(VOVWORLD) - ພະອາຈານໃຫຍ່ ເຈິ່ນວັນທາ ມີອາຍຸ 55 ພັນສາ, ເປັນຄົນມີລະດັບວຸດທິການສຶກສາສູງ, ຮຽນຈົບ ປະລິນຍາໂທ ຂະແໜງສົງຢູ່ສີລັງກາ. ປະຈຸບັນ ພະອົງດຳລົງຕຳແໜ່ງຮອງຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມ ປະຈຳແຂວງຊອກຈັງ, ຫົວໜ້າຄະນະເລຂາທິການສະມາຄົມຄູບາສາມັກຄີຮັກຊາດແຂວງຊອກຈັງ, ເຈົ້າອະທິການວັດ Serey Tamon. ໂດຍມີຄຸນງາມຄວາມດີໃນການກໍ່ສ້າງສາສະໜາ, ພະອາຈານໃຫຍ່ ເຈິ່ນວັນທາ ຍາມໃດກໍ່ໄດ້ຮັບຄວາມຮັກແພງ ແລະ ນັບຖືຢ່າງສູງຈາກຊາວພຸດ ແລະ ຊາວທ້ອງຖິ່ນ.