, ແຕ່ມາໃນປັດຈຸບັນ ຄົນ ເກີ່ລາວ ສ່ວນຫຼາຍແມ່ນບໍ່ຮູ້ພາສາຂອງຊົນເຜົ່າຕົນ. ໃນການພົບປະແລກປ່ຽນວັດທະນະທຳກັບຊົນເຜົ່າອື່ນ, ເຂົາເຈົ້າອາດຈະໃຊ້ພາສາ ກວານຮ໋ວາ, ພາສາ ນຸ່ງ ຫຼື ພາສາ ປູແປ໊ວ, ເຮີມົງ.