(VOVWORLD) - ຕອນບ່າຍວັນທີ 2 ສິງຫາ, ຢູ່ເມືອງເກາະຟູກວກ, ແຂວງກຽນຢ່າງ, ທ່ານ ວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວຽດນາມ, ໄດ້ຕ້ອນຮັບຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ທ່ານປະທານສະພາວິທະຍາສາດສັງຄົມແຫ່ງຊາດລາວ ກິແກ້ວ ໄຂຄຳພິທູນ, ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ຄັ້ງທີ 5 ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ.