(VOVWORLD) - ຕອນເຊົ້າວັນທີ 07 ພຶດສະພາ, ຢູ່ຫໍປະຊຸມແຫ່ງຊາດ, ທີ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນພິທີໂຮມຊຸມນຸມມິດຕິງລະດັບຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະປະຫວັດສາດ ດ້ຽນບຽນຝູ ຄົບຮອບ 70ປີ (07 ພຶດສະພາ 1954 - ວັນທີ 7 ພຶດສະພາ 2024). ເຂົ້າຮ່ວມພິທີ, ມີທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ; ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ; ການນຳ, ອະດີດການນຳພັກ, ລັດລາວ; ກຳລັງປະກອບອາວຸດ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າໄດ້ເຂົ້າຮ່ວມເປັນຈຳນວນຫຼາຍ.