(VOVWORLD) - ນຊຸມວັນນີ້, ພ້ອມກັບປະເທດ ສປປ ລາວ, ຢູ່ ຫວຽດນາມ ກໍ່ພວມດຳເນີນບັນດາການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 43 ປີແຫ່ງວັນສະຖາປະນາປະເທດ ສປປ ລາວ (2/12/1975 – 2/12/2018). ກ່ອນນີ້ 43 ປີ, ໄດ້ເປີດສັງກາດໃໝ່ໃນການສ້າງຕັ້ງປະເທດ ລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນຄືໃນທຸກວັນນີ້.