(VOVWORLD) - ວັນບຸນພະແມ່ຈົ້ວຄໍ ໄດ້ຈັດຂຶ້ນໃນວັນທີ 14 ເດືອນຈຽງໄລ່ຕາມຈັນທະປະຕິທິນຂອງທຸກປີ. ສະຖານທີ່ຈັດຂຶ້ນແມ່ນຢູ່ວິຫານ ພະແມ່ຈົ້ວຄໍ ຢູ່ເຂດ ໂກເມ, ເມືອງ ຫວູນິງ, ນະຄອນ ບັກນິງ, ແຂວງ ບັກນິງ. ເຖິງວ່າວັນບຸນວິຫານ ພະແມ່ຈົ້ວຄໍ ໄດ້ດຳເນີນໃນວັນທີ 14 ເດືອນຈຽງ ແຕ່ໃນຊຸມວັນຕົ້ນປີໃໝ່, ພິເສດແມ່ນພາຍຫຼັງເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ປະຊາຊົນໄດ້ມາວິຫານນີ້ເປັນຈຳນວນຫຼາຍຫຼາຍ.