(VOVWORLD) -ໃນຕະຫຼອດໄລຍະປະຫວັດອັນຍາວຢຽດຂອງ 2 ບັ້ນຕໍ່ຕ້ານລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດ ອາເມລິກາ, ມີທະຫານອາສາສະໝັກ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ນັບສິບພັນຄົນ ໄດ້ຂ້າມປ່າຂຶ້ນພູລົງຫ້ວຍ, ຂ້າມສາຍພູຫຼວງໄປຍັງປະເທດ ລາວ. ດ້ວຍນ້ຳໃຈສາກົນທີ່ບໍລິສຸດຜຸດຜ່ອງ, ເຊື່ອມຊຶມຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄດ້ຮຽງບ່າຮຽງໄຫຼ່ ພ້ອມກັບທະຫານ ລາວ ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກກາກກຳ, ກຽມພ້ອມເສຍສະຫຼະ ເພື່ອຍາດເອົາເອກະລາດ, ເສລີພາບມາໃຫ້ແຕ່ລະປະເທດ. ຄືດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ເລືອດເນື້ອຂອງປະຊາຊົນ ຫວຽດນາມ ໄດ້ປົກຄຸມໄປທົ່ວປະເທດລາວ… ການຊ່ວຍເຫຼືອຂອງ ຫວຽດນາມ ທີ່ມີຕໍ່ລາວ ໄດ້ສ້າງເປັນສາຍພົວພັນແບບພິເສດນີ້”.