(VOVWORLD) -ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍ ມາຍຕຽນຢຸ້ງ ກຳມະການ ສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ, ໃນລະຫວ່າງວັນທີ 19-23 ກັນຍາ 2018 ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະນໍາ ຫ້ອງວ່າການ ລັດຖະບານແຫ່ງ ສສ ຫວຽດນາມ ຢູ່ນະຄອນຍາຈາງ, ແຂວງແຄງຮວ່າ, ສສ. ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດຈາກ ຄູ່ຮ່ວມຕຳແຫນ່ງຈາກ ສສ ຫວຽດນາມ ພ້ອມດ້ວຍຄະນະ.