(VOVWORLD) -ດ້ວຍບົດບາດເປັນຮອງເລຂາໜ່ວຍພັກ, ນາຍບ້ານໆ ບົວ ອີຊຽມ ເບິກຣົງ (ຫຼືເຄີຍເອີ້ນວ່າ ອາມາທາບ), ຢູ່ບ້ານ ບົວ, ຕາແສງ ຮ່ວາຊວນ, ນະຄອນ ບວນມາຖວດ, ແຂວງ ດັກລັກ ຍາມໃດກໍນຳໜ້າໃນທຸກໆຂົງເຂດ, ຂະບວນການຂອງທ້ອງຖິ່ນ, ໄດ້ຮັບຄວາມຮັກແພງ ແລະ ຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ. ການປະກອບສ່ວນຂອງອ້າຍ ອາມາທາບ ໄດ້ຊ່ວຍປົວແປງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ