(VOVWORLD) - ຕອນຄ່ຳວັນທີ 11 ກໍລະກົດ, ຢູ່ວັດເຟີດຕິກ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດໍາເນີນພິທີໄຂຊຸດຮຽນພາສາ ຫວຽດ ເຊິ່ງຈະຮຽນ 3 ຕອນ ຕໍ່ ອາທິດ ແລະ ແກ່ຍາວເປັນເວລາ 3 ເດືອນ. ນັກຮຽນ ເຂົ້າຮ່ວມຊຸດຮຽນດັ່ງກ່າວຈະໄດ້ຮຽນທັງ 4 ທັກສະການຟັງ, ການອ່ານ, ການເວົ້າ ແລະ ການຂຽນ.